ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ອ້າງວ່າ​ເຮືອ​ບິນ​ໂດຍ​ສານ C919 ຂອງ​ຕົນ​ຈະ​ສາ​ມາດ​ທຳ​ລາຍ​ການ​ຄອບ​ງຳ​ຂອງ​ບໍ​ລິ​ສັດ Boeing ແລະ Airbus


ເຮືອ​ບິນ COMAC C919 ຈອດ​ຢູ່​ງານ​ວາງ​ສະ​ແດງ​ເຮືອ​ບິນ​ ສິງ​ກະ​ໂປ, 20 ກຸມ​ພາ 2024.
ເຮືອ​ບິນ COMAC C919 ຈອດ​ຢູ່​ງານ​ວາງ​ສະ​ແດງ​ເຮືອ​ບິນ​ ສິງ​ກະ​ໂປ, 20 ກຸມ​ພາ 2024.

ຜູ້​ຜະ​ລິດ​ເຮືອ​ບິນ​ຂອງ​ລັດ​ຖະ​ບານ ຈີນ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ສົງ​ໄສ​ໃນ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ ກ່ຽວ​ກັບ ການ​ກ່າວ​ອ້າງ​ຂອງ​ເຂົາ​ເຈົ້າ​ທີ່​ວ່າ ເຮືອ​ບິນໂດຍ​ສານ​ລຳ​ໃໝ່​ສຸດ​ຂອງ​ເຂົາ​ເຈົ້າ, ຄື C919, ແມ່ນ​ສາ​ມາດ​ທຳ​ລາຍ​ການ​ຄອບ​ງຳ​ຂອງ​ສອງ​ບໍ​ລິ​ສັດ​ເຮືອ​ບິນ​ໂດຍ​ສານ ຄື ໂບ​ອິງ ແລະ ແອ​ບັ​ສ.

ການ​ເດີນ​ທາງ​ເພື່ອ​ໂຄ​ສະ​ນາ​ຂອງ​ບໍ​ລິ​ສັດ COMAC ຜ່ານ​ຕະຫຼາດ​ການ​ບິນ​ທີ່​ກຳ​ລັງ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຂອງ ສິງ​ກະ​ໂປ, ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ແລະ ອິນ​ໂດ​ເນ​ເຊຍ ໄດ້​ສິ້ນ​ສຸດ​ໃນ​ປະ​ເທດ ມາ​ເລ​ເຊຍ ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ, ອີງ​ຕາມ​ອົງ​ການ​ຂ່າວ ຊິນ​ຫົວ ຂອງ​ທາງ​ການ ຈີນ. ໃນ​ການ​ຢຸດ​ແວ່​ແຕ່​ລະ​ຄັ້ງ, ບໍ​ລິ​ສັດ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ ຊຽງ​ໄຮ້ ໄດ້​ນຳ​ສະ​ເໜີ​ເຮືອ​ບິນ C919 ຂອງ​ເຂົາ​ເຈົ້າ​ຕໍ່​ຜູ້​ທີ່​ອາດ​ເປັນ​ຜູ້​ຊື້ ດັ່ງ​ກັບ​ທາງ​ເລືອກ​ອື່ນ ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຄືກັບ​ເຮືອ​ບິນ ແອ​ບັ​ສ 320 ແລະ ໂບ​ອິງ 737.

ການ​ທ່ອງ​ທ່ຽວ​ພາຍໃນພາກພືຶ້ນ ຕ່າງປະເທດ ແລະ ພາຍໃນຂົງເຂດ ​ແມ່ນ​ຄາດ​ວ່າ ​ຈະ​ເຖິງ, ແລ້ວ​ກາຍ​ລະ​ດັບ​ກ່ອນ​ໂຣກ​ລະ​ບາດ​ໃນຫຼາຍ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ປີນີ້, ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະ​ຜູ້​ທີ່​ໄດ້​ເຕືອນ​ວ່າ ການ​ເຕີບ​ໂຕ​ໃນ​ເວ​ລ​າ​ຕາມ​ມາ ​ອາດ​ເປັນ​ຕົວ​ຕັດ​ສິນ​ຕໍ່​ການ​ຟື້ນ​ຄືນ​ຕົວ​ຢ່າງ​ເຕັມ​ທີ່​ຂອງ​ເສດ​ຖະ​ກິດ​ຈີນ.

ບໍ​ລິ​ສັດ​ການ​ບິນ​ພາ​ນິດ​ແຫ່ງ ຈີນ ຫຼື COMAC ຄາດ​ວ່າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ເຮືອ​ບິນ​ໂດຍ​ສານ​ໃນ​ຕະ​ຫຼາດ​ເອ​ເຊຍ​ປາ​ຊີ​ຟິກ ຈະ​ຂະ​ຫຍາຍ​ຕົວ​ໃນ​ສອງ​ທົດ​ສະ​ວັດ​ຂ້າງ​ໜ້າ ຈາກ​ເຮືອ​ບິນ 3,314 ລຳ ເປັນ 9,701 ລຳ, ອີງ​ຕາມ​ສື່ມວ​ນ​ຊົນ​ຈີນ.

ແຕ່ Skift, ເຊິ່ງ​ແມ່ນ​ເວັບ​ໄຊ້​ການ​ຄົ້ນ​ຄວ້າ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ, ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ປະ​ທານ​ໃຫຍ່​ຂອງບໍ​ລິ​ສັດ Air Lease, ເຊິ່ງ​ແມ່ນ​ນຶ່ງ​ໃນ​ຜູ້​ໃຫ້​ເຊົ່າ​ເຮືອ​ບິນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ເວົ້າ​ວ່າ ​ບໍ​ລິ​ສັດ​ດັ່ງ​ກ່າວບໍ່​ມີ​ແຜນ​ທີ່​ຈະ​ຊື້​ເຮືອ​ບິນ C919 ຈັກ​ລຳ.

“ພັກ​ຄອມ​ມູ​ນິ​ສ ຈີນ ແລະ COMAC ແມ່ນ​ມີ​ຄວາມ​ສົນ​ໃຈຫຼາຍ​ໃນ​ການ​ຂາຍ​ເຮືອ​ບິນ C919, ແຕ່​ມັນ​ແມ່​ນຄວາມຮັກ​ຂ້າງ​ດຽວ.” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ສ​ຕີ​ເວັນ ອຸດ​ວາ-ເຮ​ຊີ ຢູ່ສະ​ໂມ​ສອນ Wings Club ຂອງ​ອຸດ​ສາ​ຫະ​ກຳ​ການ​ບິນ​ໃນ​ນະ​ຄອນ ນິວຢອກ ເມື່ອ​ວັນ​ທີ 29 ກຸມ​ພາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG