ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

113 ຄົນຖືກລົງໂທດ ຍ້ອນການຜະລິດຊີ້ນໝູ ເຈືອປົນສານພິດ ທີ່ຈີນ


ພວກລູກຄ້າເລືອກຊື້ຊີ້ນໝູ ຢູ່ຕະຫລາດແຫ່ງນຶ່ງໃນເຂດ Suining ຂອງແຂວງ ຊີສວນ ໃນຕົ້ນເດືອນພະຈິກ, 2011 ທີ່ຜ່ານມານີ້
ພວກລູກຄ້າເລືອກຊື້ຊີ້ນໝູ ຢູ່ຕະຫລາດແຫ່ງນຶ່ງໃນເຂດ Suining ຂອງແຂວງ ຊີສວນ ໃນຕົ້ນເດືອນພະຈິກ, 2011 ທີ່ຜ່ານມານີ້

ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ ​ມີ 113 ຄົນ ຊຶ່ງ​ໃນ​ນັ້ນມີ​ພະນັກ
ງານລັດ ຢູ່ 77 ຄົນ ​ໄດ້​ຖືກ​ລົງ​ໂທດ ​ຍ້ອນມີ​ບົດບາດ​ໃນການຜະ​ລິດ ຊີ້ນໝູເຈືອ​ປົນ​ສານ
ພິດທີ່​ເປັນ​ຂ່າວນອງ​ນັນ ​ອື້ສາວກັນ ​ນັ້ນ.

ອົງການ​ຂ່າວຊິນ​ຫົວ​ລາຍ​ງານ​ວ່າ ຟາ​ມລ້ຽງໝູຫລາຍໆ​ແຫ່ງ​ຢູ່​ແຂວງ ​ເຫ່ນານ ​ໄດ້​ຖືກ​ກວດ
ພົບ​ວ່າ ໄດ້​ໃຊ້​ຢາ​ເຜົາ​ໃໝ້ນໍ້າ​ມັນ ສານ clenbuterol ຊຶ່ງ​ເປັນສານ​ເຄມີ ເກືອດຫ້າມ ທີ່
ເຮັດ​ໃຫ້ໝູມີ​ນໍ້າມັນໜ້ອຍລົງ ​ແຕ່​ວ່າ ​ກໍ່ໃຫ້ເປັນມ​ະເຮັງ​ໃນຮ່າງກາຍ​ຂອງ​ຄົນ.

ອົງການ​ຂ່າວຊິນ​ຫົວ​ລາຍ​ງານຕື່ມ​ອີກ​ວ່າ ຜູ້​ກະທໍາຜິດ​ຕົ້ນຕໍຄື ທ່ານ ລີ​ວ ຊຽງ ຖືກ​ຕັດສິນ
ວ່າ ​ມີຄວາມ​ຜິດ ​ຖານ​ທໍາລາຍ​ຄວາມ​ປອດ​ໄພ​ຂອງ​ສາ​ທາ​ລະນະ​ຊົນ ​ແລະ​ຖືກຕັດສິນ​ໂທດ
ປະຫານ​ຊີວິດ ​ໂດຍໃຫ້​ມີ​ການ​ເລື່ອນ​ໂທດອອກ​ໄປສອງ​ປີ. ​ແຕ່​ວ່າການ​ຕັດສິນ​ເຊັ່ນ​ນັ້ນ
ສ່ວນ​ຫລາຍ​ມັກ​ຈະ​ຖືກ​ປ່ຽນໃນ​ພາຍ​ຫລັງ ມາ​ເປັນຈໍາ​ຄຸກ​ຕະຫລອດ​ຊີວິດ​ແທນ.

ອົງການ​ຂ່າວຊິນ​ຫົວ ຍັງ​ລາຍ​ງານ​ອີກ​ວ່າ ພວກ​ພະນັກງານ​ລັດ​ທຸກ​ຄົນທີ່ມີ​ສ່ວນ​ກ່ຽວຂ້ອງ
ໃນ​ຄະດີ​ນີ້ ​ຊຶ່ງ​ລວມທັງຜູ້​ກວດກາ​ສຸຂະພາບ​ສັດ ​ແລະ​ເຈົ້າໜ້າທີ່​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາ
ຫານ ​ໄດ້ຮັບ​ໂທດ​ ​ໃນຖານ​ເມີນ​ເສີຍ​ຕໍ່ພາລະໜ້າທີ່ ​ແລະ​ໃຊ້​ອໍານາດ​ຂອງ​ເຂົາ​ເຈົ້າໃນ​ທາງ​
ຜິດ.

ໂທດຈໍາ​ຄຸກ​ໂດຍ​ສະ​ເລ່ຍຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ຢູ່​ໃນ​ລະຫວ່າງ 3 ຫາ 9 ປີ.

XS
SM
MD
LG