ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ພິຈາລະນາ ຜ່ອນຜັນ ນະໂຍບາຍ ລູກນຶ່ງຄົນ ຕໍ່ຄອບຄົວ


ເດັກຊາຍຜູ້ນຶ່ງ ຍ່າງໄປກັບແມ່ຕູ້ຂອງລາວຢູ່ໃນເຂດຍ່ານສູນການຄ້າ ຢູ່ໃຈກາງນະຄອນຊຽງໄຮ ໃນວັນທີ 28 ພະຈິກ 2012.
ເດັກຊາຍຜູ້ນຶ່ງ ຍ່າງໄປກັບແມ່ຕູ້ຂອງລາວຢູ່ໃນເຂດຍ່ານສູນການຄ້າ ຢູ່ໃຈກາງນະຄອນຊຽງໄຮ ໃນວັນທີ 28 ພະຈິກ 2012.
ອະດີດລັດຖະມົນຕີທ່ານນຶ່ງຂອງຈີນເວົ້າວ່າ ປັກກິ່ງກໍາລັງພິຈາ
ລະນາຜ່ອນຜັນນະໂຍ ບາຍມີລູກໄດ້ຄົນນຶ່ງຕໍ່ຄອບຄົວ ທີ່ເປັນ
ບັນຫາຖົກຖຽງກັນນັ້ນ ໃນຂະນະທີ່ຈີນຊຶ່ງເປັນປະເທດ ທີ່ມີ ປະຊາຊົນຫຼາຍທີ່ສຸດໃນໂລກກໍາລັງແກ້ໄຂບັນຫາພົນລະເມືອງ ທີ່ເຖົ້າແກ່ຢູ່.

ທ່ານ Zhang Wei-qing ອະດີດລັດຖະມົນຕີດ້ານພົນລະເມືອງ
ແຫ່ງຊາດ ແລະວາງແຜນຄອບຄົວກ່າວຕໍ່ໜັງສືພິມ China
Daily ຂອງທາງການຈີນໃນວັນພຸດມື້ນີ້ວ່າ ລັດຖະບານກໍາລັງ
ທົບທວນຄືນ ນະໂຍບາຍມີລູກໄດ້ນຶ່ງຄົນຕໍ່ຄອບຄົວ ເພື່ອໂຍະ
ຍານນະໂຍບາຍທີ່ມີມາແຕ່ດົນນານແລ້ວນັ້ນ.

ນຶ່ງໃນການປ່ຽນແປງທີ່ຖືກສະເໜີມານັ້ນ ຈະໃຫ້ການຍົກເວັ້ນນະ
ໂຍບາຍມີລູກໄດ້ນຶ່ງຄົນ ແກ່ຜູ້ເປັນພໍ່ແມ່ ເຖິງແມ່ນວ່ານຶ່ງໃນພວກເຂົາເຈົ້ານັ້ນ ຈະບໍ່ແມ່ນ ລູກຄົນດຽວຂອງພໍ່ແມ່ເຂົາເຈົ້າກໍຕາມ. ໃນກົດໝາຍປັດຈຸບັນ ມີແຕ່ພວກພໍ່ແມ່ທີ່ບໍ່ມີອ້າຍ ເອື້ອຍນ້ອງ ຈັກຄົນເທົ່ານັ້ນ ຈຶ່ງສາມາດຂໍມີລູກຜູ້ທີສອງໄດ້.

ທ່ານ Zhang ເວົ້າວ່າ ນະໂຍບາຍ ຊຶ່ງໃນຂັ້ນທໍາອິດອາດຈະຖືກນໍາໄປຈັດຕັ້ງປະຕິບັດ ຢູ່ ໃນເຂດທີ່ປະເຊີນກັບ “ບັນຫາດ້ານປະຊາກອນ” ເຊັ່ນປະຊາຊົນເຖົ້າແກ່ ຫລືການຫລັ່ງ ໄຫລເຂົ້າມາຢູ່ຂອງກໍາມະກອນເຄື່ອນທີ່ຫລາຍກວ່າເຂດອື່ນ. ແຕ່ທ່ານກໍໄດ້ທໍານາຍວ່າ ຈະ ບໍ່ມີການຖີບຕົວສູງຂຶ້ນຢ່າງຫຼວງຫຼາຍຂອງພົນລະເມືອງ.

ໜັງສືພິມດັ່ງກ່າວເວົ້າວ່າ ອັດຕາການເພີ້ມຂຶ້ນຂອງພົນລະເມືອງຈີນໃນປັດຈຸບັນ ແມ່ນປະ ມານ 1.7 ຊຶ່ງເປັນອັດຕາທີ່ຕໍ່າກວ່າ ລະດັບການເພີ້ມຂຶ້ນຂອງພົນລະເມືອງທີ່ປ່ຽນ ແທນ ອັດຕາການເພີ້ມຂຶ້ນ 2.1. ທ່ານ Zhang ຊຶ່ງດຽວນີ້ ຮັບໃຊ້ຢູ່ໃນອົງການທີ່ປຶກສາແກ່ສະພາ
ແຫ່ງຊາດ ເວົ້າວ່າ ອັດຕາທີ່ດີທີ່ສຸດຄວນແມ່ນ 1.8.

ໃນມໍ່ໆມານີ້ ລັດຖະບານກຸງປັກກິ່ງ ໄດ້ສັນຍານໃຫ້ເຫັນວ່າ ຍິນດີທີ່ຈະຍົກເລີກນະໂຍບາຍ ມີລູກໄດ້ນຶ່ງຄົນ ທີ່ໄດ້ມີການຈັດຕັ້ງປະຕິບັດກັນທົ່ວປະເທດໃນປີ 1979 ທີ່ໃຊ້ຮັບມືກັບອັດ ຕາເພີ້ມຂຶ້ນຂອງປະຊາກອນຢ່າງໄວວາ ແລະໄດ້ຮັບການຊຸກຍູ້ ໂດຍຜູ້ນໍາການປະຕິວັດ ທ່ານເມົາເຈີຕົງ.
XS
SM
MD
LG