ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາກອນຈີນ ຂະຫຍາຍໂຕ 5.9% ໃນທົດສະວັດແລ້ວ


Belarusian women in traditional clothing take part in a Slavic 'Spring welcome' festival in the village of Viazynka, about 40 kilometers of Minsk.
Belarusian women in traditional clothing take part in a Slavic 'Spring welcome' festival in the village of Viazynka, about 40 kilometers of Minsk.

ຈີນກ່າວວ່າ ປະຊາກອນຂອງຕົນ ໄດ້ເພີ່ມຂຶ້ນ 5.9% ໃນ
ລະຫວ່າງປີ 2000 ຫາ 2010 ຊຶ່ງຫຼຸດລົງເກືອບເຄິ່ງຈາກ
ການເຕີບໂຕໃນທົດສະວັດກ່ອນ ແລະປັດຈຸບັນຈີນມີປະຊາ
ກອນທັງໝົດ 1 ພັນ 340 ລ້ານຄົນ.

ຜົນການສຳຫຼວດສຳມະນົວຄົວໃນປີ 2010 ທີ່ນຳ
ອອກເຜີຍແຜ່ໂດຍກົມສະຖິຕິແຫ່ງຊາດຂອງຈີນ ໃນ
ວັນພະຫັດມື້ນີ້ ຍັງໄດ້ສະແດງໃຫ້ເຫັນປະຊາກອນຈີນທີ່
ເຖົ້າໄວ ຊຶ່ງຈະກາຍເປັນບັນຫາ ສຳລັບຈີນ ທີ່ມີເສດຖະ
ກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະການຍົກຍ້າຍ
ຂະໜາດໃຫຍ່ຂອງປະຊາກອນຈາກເຂດຊົນນະບົດ
ໄປສູ່​ເຂດຫົວເມືອງ.

ເວລານີ້ປະຊາກອນຢູ່ໃນເຂດເທດສະບານຂອງຈີນແມ່ນ
ມີຢູ່ເກືອບ 50% ສົມທຽບໃສ່ກັບ​ພຽງ​ແຕ່ 36% ໃນ
ການສຳຫຼວດສຳມະໂນຄົວ ປີ 2000.

ພວກ​ຊາວ​ໜຸ່ມ ອາຍຸ​ 14 ປີ​ແລະ​ນ້ອຍ​ກ່ວາ​ແມ່ນ​ປະ​ກອບເປັນ 16​.6% ຂອງ​ປະຊາກອນ
ຈີນ ຫລຸດ​ລົງ​ຈາກ​ເກືອບ 23% ​ໃນ​ປີ 2000. ສ່ວນ​ຈໍານວນຊາ​ວຈີນ ອາຍຸ 60 ຂຶ້ນ​ໄປ​ນັ້ນ
ແມ່ນໄດ້​ເພີ່ມຂຶ້ນ 3% ຈາກ​ປີ 2000 ເປັນ 13.3%.

ທ່າອຽງນີ້ສະແດງໃຫ້ເຫັນວ່າ ໃນອະນາຄົດຈີນຈະມີພວກໜຸ່ມນ້ອຍທີ່ສາມາດເຮັດວຽກເຮັດ
ການໄດ້ໜ້ອຍລົງ ຢູ່ໃນອຸດສາຫະກຳຕ່າງໆ ທີ່ເປັນແຮງຂັບດັນໃຫ້ເສດຖະກິດຈີນເຕີບໃຫຍ່
ຂະຫຍາຍໂຕ ຊຶ່ງໃນຂະນະດຽວກັນຈີນກໍຈະມີປະຊາກອນຜູ້​ເຖົ້າ​ ທີ່ຈຳເປັນຕ້ອງໄດ້ຮັບການ
ເບິ່ງແຍງຮັກສາ​ ໃນຈຳນວນເພີ່ມຂຶ້ນ.

XS
SM
MD
LG