ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາກອນຈີນເພີ່ມຂນ ເປັນ 1,341 ລ້ານຄົນ ໃນທ້າຍປີ 2010


ປະຊາກອນຈີນໄດ້ເພີ່ມຂຶ້ນນັ້ນເປັນ 1 ພັນ 341 ລ້ານຄົນແລ້ວໃນປີ 2010.
ປະຊາກອນຈີນໄດ້ເພີ່ມຂຶ້ນນັ້ນເປັນ 1 ພັນ 341 ລ້ານຄົນແລ້ວໃນປີ 2010.

ທາງການຈີນກ່າວວ່າ ປະຊາກອນຂອງຕົນມີຈໍານວນເຖິງ
1 ພັນ 341 ລ້ານຄົນແລ້ວຕົກມາຮອດທ້າຍປີ 2010 ນັ້ນ.

ການສະຖິຕິແຫ່ງຊາດຂອງຈີນໄດ້ເປີດເຜີຍຕົວເລກຂັ້ນຕົ້ນ
ຈາກການສໍາຫຼວດສໍາມະໂນຄົວສໍາຫຼັບປີ 2010 ໃນວັນຈັນ
ມື້ນີ້ທີ່ສະແດງໃຫ້ເຫັນວ່າ ຈີນໄດ້ເພີ່ມປະຊາກອນ ຂອງຕົນ
ຂຶ້ນເປັນຈໍານວນ 6 ລ້ານ 3 ແສນ ຄົນໃນປີກາຍນີ້ ຊຶ່ງສະ
ແດງເຖິງການເຕີບໂຕໃນລະດັບທີ່ຊ້າລົງກວ່າ ປີ 2009.

ຈໍານວນປະຊາກອນດັ່ງກ່າວແມ່ນເພີ່ມຈາກຈໍານວນ 1 ພັນ
335 ລ້ານຄົນ ໃນທ້າຍປີ 2009 ແລະ 1 ພັນ 328 ລ້ານຄົນ ທ້າຍປີ 2008.

ການສໍາຫຼວດສໍາມະໂນຄົວຍັງໄດ້ສະແດງໃຫ້ເຫັນເຖິງຈໍາ
ນວນປະຊາກອນໃນຊົນນະບົດ ທີ່ຈັດຢູ່ໃນລະດັບການ
ເປັນຢູ່ທີ່ຕໍ່າກວ່າຂີດຄວາມຍາກຈົນນັ້ນແມ່ນຫຼຸດລົງຫຼາຍກວ່າ 9 ລ້ານຄົນຈາກປີກ່ອນ ຄື 2009 ນັ້ນ.

ປັກກິ່ງມີກໍານົດຈະນໍາເອົາລາຍງານສໍາມະໂນຄົວຂັ້ນສຸດທ້າຍອອກເປີດເຜີຍໃນເດືອນເມສາ
ຈະມາເຖິງນີ້.

XS
SM
MD
LG