ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟໄໝ້ ໂຮງງານຈີນ ແຕ່ບໍ່ມີຄົນຮູ້ ຍ້ອນໝອກຄວັນ ຈາກອາກາດເສຍ


ໝອກຄວັນສີນໍ້າຕານອັນໜາແໜ້ນ ທີ່ປົກຄຸມພື້ນທີ່ຢູ່ນະຄອນປັກກິ່ງ ເຮັດໃຫ້ຈອມຂອງຕຶກສູງຫລາຍຫລັງ ແມ່ນບໍ່ສາມາດ ແນມເຫັນໄດ້ເລີຍ ໃນວັນທີ 14 ມັງກອນ 2013.
ໝອກຄວັນສີນໍ້າຕານອັນໜາແໜ້ນ ທີ່ປົກຄຸມພື້ນທີ່ຢູ່ນະຄອນປັກກິ່ງ ເຮັດໃຫ້ຈອມຂອງຕຶກສູງຫລາຍຫລັງ ແມ່ນບໍ່ສາມາດ ແນມເຫັນໄດ້ເລີຍ ໃນວັນທີ 14 ມັງກອນ 2013.
ໂຮງງານແຫ່ງນຶ່ງ ຢູ່ທາງຕາເວັນອອກຂອງຈີນຖືກໄຟໄໝ້ແຮງ
ເກີນທີ່ຈະຄວບຄຸມໄດ້ໂດຍທີ່ບໍ່ມີໃຜສັງເກດເຫັນເປັນເວລາ
ຕັ້ງຫລາຍຊົ່ວໂມງ ໃນວັນຈັນວານນີ້ ຍ້ອນປະຊາຊົນທີ່ອາໄສ
ຢູ່ໃນເຂດທ້ອງຖິ່ນ ບໍ່ສາມາດຈຳແນກຄວາມແຕກຕ່າງລະ
ຫວ່າງຄວັນໄຟຈາກໝອກຄວັນອັນໜາແໜ້ນ ທີ່ປົກຄຸມທົ່ວ
ຂົງເຂດນັ້ນໄດ້.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າ ໂຮງງານຜະລິດ
ເຄື່ອງເຟີ ນີເຈີໃນແຂວງ Zheijiang ຖືກໄຟໄໝ້ເປັນເວລາເກືອບ
3 ຊົ່ວໂມງກ່ອນ ພວກຊາວບ້ານທີ່ອາໄສຢູ່ໃນທີ່ນັ້ນ ສັງເກດເຫັນ
ວ່າ ມີໄຟໄໝ້. ຕ້ອງໃຊ້ເວລາເຖິງ 10 ຊົ່ວໂມງ ຈຶ່ງສາມາດມອດ
ໄຟ ທີ່ໄດ້ທໍາລາຍເຄື່ອງເຟີນີເຈີຈໍາ ນວນຫລວງຫລາຍນັ້ນໄດ້.

ພື້ນທີ່ສ່ວນໃຫຍ່ຂອງພາກຕາເວັນອອກຂອງຈີນ ໄດ້ປະເຊີນກັບສະພາບອາ ກາດເປື້ອນ ເປິທີ່ຮ້າຍແຮງທີ່ສຸດ ເທົ່າທີ່ສາມາດຈໍາໄດ້ໃນຮອບຫລາຍມື້ຜ່ານມານີ້. ໃນຂະນະດຽວກັນ ຢູ່ນະຄອນປັກກິ່ງ ໝອກຄວັນສີນໍ້າຕານອັນໜາແໜ້ນທີ່ປົກຄຸມພື້ນທີ່ ໄດ້ຫລຸດຄວາມສາ ມາດໃນການເບິ່ງເຫັນໄດ້ ໄກພຽງ ແຕ່ 200 ແມັດເທົ່ານັ້ນໂດຍທີ່ຈອມຂອງຕຶກສູງຫລາຍ ຫລັງແມ່ນບໍ່ສາມາດ ແນມເຫັນໄດ້ເລີຍ.

ໃນລະດັບທີ່ຮ້າຍແຮງທີ່ສຸດ ຕົວເລກແທກລະດັບຄຸນນະພາບອາກາດ ໄດ້ສູງຂຶ້ນເກືອບ ເຖິງ 40 ເທົ່າ ຂອງຂີດຈໍາກັດທີ່ປອດໄພ ທີ່ວາງອອກໂດຍ ອົງການອະນາໄມໂລກ. ໂຮງ ໝໍຫລາຍແຫ່ງແມ່ນເຕັມໄປດ້ວຍຄົນເຈັບທີ່ຈົ່ມວ່າເຂົາເຈົ້າເປັນໂຣກຫົວໃຈ ຫລືໂຣກກ່ຽວ ກັບລະບົບຫາຍໃຈ.
XS
SM
MD
LG