ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກກິ່ງປະເຊີນກັບ ລະດັບມົນລະພິດ ທີ່ອັນຕະລາຍທີ່ສຸດ


ມົນລະພິດອາກາດ ຢູ່ນະຄອນຫລວງປັກກິ່ງຂອງຈີນ ໃນວັນທີ 13 ມັງກອນ 2013 ມື້ນີ້ ແມ່ນຮ້າຍແຮງທີ່ສຸດ ໃນປະຫວັດສາດ.
ມົນລະພິດອາກາດ ຢູ່ນະຄອນຫລວງປັກກິ່ງຂອງຈີນ ໃນວັນທີ 13 ມັງກອນ 2013 ມື້ນີ້ ແມ່ນຮ້າຍແຮງທີ່ສຸດ ໃນປະຫວັດສາດ.
ນະຄອນຫຼວງປັກ​ກິ່ງຂອງ​ປະ​ເທດຈີນ ໄດ້​ຢູ່​ພາຍ​ໃຕ້​ຄໍາ​ເຕືອນ​ໃຫ້​ລະວັງ​ຄວນ​ໝອກ​ທີ່​ໜາ ແໜ້ນ​ທີ່​ສຸດໃນ​ວັນ​ອາທິດ​ມື້​ນີ້ ຍ້ອນ​ເຕັມ​ໄປ​ດ້ວຍ​ມົນ​ລະ​ພິດທີ່​ຢູ່​ໃນ​ລະດັບທີ່​ອັນຕະລາຍທີ່ ສຸດ​ເປັນມື້​ທີ່​ສາມ​ແລ້ວ ​ແລະ​ທາງ​ການ ​ໄດ້​ເຕືອນໃຫ້ປະຊາຊົນ​ ​ຢູ່ແຕ່ໃນ​ບ້ານ.

ສູນ​ເຕືອນ​ໄພ​ສະພາບ​ແວດ​ລ້ອມ​ເຂດ​ເທດສະບານ​ເມືອງ ​ໄດ້​ອອກ​ຄໍາ​ເຕືອນ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ເມືອງຫຼວງປັກ​ກິ່ງ​ຂອງ​ຈີນ ​ບໍ່ໃຫ້​ພວກຜູ້​ເຖົ້າ​ ​ເດັກ ນ້ອຍ ​ແລະ​ພວກ​ທີ່​ມີ​ບັນຫາ​ລະບົບ​ຫາຍ​ໃຈ ​ ​ອອກໄປນອກບ້ານ ຫຼື ​ໄປ​ອອກ​ກໍາລັງ​ກາຍໜັກ​ເກີນ​ໄປ.

ທາງສູນ​ກາງ​ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ລະອອງຝຸ່ນທີ່ມີ​ຂະໜາດ​ນ້ອຍ​ພໍ​ທີ່​ຈະ​ຊຶມ​ເຂົ້າ​ໄປ​ໃນ​ປອດນັ້ນ ​ແມ່ນ​ຢູ່ລະດັບ​ສູງເກືອບ
ຮອດສີ່​ເທົ່າ​ຂອງ​ລະດັບ ທີ່​ຖື​ວ່າ​ປອດ​ໄພ ຊຶ່ງນັບ​ວ່າ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ.

ອົງການ​ຂ່າວ ຊິນ​ຫົວຂອງ​ຈີນ ທໍານາຍ​ວ່າ ມົນ​ລະ​ພິດ​ດັ່ງກ່າວ​ນີ້ ອາດສືບ​ຕໍ່​ໄປ​ອີກ​ສາມ​ມື້.

​ໃນ​ຂະນະດຽວ​ກັນ ໝອກອັນ​ໜາ​ແໜ້ນ​ທີ່​ປົກ​ຄຸມພື້ນ​ທີ່ອັນ​ກວ້າງ​ໃຫຍ່​ໄພ ສານ ໃນພາກ​ຕາ​ເວັນອອກ​ແລະ​ພາກ​ກາງຂອງ​ຈີນນັ້ນ ​ໄດ້​ຍັງ​ຜົນ​ໃຫ້ ທາງ​ການ​ປິດ​ຖະໜົນ​ຫຼວງ ຫຼາຍສາຍ ​ແລະ​ຖ້ຽວ​ບິນມີການ​ລ່າ​ຊ້າ​ຢູ່​ໃນ​ຫຼາຍ​ແຂວງ

ອົງການ​ນານາ​ຊາດ​ເວົ້າ​ວ່າ ຄຸນ​ນະພາ​ບອາກາດ​ຂອງ​ຈີນ ແມ່ນ​ລວມຢູ່​ໃນ​ພວກ​ທີ່ຂີ້ຮ້າຍ​ທີ່​ສຸດ​ຂອງ​ໂລກ ຍ້ອນ​ການ​ຊົມ​ໃຊ້​ຖ່ານ​ຫິນຢ່າງ​ມະຫາສານ ​ແລະພິດ​ໄອ​ເສຍ​ຂອງລົດ​ລາທີ່​
ແອ​ອັດຢູ່​ຕາມ​ຖະໜົນ​ຫົນທາງ​ຂອງ​ຕົວ​ເມືອງ.
XS
SM
MD
LG