ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນບໍ່ສາມາດຄວບຄຸມ ສະພາບຄວາມເປື້ອນເປິະ


ສະພາບອາກາດເປື້ອນເປິະໃນປະເທດຈີນ
ສະພາບອາກາດເປື້ອນເປິະໃນປະເທດຈີນ

ເຈົ້າໜ້າທີ່ອະວຸໂສດ້ານສະພາບແວດລ້ອມຄົນນຶ່ງຂອງຈີນ
ກ່າວວ່າການຕໍ່ສູ້ຮັບມືກັບສະພາບຄວາມເປື້ອນເປິະຂອງ
ຈີນພວມປະສົບກັບບັນຫາ ຂະນະທີ່ຈີນປະເຊີນກັບການ
ຂະຫຍາຍໂຕຂອງເຂດເທດສະບານ ແລະການເຕີບໂຕ
ຢ່າງວ່ອງໄວທາງເສດຖະກິດນັ້ນ.

ຮອງລັດຖະມົນຕີ ກະຊວງສິ່ງແວດລ້ອມຂອງຈີນ ທ່ານ
Zhang Lijun ກ່າວຕໍ່ກອງປະຊຸມຖະແຫຼງຂ່າວໃນວັນ
ເສົາມື້ນີ້ວ່າ ການປ່ອຍສິ່ງ ທີ່ພາໃຫ້ສະພາບແວດລ້ອມ
ເປື້ອນເປິະທີ່ມີມາແຕ່ດັ່ງເດີມ ຢູ່ຈີນນັ້ນ ແມ່ນຍັງມີສູງຢູ່
ແລະໃນບາງເຂດບໍ່ໄດ້ບັນລຸເປົ້າໝາຍ ທີ່ລັດຖະບານຕັ້ງ
ໄວ້. ແຕ່ທ່ານກ່າວຕື່ມວ່າ ບັນດາອຸດສາຫະກຳໃໝ່ກໍພວມສ້າງສານເຄມີທີ່ເປັນອັນຕະລາຍ
ຂີ້ເຫຍື້ອຫຼືສິ່ງທີ່ໃຊ້ການບໍ່ໄດ້ທາງດ້ານອີເລັກໂທນິກ ກໍພວມສ້າງບັນຫາໃໝ່ ແລະມີຜົນກະ
ທົບຕໍ່ສຸກຂະພາບຂອງມະນຸດ.

ທ່ານ Zhang ເວົ້າວ່າ ຈີນຈະພິມເຜີຍແຜ່ລາຍລະອຽດ ກ່ຽວກັບແຜນການ 5 ປີ ສຳລັບສະ
ພາບແວດລ້ອມ ຫຼັງຈາກໄດ້ຮັບການອະນຸມັດ ໂດຍຄະນະລັດຖະບານຈີນ.

XS
SM
MD
LG