ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນບັນລຸເປົ້າໝາຍ ໃນການຕໍ່ຕ້ານ ອາກາດເປິະເປື້ອນ


ທ່ານ Xie Zhenhua, ຮອງຜູ້ອໍານວຍການ ຄະນະກໍາມາທິການ ຝ່າຍພັດທະນາ ແລະປະຕິຮູບແຫ່ງລັດ ຂອງຈີນ
ທ່ານ Xie Zhenhua, ຮອງຜູ້ອໍານວຍການ ຄະນະກໍາມາທິການ ຝ່າຍພັດທະນາ ແລະປະຕິຮູບແຫ່ງລັດ ຂອງຈີນ

ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ດ້ານ​ດິນ​ຟ້າ​ອາກາດ​ຂອງ​ຈີນ​ ​ກ່າວ​ວ່າ ຈີນ​ໄດ້​ຕັດການປ່ອຍພວກ​
ມົນລະ​ພິດ​ທີ່ຮ້າຍແຮງ ເຂົ້າ​ສູ່ເຂດບັນຍາກາດນັ້ນລົງ 10 ​ເປີ​ເຊັນນັບ​ແຕ່​ປີ 2006 ​ເປັນ​ຕົ້ນ
ມາ ​ແລະ​ເວລາ​ນີ້ ໄດ້ກັບ​ຄືນ​ສູ່​ເສ້ນທາງທີ່ຈະບັນລຸເປົ້າໝາຍໃນການຕໍ່ຕ້ານອາກາດ​ເປິ​ະ
ເປື້ອນທີ່ຕົນ​ວາງ​ໄວ້​ສໍາລັບ​ປີ​ນີ້ແລ້ວ.

ສື່​ມວນ​ຊົນ​ຂອງລັດອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Xie Zhenhua ທີ່​ປະກາດ​ຂ່າວ​ນີ້ໃຫ້​ຮູ້ ທີ່​ກຸງ​
ປັກ​ກິ່ງໃນ​ວັນ​ພຸດ​ມື້​ນີ້. ຄໍາ​ປະກາດ​ດັ່ງກ່າວມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ເຈລະຈາ​ພວມ​ພົບ​ປະ
ກັນ​ທີ່​ເມືອງ Cancun ປະ​ເທດ​ເມັກຊິ​ໂກ​ໃນ​ອາທິດ​ນີ້ ​ເພື່ອ​ພະຍາຍາມ​ຫາ​ທາງ​ໃຫ້​ບັນລຸ
ຂໍ້​ຕົກລົງ​ລະຫວ່າງ​ຊາດ​ສະບັບໃໝ່ ​ເພື່ອຍັບຍັ້ງໄພ​ຄຸກ​ຄາມ​ຈາກ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ ອາກາດ​ຂອງ​ໂລກ​ນັ້ນ.

ໃນ​ກອງປະຊຸມຜ່ານມາຫລາຍ​ໆຄັ້ງ​ກ່ອນນີ້ ຈີນ​ບໍ່​ຍອມ​ໃຫ້​ຄໍາ​ໝັ້ນ​ສັນຍາ​ໃດໆ​ທີ່ຈະ​ຕັ້ງ​
ເປົ້າ​ໝາຍ​ໄວ້ ສໍາລັບການ​ຕັດການປ່ອຍຄວັນ​ເສຍ​ຂຶ້ນ​ສູ່​ຫ້ວງ​ອາ​ກາດ​ນັ້ນ.

ເຖິງແມ່ນຈະ​ຍອມຮັບ​ວ່າ ຕົນ​ເປັນ​ປະ​ເທດ​ທີ່​ປ່ອຍອາຍແກ​ສ​ເຮືອນ​ແກ້ວ​ເຂົ້າ​ສູ່​ເຂດບັນຍາ
ກາດ​ລາຍ​ໃຫຍ່​ຂອງ​ໂລກ ​ຈີນກໍໄດ້ໂຕ້​ແຍ້​ງວ່າ ອິງ​ຕາມ​ພື້ນຖານ​ແຕ່​ລະ​ຫົວ​ຄົນ​ແລ້ວ ຈີນ
ແມ່ນປ່ອຍ​ແກ​ສ​ເຮືອນ​ແກ້​ວອອກໜ້ອຍ​ກວ່າ​ພວກ​ປະ​ເທດ​ທີ່ພັດທະນາ​ແລ້ວ​ທັງຫລາຍ.

XS
SM
MD
LG