ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ແຕ່ງຕັ້ງ ລມຕ ປ້ອງກັນປະເທດ ແລະການຕ່າງປະເທດ ຄົນໃໝ່


ທ່ານ Chang Wanquan ລັດຖະມົນຕີກະຊວງປ້ອງກັນປະເທດ
ຄົນໃໝ່ຂອງຈີນ (ກາງ, ແຖວໜ້າ) ນັ່ງຮ່ວມກັນກັບຄະນະຜູ້ຕາງໜ້າຄົນອື່ນໆ ໃນກອງປະຊຸມສະພາປະຊາຊົນແຫ່ງ ຊາດ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (16 ມີນາ 2013)
ທ່ານ Chang Wanquan ລັດຖະມົນຕີກະຊວງປ້ອງກັນປະເທດ ຄົນໃໝ່ຂອງຈີນ (ກາງ, ແຖວໜ້າ) ນັ່ງຮ່ວມກັນກັບຄະນະຜູ້ຕາງໜ້າຄົນອື່ນໆ ໃນກອງປະຊຸມສະພາປະຊາຊົນແຫ່ງ ຊາດ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (16 ມີນາ 2013)
ໃນວັນເສົາມື້ນີ້ ສະພາປະຊາຊົນແຫ່ງຊາດຂອງຈີນ ໄດ້ຮັບຮອງ ເອົາການແຕ່ງຕັ້ງ 2 ຕຳແໜ່ງທີ່ສຳຄັນ.

ທ່ານນາງ Wang Yi ອະດີດເອກອັກຄະລັດຖະທູດຈີນ ປະຈຳ
ປະເທດຍີ່ປຸ່ນ ແມ່ນເປັນລັດຖະມົນຕີການຕ່າງປະເທດຄົນໃໝ່
ຂອງຈີນ.

ການແຕ່ງຕັ້ງທ່ານນາງ Wang ທີ່ປາກພາສາຍີ່ປຸ່ນໄດ້ມີຂຶ້ນໃນ
ເວລາທີ່ຫຼໍ່ແຫຼມສຳຄັນ ໃນຄວາມສຳພັນລະຫວ່າງຈີນກັບຍີ່ປຸ່ນ ຂະນະທີ່ປະເທດທັງສອງພວມເຈລະຈາຫາລືກັນກ່ຽວກັບກຳມະ ສິດຂອງໝູ່ເກາະນ້ອຍໆທີ່ບໍ່ມີຄົນອາໄສຢູ່ໃນເຂດທະເລຈີນຕາ
ເວັນອອກ.

ສ່ວນທ່ານ Chang Wanquan ທີ່ເຄີຍພົວພັນກັບໂຄງການອະ ວະກາດຂອງຈີນນັ້ນ ໄດ້ຮັບການອະນຸມັດ ໃຫ້ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດຄົນໃໝ່ຂອງຈີນ.
XS
SM
MD
LG