ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Xi ຂຶ້ນເປັນ ປະທານປະເທດຈີນ ຢ່າງເປັນທາງການ (ວີດິໂອກັບສະໄລດ໌)


ທ່ານ Hu Jintao ຈັບມືກັບ ທ່ານ Xi Jinping ຜູ້ນຳພັກຄອມມີວນີສຈີນ ແລະປະທານສະພາຄະນະກໍາມະການ ບັນຊາການກອງທັບຈີນ ທີ່ຫາກໍ່ຖືກເລືອກຕັ້ງໃຫ້ເປັນປະທານ ປະເທດຢ່າງເປັນທາງການ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງກອງປະຊຸມຫລວງຂອງສະພາປະຊາຊົນແຫ່ງຊາດ (NPC) ຄັ້ງທີ 12 ໃນວັນພະຫັດ ທີ 14 ມີນາ 2013.
ທ່ານ Hu Jintao ຈັບມືກັບ ທ່ານ Xi Jinping ຜູ້ນຳພັກຄອມມີວນີສຈີນ ແລະປະທານສະພາຄະນະກໍາມະການ ບັນຊາການກອງທັບຈີນ ທີ່ຫາກໍ່ຖືກເລືອກຕັ້ງໃຫ້ເປັນປະທານ ປະເທດຢ່າງເປັນທາງການ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງກອງປະຊຸມຫລວງຂອງສະພາປະຊາຊົນແຫ່ງຊາດ (NPC) ຄັ້ງທີ 12 ໃນວັນພະຫັດ ທີ 14 ມີນາ 2013.
ທ່ານ Xi Jinping ຜູ້ນຳພັກຄອມມີວນີສຈີນ ໄດ້ເຂົ້າກຳຕໍາ
ແໜ່ງເປັນປະທານ ປະເທດຢ່າງເປັນທາງການ ໃນວັນພະຫັດ
ມື້ນີ້ ຢູ່ໃນພິທີທີ່ຈັດຂຶ້ນຕາມທຳນຽມທີ່ເຄີຍປະຕິບັດກັນມາ ເພື່ອ
ເຮັດໃຫ້ການກ້າວຂຶ້ນສູ່ອໍານາດຂອງທ່ານຄົບຖ້ວນສົມບູນ.

ທ່ານ Xi ໄດ້ຮັບຕໍາແໜ່ງ ຊຶ່ງສ່ວນໃຫຍ່ແລ້ວເປັນພຽງສັນຍາ
ລັກດັ່ງກ່າວ ພາຍ ຫລັງທີ່ມີພິທີລົງຄະແນນສຽງຢ່າງລະອຽດ
ໃນກອງປະຊຸມຫລວງ ຂອງສະພາປະ ຊາຊົນແຫ່ງຊາດ ຊຶ່ງ
ທ່ານ Xi ໄດ້ຮັບຄະແນນສຽງສະໜັບສະໜຸນ 2,952 ສຽງ ແລະມີແຕ່ສຽງດຽວທີ່ຄັດຄ້ານທ່ານ. ທ່ານໄດ້ເຂົ້າກຳສອງ
ຕໍາແໜ່ງທີ່ມີຄວາມສຳຄັນກວ່າ ໃນເດືອນພະຈິກຜ່ານມາ ນັ້ນກໍຄືເປັນເລຂາທິການໃຫຍ່ຂອງພັກ ແລະ ເປັນຜູ້ບັນຊາການກອງທັບຈີນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ທ່ານ Xi ອາຍຸ 59 ປີ ເຂົ້າຮັບໜ້າທີ່ ແທນທ່ານ Hu Jintao ອັນເປັນພາກສ່ວນນຶ່ງຂອງ
ການໂອນອໍານາດ ທີ່ມີການຄຸ້ມຄອງກັນຢ່າງເຂັ້ມງວດ ຊຶ່ງມີຂຶ້ນ ໃນທຸກໆ 10 ປີ. ຢູ່ໃນ
ພິທີ ຊຶ່ງຈັດຂຶ້ນໃນວັນພະຫັດມື້ນີ້ທ່ານ Li Yuanchao ສະມາຊິກກົມການເມືອງສູນກາງ
ພັກ ທີ່ກ່າວກັນວ່າເປັນນັກປະຕິຮູບຫົວເສລີນິຍົມນັ້ນ ໄດ້ຖືກແຕ່ງຕັ້ງໃຫ້ເປັນຮອງປະ
ທານປະເທດ. ທ່ານ Li Keqiang ແມ່ນຄາດວ່າ ຈະໄດ້ເຂົ້າກຳຕໍາແໜ່ງ ເປັນນາຍົກ
ລັດຖະມົນຕີໃນວັນສຸກມື້ອື່ນ.

ນັບແຕ່ໄດ້ເຂົ້າກຳຕຳແໜ່ງເປັນຜູ້ນຳຂອງພັກແລ້ວ ທ່ານ Xi ໄດ້ສັນຍາວ່າ ຈະ ປັບ
ປຸງເສດຖະກິດຂອງຈີນ, ຫລຸດຜ່ອນສະພາບແວດລ້ອມທີ່ເປື້ອນເປິເປັນອັນ ຕະລາຍ
ແລະປາບປາມການສໍ້ລາດບັງຫຼວງ ທີ່ມີຢູ່ຢ່າງແຜ່ຫລາຍໃນຖັນແຖວ ຂອງພັກ.

ສະໄລດ໌ພາບກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG