ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນມີແຜນປັບປຸງ ໂຄງສ້າງລັດຖະບານ ຄືນໃໝ່


ທ່ານ Ma Kai ສະມາຊິກສະພາລັດ ກ່າວຕໍ່ກອງປະຊຸມຄະນະ
ລັດຖະບານ ເມື່ອມໍ່ໆ ມານີ້
ທ່ານ Ma Kai ສະມາຊິກສະພາລັດ ກ່າວຕໍ່ກອງປະຊຸມຄະນະ ລັດຖະບານ ເມື່ອມໍ່ໆ ມານີ້
ຄະນະລັດຖະມົນຕີຈີນ ຫລືທີ່ເອີ້ນວ່າ ສະພາລັດນັ້ນ ໄດ້
ເປີດເຜີຍແຜນການ ປັບປຸງໂຄງສ້າງລັດຖະບານຄືນໃໝ່ ເພື່ອຕັດຮອນຂັ້ນຕອນການດໍາເນີນງານຂອງລັດຖະບານ ແລະການແຊກແຊງຂອງຝ່າຍບໍລິຫານ ເຂົ້າໃນບັນຫາທຸ
ລະກິດ ແລະສັງຄົມ.

ຢູ່ພາຍໃຕ້ການຈັດຕັ້ງຄືນໃໝ່ນີ້ ຈໍານວນຂອງກະຊວງທີ່ຢູ່
ໃຕ້ການຄຸ້ມຄອງ ຂອງສະພາລັດ ແມ່ນຈະຫລຸດລົງຈາກ 27
ມາເປັນ 25 ກະຊວງ ໃນຂະນະທີ່ ຫລາຍກົມກອງແລະອົງ
ກອນ ຈະເອົາຮວມຕົວເຂົ້າກັນ ແລະຈັດຕັ້ງຄືນໃໝ່ອີກ.

ທ່ານ Ma Kai ສະມາຊິກສະພາລັດ ກ່າວຕໍ່ກອງປະຊຸມຄະນະ
ລັດຖະບານວ່າ ບາງກົມກໍມີອໍານາດເກີນກວ່າຄວາມຕ້ອງການ ໃນຂະນະທີ່ຢູ່ໃນບາງດ້ານ ຂອງການປົກຄອງນັ້ນ ບັນດາກົມກອງເຫລົ່ານີ້ ບໍ່ຢູ່ໃນຖານະທີ່ຈະທໍາການ ເຄື່ອນໄຫວ ຫຍັງເລີຍ.

ສະພາລັດໄດ້ຍື່ນແຜນການ ຊຶ່ງເປັນການດໍາເນີນການຈັດຕັ້ງຄືນໃໝ່ ຄັ້ງທີ 7 ຂອງລັດ
ຖະບານຈີນ ໃນຮອບສາມທົດສະວັດຜ່ານມາ ຕໍ່ກອງປະຊຸມຫລວງຂອງສະພາປະຊາຊົນ
ກໍຄືສະພານິຕິດບັນຍັດຂອງຈີນ ໃນວັນອາທິດມື້ນີ້.

ກຸງປັກກິ່ງ ໄດ້ສະແດງຄວາມເປັນຫ່ວງ ຕໍ່ການທໍາງານແບບຊ້ອນກັນ, ການບໍລິຫານທັບກັນ, ສະມັດຕະພາບຕໍ່າ ແລະການປົກຄອງທີ່ມີຫລາຍຂັ້ນຫລາຍຕອນເກີນໄປ ທີ່ໄດ້ເອື້ອອໍາ
ນວຍໃຫ້ມີການສໍ້ລາດບັງຫລວງ ແລະການລະເລີຍໃນໜ້າທີ່ ໃນຫລາຍໆກໍລະນີ.
XS
SM
MD
LG