ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຄອມມີວນີສຈີນ ທໍາການປະຊຸມລັບ ຢູ່ນະຄອນຫຼວງ ປັກກິ່ງ

ຮູບສະໜອງໃຫ້ໂດຍອົງການຂ່າວຊິນຫົວຂອງທາງການຈີນ ສະແດງໃຫ້ເຫັນທ່ານ Hu Jintao ຜູ້ນໍາສູງສຸດຂອງຈີນ (ກາງ) ທ່ານ Wu Bangguo (ທີ 4 ກໍ້າຂວາ ທີ4), ທ່ານ Wen Jiabao (ທີ 4 ກໍ້າຊ້າຍ), ທ່ານ Jia Qinglin (ທີ 3 ຂວາ), ທ່ານ Zeng Qinghong (ທີ 3 ຊ້າຍ), ທ່ານ Huang Ju (ທີ 2 ຂວາ), ທ່ານ Wu Guanzheng (ທີ 2 ຊ້າຍ), ທ່ານ Li Changchun (ຂວາ)

ພວກຜູ້ນໍາອະວຸໂສຂອງພັກຄອມມີວນີສຈີນ ໄປເຕົ້າໂຮມກັນ
ຖ້າມກາງການຮັກສາຄວາມ ສະຫງົບຢ່າງໜາແໜ້ນ ເພື່ອທໍາ ການປະຊຸມລັບຢູ່ໃນນະຄອນຫລວງປັກກິ່ງ ບ່ອນທີ່ພວກ ທ່ານ ເຫລົ່ານີ້ຈະດໍາເນີນການຂັ້ນສຸດທ້າຍ ໃນການໂອນອຳນາດ ຂອງຜູ້ນຳຊຶ່ງມີຂຶ້ນສິບປີໃດເທື່ອນຶ່ງ ທີ່ຈະເລີ້ມໃນອາທິດໜ້ານີ້.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າການປະຊຸມກັນສະໄໝສຸດທ້າຍຂອງຄະນະ
ກໍາມະການສູນກາງ ພັກຄອມມີວນິສ ຄັ້ງທີ 17 ໄດ້ໄຂຂຶ້ນໃນວັນພະຫັດມື້ນີ້. ບົດບັນທຶກ ສັ້ນໆເວົ້າວ່າ ໄດ້ມີການສົນທະນາຫາລືກັນ ກ່ຽວກັບການປ່ຽນແປງໃນທຳມະນູນຂອງພັກ ແລະຂໍ້ສະເໜີອື່ນໆອີກໃນກອງປະຊຸມ ດັ່ງກ່າວ.

ກອງປະຊຸມທີ່ຄາດກັນວ່າຈະແກ່ຍາວໄປປະມານ 1 ອາທິດນັ້ນມີທ່າທາງວ່າຈະມີການຂັບ ໄລ່ຢ່າງເປັນທາງການ ທ່ານ Bo Xilai, ນັກການເມືອງທີ່ອັບອາຍຂາຍໜ້າແລະອະດີດ ສະມາຊິກກົມການເມືອງສູນກາງພັກ ທີ່ຄາດວ່າຈະຖືກດຳເນີນຄະດີໃນໄວໆນີ້ ໃນຂໍ້ຫາ ສໍ້ລາດບັງຫລວງ ແລະຂໍ້ຫາອື່ນໆອີກ.

ກອງປະຊຸມນີ້ ຍັງເປັນໂອກາດອັນສຸດທ້າຍ ສໍາລັບພວກຜູ້ນໍາພັກຄອມມີວນິສ ທີ່ຈະຕໍ່ລອງ ກັນກ່ຽວກັບຕໍາແໜ່ງນໍາພາໃນພັກ ທີ່ຈະໄດ້ຖືກເປີດເຜີຍຢູ່ໃນກອງປະຊຸມໃຫຍ່ຂອງພັກ ຄັ້ງ ທີ 18 ທີ່ຈະເລີ້ມຂຶ້ນໃນວັນພະຫັດໜ້ານີ້.

ຄະດີຂອງທ່ານ ໂບ ພ້ອມກັບຂ່າວນອງນັນກ່ຽວກັບການສໍ້ລາດບັງຫລວງຂອງບຸກຄົນທີ່ມີ ອໍານາດຜູ້ອື່ນໆອີກ ໄດ້ເຮັດໃຫ້ພວກຜູ້ນໍາພັກຄອມມີວນິສ ຢູ່ໃນທ່າຕ້ອງລະວັງຕົວ ຕໍ່ໜ້າ ການໂອນອໍານາດທີ່ຫລໍ່ແຫລມຢູ່ແລ້ວ ພ້ອມທັງມີການຮັກສາຄວາມສະຫງົບເພີ້ມຂຶ້ນ ໃນທົ່ວນະຄອນຫລວງ. ອົງການຂ່າວຊິນຫົວເວົ້າວ່າ ມີ 1 ລ້ານ 4 ແສນຄົນ ໄດ້ອາສາສະ ມັກຊ່ວຍ ຕໍາຫລວດໃນການຮັກສາ “ຄວາມສະຫງົບ” ໃນໄລຍະທີ່ມີກອງປະຊຸມນີ້.
XS
SM
MD
LG