ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຂັບໄລ່ ທ່ານ Bo Xilai ອອກຈາກ ພັກຄອມມູນິດ (ສະໄລດ໌)


Men carry a fake cow while riding an escalator during preparations for the Green Week international food, agriculture and horticulture fair in Berlin, Germany.
Men carry a fake cow while riding an escalator during preparations for the Green Week international food, agriculture and horticulture fair in Berlin, Germany.
ສື່ມວນຊົນຂອງທາງການຈີນລາຍງານວ່າ ທ່ານ Bo Xilay ນັກ
ການເມືອງທີ່ຖືກປົດອອກຈາກຕຳແໜ່ງ ຊຶ່ງຕົກເປັນຈຸດສູນກາງ ຂອງຂ່າວນອງນັນທາງການເມືອງ ທີ່ໃຫຍ່ທີ່ສຸດ ຢູ່ຈີນ ໃນຮອບ
ຫຼາຍໆທົດສະວັດ ໄດ້ຖືກໄລ່ອອກຈາກພັກຄອມມູນິດ ແລະຈະ
ປະເຊີນກັບການດຳເນີນຄະດີ.

ອົງການຂ່າວຊິນຫົວລາຍງານວ່າ ທ່ານ Bo ຊຶ່ງຄັ້ງນຶ່ງເຄີຍພິຈາ
ລະນາກັນວ່າເປັນດາວຮຸ່ງຂອງວົງການເມືອງຈີນຈະປະເຊີນກັບ
ຂໍ້ຫາຕ່າງໆຮວມທັງການສໍ້ລາດບັງຫຼວງ ໃຊ້ອຳນາດໄປໃນທາງ
ຜິດ ຮັບເງິນສິນບົນ ແລະມີຄວາມສຳພັນ ແບບບໍ່ເໝາະສົມກັບ
ແມ່ຍິງຈຳນວນນຶ່ງ. ລາຍງານເວົ້າວ່າ ການກະທຳຂອງທ່ານ Bo ໄດ້ສ້າງຜົນສະທ້ອນໃນທາງລົບແລະຄວາມເສຍຫາຍຮ້າຍແຮງ
ຕໍ່ຊື່ສຽງຂອງພັກຄອມມູນິດແລະປະເທດຈີນ.

ທ່ານ Bo ທີ່ບໍ່ໄດ້ປະກົດໂຕ ຫຼືໃຫ້ຄວາມເຫັນໃດໆ ມາໄດ້ຫຼາຍເດືອນແລ້ວນັ້ນ ໄດ້ຖືກປົດ ອອກຈາກຕຳແໜ່ງຕ່າງໆຂອງພັກໃນຕົ້ນປີນີ້ເວລາເຈົ້າໜ້າທີ່ຈີນຮູ້ຂ່າວກ່ຽວກັບການກ່າວ ຫາຕໍ່ພັນລະຍາຂອງທ່ານ ຄືທ່ານນາງ Gu Kailai ວ່າ ພົວພັນກັບຄະດີ ຄາດຕະກຳນັກທຸ ລະກິດອັງກິດຄົນນຶ່ງ.

ໃນລາຍງານອີກສະບັບນຶ່ງທີ່ອອກໃນວັນສຸກມື້ນີ້ ອົງການຂ່າວຊິນຫົວເວົ້າວ່າ ກອງປະຊຸມ ໃຫຍ່ ຄັ້ງທີ 18 ຂອງພັກຄອມມູນິດ ຊຶ່ງຈະເລີ້ມຂັ້ນຕອນທີ່ມີຄວາມຫຼໍ່ແຫຼມສຳຄັນໃນການ ໂອນອຳນາດໄປໃຫ້ພວກຜູ້ນຳຮຸ້ນໃໝ່ຂອງຈີນນັ້ນ ຈະໄຂຂຶ້ນໃນວັນທີ 8 ພະຈິກຈະມານີ້.

XS
SM
MD
LG