ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານປະເທດຈີນ Jiang Zemin ປາກົດຕົວ ໃນທີ່ສາທາລະນະ


ອະດີດປະທານປະເທດຈີນ ທ່ານ Jiang Zemin, (ຊ້າຍ)
ອະດີດປະທານປະເທດຈີນ ທ່ານ Jiang Zemin, (ຊ້າຍ)

ທ່ານ Jiang Zemin ອະດີດປະທານປະເທດຈີນ ໄດ້ອອກມາປາກົດຕົວ ໃນທີ່ສາທາລະ
ນະທີ່​ບໍ່​ຄ່ອຍ​ມີ​ຂຶ້ນ​ນັ້ນ ​ໃນວັນອາທິດມື້ນີ້ ຫລາຍ​ເດືອນຫລັງຈາກມີການສັນນິຖານ​ກັນວ່າ
ທ່ານ​ໄດເສຍຊີວິດໄປແລ້ວຫລືວ່າໃກ້ຈະເສຍຊີວິດ.

ທ່ານ ຈຽງ ອາຍຸ 85 ປີ ໄດ້​ໄປປາກົດຕົວທີ່ພິທີລະນຶກເຖິງການປະຕິວັດ ປີ 1911 ທີ່ໄດ້
ໂຄ່ນລົ້ມລະບອບຈັກກະພັດຢູ່ຈີນແຜ່ນດິນໃຫຍ່ ແລະໄດ້ຈັດຕັ້ງລັດຖະບານຄະນະຊາດຂຶ້ນ
ມາ ຊຶ່ງພາຍຫລັງຕໍ່ມາ ກໍໄດ້ຖືກໂຄ່ນ ລົ້ມໂດຍກໍາລັງຄອມມີວນີສ ເມົາເຈີຕຸງ ໃນປີ 1949.

ພວກນັກສັງເກດການກ່າວວ່າ ທ່ານ ຈຽງ ມີລັກສະນະອ່ອນແອຫລາຍ ເວລາທ່ານ​ເຂົ້າ​ປະ​
ຈໍາ​ບ່ອນ​ນັ່ງ​ຂອງທ່ານ ຢູ່​ເທິງ​ເວທີ​ສະພາ ​ຫລືສາລາ​ ປະຊາຊົນ ໃນນະຄອນຫລວງປັກກິ່ງ
ພ້ອມກັບພວກຜູ້ນໍາຈີນ ໃນອະດີດ ແລະປັດຈຸບັນ.

ຂ່າວລືກ່ຽວ​ກັບການເສຍຊີວິດຂອງທ່ານ ຈຽງ ນັ້ນ ແມ່ນເລິ່ມແຜ່ລາມອອກໄປ ໃນເດືອນ
ກໍລະກົດ ຫລັງທ່ານບໍ່​ໄດ້​ໄປ​ມີໜ້າ​ໃນ​ກອງປະຊຸມ ສະເຫລີມສະຫລອງວັນຄົບຮອບ 90 ປີ
ຂອງພັກຄອມມີວນີສ.

ອົງການຂ່າວຊິນຫົວຂອງຈີນ ໄດ້ພິມເຜີຍແຜ່ການປະຕິເສດຂ່າວລື ແລະເວົ້າວ່າ ລາຍງານ
ດັ່ງ​ກ່າວ ເປັນພຽງຂ່າວລືເທົ່ານັ້ນ.

XS
SM
MD
LG