ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານເຫວິນ ເຈ້ຍບາວ ຮຽກຮ້ອງໃຫ້ຈີນ ປະຕິຮູບ ທາງດ້ານການເມືອງ


ທ່ານ ເຫວິນ ເຈ້ຍບາວ ນາຍົກລັດຖະມົນຕີຈີນ ໃນຂະນະຖະແຫລງຕໍ່ ສະພາປະຊາຊົນແຫ່ງຊາດຈີນ
ທ່ານ ເຫວິນ ເຈ້ຍບາວ ນາຍົກລັດຖະມົນຕີຈີນ ໃນຂະນະຖະແຫລງຕໍ່ ສະພາປະຊາຊົນແຫ່ງຊາດຈີນ

ນາຍົກລັດຖະມົນຕີຈີນ​ໄດ້​ເນັ້ນ​ຍໍ້າ​ເຖິງຄວາມ​ຈໍາ​ເປັນໃນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງເພື່ອ
ຄໍ້າປະກັນ​ຄວາມ​ກ້າວໜ້າ​ຂອງ​ເສດຖະກິດແລະປ້ອງກັນ ​ລ່ວງ​ໜ້າ ​ໄພ​ຂົ່ມຂູ່ຕໍ່​ຄວາມ​ບໍ່​ທຸ່ນ
ທ່ຽງດ້ານ​ສັງຄົມ ​ໃນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ ການ​ໃຫ້​ສໍາພາດ​ນັກ​ຂ່າວ​ຄັ້ງ​ສຸດ​ທ້າຍ​ ທີ່ສໍາຄັນ
ຂອງ​ທ່ານ ກ່ອນ​ທ່ານ​ຈະ​ອອກກິນ​ເບ້ຍ​ບຳນານໃນ​ປີໜ້າ​ນີ້.

ທ່ານ​ເຫ​ວິນ ​ເຈ້ຍບາວ ​ໄດ້​ເວົ້າກັບ​ພວກ​ນັກ​ຂ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ຫລັງ​ຈາກປິດ​ກອງປະຊຸມ
ປະ​ຈໍາປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ປັກ​ກິ່​ງ. ທ່ານ ​ເຫ​ວິນ​ກ່າວ​ວ່າ ຖ້າ​ຫາກ​ບໍ່​ມີ​
ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ແລ້ວ ຈີນ​ຈະ​ສ່ຽງ ຕໍ່​ການ​ເກີດ​ຄວາມ​ວຸ້ນວາຍ ດັ່ງ​ທີ່​ໄດ້​ເກີດ​
ຂຶ້ນມາ​ແລ້ວ​ໃນ​ລະຫວ່າງການ​ປະ ຕິວັດ ວັດທະນະທໍາ​ທີ່ຮຸນ​ແຮງ​ ​ແຕ່​ປີ 1966 ຫາ​ປີ
1976 ນັ້ນ.

ທ່ານ​ເຫ​ວິນ ​ໄດ້ເຕືອນ​ວ່າ ຄວາມ​ກ້າວໜ້າ​ທາງ​ດ້ານເສດຖະກິດທີ່​ຈີນ​ໄດ້ ຮັບ​ໃນ​ໄລຍະ​ສາມ​
ສິບ​ປີຜ່ານມາ​ນີ້ ອາດ​ຈະ​ສູນ​ເສຍ​ໄປ​ອີກ​ເຊັ່ນ​ກັນ ຖ້າ​ຫາກ​ບໍ່​ມີ​ການ​ປະຕິຮູບດ້ານ​ການ​ເມືອງ.

ນາຍົກລັດຖະມົນຕີຜູ້​ກໍາລັງ​ຈະ​ພົ້ນຈາກ​ຕໍາ​ແໜ່​ງທ່ານນີ້ຂອງ​ຈີນ​ເປັນ​ຜູ້​ກ້າ​ປາກກ້າ​ເວົ້າທີ່​ສຸດ
ໃນ​ບັນດາ​ຜູ້​ນໍາລະດັບ​ສູງ​ຂອງ​ຈີນ ກ່ຽວ​ກັບຄວາມ​ຈໍາ​ເປັນ​ທີ່​ຕ້ອງ​ປະຕິ​ຮູບການ​ເມືອງ ​ເຖິງ​
ແມ່ນເມື່ອ​ວັນ​ພຸດ​ມື້​ນີ້ ກໍດັ່ງ​ດຽວ​ກັນ ກັບ​ໃນ​ເມື່ອ​ກ່ອນ ​ທ່ານ​ເຫ​ວິນ​ບໍ່​ໄດ້​ໃຫ້ຄວາມ​ຊັດ​ເຈນ
ໃດໆ​ກ່ຽວ​ກັບວ່າ​ການ​ປະຕິ​ຮູບຈະ​ມີ​ຜົນ​ຢ່າງ​ໃດ.

XS
SM
MD
LG