ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະ​ບົບ​ການ​ເມືອງ ຈີນ ຊ່ວຍ​ພັດ​ທະ​ນາ ປັນ​ຍາ​ປະ​ດິດ​ ຂອງ​ເຂົາ​ເຈົ້າ


ພະ​ນັກ​ງານ​ບໍ​ລິ​ສັດ Watrix ສາ​ທິດ​ຊອ​ຟ​ແວ ການ​ຈື່​ທ່າ​ຍ່າງ​ຂອງ​ບໍ​ລິ​ສັດ​ຂອງ​ລາວ ຢູ່​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 31 ຕຸ​ລາ, 2018.
ພະ​ນັກ​ງານ​ບໍ​ລິ​ສັດ Watrix ສາ​ທິດ​ຊອ​ຟ​ແວ ການ​ຈື່​ທ່າ​ຍ່າງ​ຂອງ​ບໍ​ລິ​ສັດ​ຂອງ​ລາວ ຢູ່​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 31 ຕຸ​ລາ, 2018.

ຈີນ ມີລາຍງານວ່າ ຕົນເປັນຜູ້ນຳໜ້າໃນຫຼາຍພາກສ່ວນຂອງທຸລະກິດ ຄືລົດທີ່ຂັບດ້ວຍຕົວມັນເອງ, ເທັກໂນໂລຈີຈື່ຈຳໜ້າ ແລະ ເຮືອບິນບໍ່ມີຄົນຂັບບາງປະເພດ.

ຄວາມ​ກ້າວ​ໜ້າ​ດ້ານເທັກ​ໂທ​ໂລ​ຈີ​ ທີ່ສະ​ແດງ​ໃຫ້​ເຫັນໂດຍ ຈີນ ​ເມື່ອບໍ່​ດົນ​ມານີ້ໄດ້​ເລີ່ມ​
ເຮັດໃຫ້ມີການໂຕ້ຖຽງກັນ ກ່ຽວກັບວ່າ ເຂົາເຈົ້າມີກຳນົດຈະເປັນຜູ້ນຳໜ້າໃນຂະແໜງ
ປັນຍາປະດິດ ຫຼື AI ເຊິ່ງມີທຸລະກິດທີ່ກວ້າງຂວາງ ແລະ ມີການນຳໃຊ້ໃນກອງທັບ.

ຄວາມ​ເປັນ​ຫ່ວງ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ຄວາມ​ກ້າວ​ໜ້າ​ດ້ານ AI ຂອງ ຈີນ ນັ້ນ, ຍັງ​
ໄດ້ມີອິດທິພົນສ່ວນນຶ່ງ, ໃນການເຈລະຈາດ້ານການຄ້າທີ່ກຳລັງດຳເນີນຢູ່ ລະຫວ່າງ
ວໍຊິງຕັນ ກັບ ປັກກິ່ງ. ທັງສະຫະລັດ ແລະ ສະຫະພາບ ຢູໂຣບ ກຳລັງເອົາມາດຕະການ
ເພື່ອຢຸດການຮົ່ວໄຫຼຂໍ້ມູນ ທີ່ມີລາຍງານວ່າໄດ້ຊ່ວຍເຫຼືອບັນດາບໍລິສັດຂອງ ຈີນ ທຳ
ລາຍທຸລະກິດຂອງປະເທດຕາເວັນຕົກ.

ແຕ່​ນັກ​ວິ​ເຄາະ​ຫຼາຍ​ຄົນ​ກ່າວ​ວ່າ ບໍ​ລິ​ສັດ ຈີນ ແລະ ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ກັບ​ການ​
ປ້ອງກັນປະເທດ ໃນຂົງເຂດຄື ປັນຍາປະດິດ ຫຼື ເທັກໂນໂລຈີນ ອິນເຕີແນັດ 5G ນັ້ນ
ສາມາດຈະເລີນກ້າວໜ້າໄດ້ ດ້ວຍຕົວມັນ ໂດຍ ແມ່ນກະທັ້ງທີ່ຂໍ້ມູນຈາກໂລກຕາເວັນ
ຕົກໄດ້ຖືກຕັດຂາດໄປກໍຕາມ. ຈີນ ມີລາຍງານວ່າ ຕົນເປັນຜູ້ນຳໜ້າໃນຫຼາຍພາກສ່ວນ
ຂອງທຸລະກິດ ຄືລົດທີ່ຂັບດ້ວຍຕົວມັນເອງ, ເທັກໂນໂລຈີຈື່ຈຳໜ້າ ແລະ ເຮືອບິນບໍ່ມີ
ຄົນຂັບບາງປະເພດ.

ສະ​ຖາ​ບັນ​ປັນ​ຍາ​ປະ​ດິດ ອາ​ລ​ເລັນ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ ສະ​ຫະ​ລັດ ເມື່ອບໍ່​ດົນ​ມານີ້ ໄດ້
ກາຍເປັນທີ່ສົນໃຈ ເມື່ອເຂົາເຈົ້າໄດ້ລາຍງານວ່າ ຈີນ ນຳຫຼັງ ສະຫະລັດ ຕິດເປັນອັນ
ດັບສອງ ເມື່ອເວົ້າເຖິງການຂຽນບົດລາຍງານທີ່ຖືກອ້າງອີງຢ່າງເປັນປະຈຳ ກ່ຽວກັບ
ປັນຍາປະດິດ. ການປະກອບສ່ວນຂອງ ສະຫະລັດ ແມ່ນ 29 ເປີເຊັນ ແລະ ຈີນ ແມ່ນ
26 ເປີເຊັນສຳລັບບົດຂຽນດັ່ງກ່າວ.

ທ່ານ ບາ​ທ໌ ແຊ​ລ​ແມັນ ຜູ້​ທີ່​ຖືກ​ເລືອກ​ເປັນ​ປະ​ທານ​ຂອງ​ສະ​ມາ​ຄົມ​ສຳ​ລັບ​ຄວາມ​ກ້າວ
ໜ້າຂອງປັນຍາປະດິດ, ເຊິ່ງແມ່ນອົງການມືອາຊີບ ໄດ້ກ່າວຕໍ່ວີໂອເອ ວ່າ “ສະຫະລັດ
ຍັງຄົງນຳໜ້າໃນຄວາມສາມາດດ້ານການພັດທະນາປັນຍາປະດິດ ແຕ່ຊ່ອງຫວ່າງ ລະ
ຫວ່າງ ສະຫະລັດ ກັບ ຈີນ ແມ່ນກຳລັງຫຍັບໃກ້ເຂົ້າມາຢ່າງວ່ອງໄວ ຍ້ອນການລົງທຶນ
ດ້ານປັນຍາປະດິດໃໝ່ຢ່າງຫຼວງຫຼາຍຂອງ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG