ທ່ານ ພີເຕີ ນາວາໂຣ (Peter Navarro) ທີ່ປຶກສາດ້ານການຄ້າຂອງທໍານຽບ
ຂາວເວົ້າໃນວັນພະຫັດວານນີ້ວ່າ ປະທານາທິບໍດີດໍໂນລທຣໍາຈະພິຈາລະນາ
ວາງມາດຕະການລົງໂທດ ຕໍ່ຈີນ ທີ່ຖືກກ່າວຫາວ່າໄດ້ “ລັກຂະໂມຍ” ຊັບສິນ
ທາງດ້ານສະຕິປັນຍາ.
ອີງຕາມລາຍງານຂ່າວ, ສະຫະລັດກໍາລັງພິຈາລະນາທີ່ຈະເກັບພາສີນໍາເຂົ້າ
ຫຼາຍເຖິງ 60 ຕື້ໂດລາ ຕໍ່ສິນຄ້າເທັກໂນໂລຈີໃນດ້ານຂໍ້ມູນຂ່າວສານ, ໂທລະ
ຄົມມະນາຄົມ, ແລະສິນຄ້າໃຊ້ສອຍຂອງຈີນທີ່ສົ່ງເຂົ້າມາຂາຍໃນສະຫະລັດ
ໃນຄວາມພະຍາຍາມທີ່ຈະຫລຸດຜ່ອນການຂາດດຸນການຄ້າປະຈໍາປີຂອງຕົນ
ກັບປັກກິ່ງ ຊຶ່ງມີມູນຄ່າປະມານ 100 ຕື້ໂດລາ ທີ່ມີມາແຕ່ດົນນານນັ້ນ. ໃນປີ
ກາຍນີ້ສະຫະລັດ ເວົ້າວ່າ ສິນຄ້າທີ່ຕົນນໍາເຂົ້າຈາກຈີນມີມູນຄ່າ 375 ຕື້ໂດລາ
ຫລາຍກວ່າມູນຄ່າສິນຄ້າທີ່ຕົນສົ່ງອອກໄປຈີນ.
ທ່ານ ນາວາໂຣ ກ່າວຕໍ່ໂທລະພາບຊີເອັນບີຊີ (CNBC) ວ່າ "ໃນບໍ່ພໍເທົ່າໃດ
ອາທິດຕໍ່ໜ້ານີ້ ປະທານາທິບໍດີທຣໍາ ຈະໄດ້ຮັບຄໍາແນະນໍາຈໍານວນນຶ່ງ ທີ່ສົ່ງໄປ
ໃຫ້ທ່ານພິຈາລະນາ. ອັນນີ້ແມ່ນບາດກ້າວນຶ່ງ ໃນຫລາຍໆບາດກ້າວ ທີ່ທ່ານປະ
ທານາທິບໍດີຈະດໍາເນີນໄປຢ່າງມີຄວາມກ້າຫານໃນການແກ້ໄຂການເຮັດການ
ຄ້າທີ່ບໍ່ເປັນທໍາ.”
ທ່ານກ່າວເພີ້ມອີກວ່າ "ຂ້າພະເຈົ້າບໍ່ຄິດດອກວ່າ ຈະມີໃຜ ... ຢູ່ໃນຕະຫລາດຮຸ້ນ
ຂອງສະຫະລັດ ທີ່ຈະຄັດຄ້ານຕໍ່ການປາບການລັກຂະໂມຍຂອງຈີນເພື່ອເອົາຊັບ
ສິນທາງດ້ານສະຕິປັນຍາຂອງພວກເຮົາ ຫລືການທີ່ພວກເຂົາບັງຄັບໃຫ້ໂອນຊັບ
ສິນທາງດ້ານສະຕິປັນຍາໃຫ້ພວກເຂົາ.”
ການເກັບພາສີນໍາເຂົ້າໃໝ່ ແລະມາດຕະການອື່ນໆ ຈະເປັນມາດຕະການທີ່ເອົາ
ມານໍາໃຊ້ເພີ້ມເຕີມ ນອກຈາກການເກັບພາສີ 25 ເປີເຊັນຕໍ່ການນໍາເຂົ້າເຫລັກກ້າ
ແລະ 10 ເປີເຊັນ ຕໍ່ການນໍາເຂົ້າອາລູມິນຽມ ທີ່ທ່ານທຣໍາໄດ້ ປະກາດໃຊ້ໄປແລ້ວ
ໃນອາທິດແລ້ວນີ້, ຊຶ່ງມາດຕະການຈໍານວນນຶ່ງໃນນັ້ນ ແມ່ນມີຜົນກະທົບຕໍ່ຈີນ.
ໃນການໂຄສະນາຫາທຶນສະໜັບສະໜຸນທາງການເມືອງ ໃນວັນພຸດ ທີ່ຜ່ານມານັ້ນ
ທ່ານທຣໍາໄດ້ກ່າວໂຈມຕີ ບັນດາປະເທດຄູ່ຄ້າຫລາຍປະເທດທີ່ໄດ້ປຽບດຸນການຄ້າ
ກັບສະຫະລັດໃນມູນຄ່າຫລາຍໆຕື້ໂດລາ. ທ່ານໃຫ້ເຫດຜົນວ່າ ຈີນໄດ້ກາຍເປັນມະ
ຫາອໍານາດດ້ານການຄ້າປະເທດນຶ່ງ ຊຶ່ງມີເສດຖະກິດໃຫຍ່ສຸດອັນດັບສອງຂອງໂລກ
ກໍຍ້ອນວ່າປະເທດດັ່ງກ່າວໄດ້ປຽບດຸນການຄ້າກັບສະຫະລັດ.
ທາງດ້ານຈີນກໍເຕືອນວ່າ ຕົນຈະຕອບໂຕ້ຕໍ່ການເກັບພາສີຂາເຂົ້າໃດໆ ທີ່ສະຫະ
ລັດວາງອອກມາ.
ທ່ານ ລູກາງ (Lu Kang) ໂຄສົກປະຈໍາກະຊວງການຕ່າງປະເທດຂອງຈີນເວົ້າວ່າ
"ປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ການເຮັດສົງຄາມການຄ້າ ແມ່ນບໍ່ໄດ້ເຮັດ
ໃຫ້ເກີດຜົນປະໂຫຍດໃຫ້ແກ່ຝ່າຍໃດໝົດ."