ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງປະທານປະເທດຈີນໄດ້ຖືກ ແຕ່ງຕັ້ງໃຫ້ກໍາຕໍາແໜ່ງສູງ ອີກຕໍາແໜ່ງນຶ່ງ.


Dengan mayoritas penduduk Kristiani, Armenia hanya memiliki satu masjid, yang disebut "Masjid Iran". Masjid tersebut diperbaiki oleh Iran 15 tahun yang lalu dan menawarkan kursus-kursus dalam Bahasa Persia.  (V. Undritz/VOA)
Dengan mayoritas penduduk Kristiani, Armenia hanya memiliki satu masjid, yang disebut "Masjid Iran". Masjid tersebut diperbaiki oleh Iran 15 tahun yang lalu dan menawarkan kursus-kursus dalam Bahasa Persia.  (V. Undritz/VOA)

ສື່​ມວນ​ຊົນຂອງ​ທາງ​ການ​ຈີນ​ກ່າວ​ວ່າ ທ່ານ Xi Jinping ຮອງ​ປະທານ​ປະ​ເທດ​ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຮອງ​ປະ​ທານ​ຄະນະ​ກໍາມາ​ທິການ​ສູນ​ກາງ​ກອງທັບ ​ທີ່​ມີ​ອໍານາດ​ຫລາຍ​ທີ່​ສຸດ​ຂອງ​ຈີນນັ້ນ ຊຶ່ງ​ເປັນ​ຢືນຢັນ ຖານະ​ຂອງ​ທ່ານວ່າ ມີ​ທ່າ​ທາງ​ຈະ​ໄດ້​ເປັນ​ຜູ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ແທນ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຄົນ​ປັ​ດຈຸ​ບັນ.

ການ​ເລື່ອນ​ຊັ້ນ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຕອນ​ອັດ​ກອງ​ປະຊຸມປະ​ຈໍາປີ ​ 4 ມື້ ຂອງພັກ​ຄອມ​ມິ​ວນິສ​ຈີນ ທີ່​ນອກ​ນັ້ນແລ້ວ ຍັງໄດ້​ຮັບ​ຜ່ານ​ແຜນການ​ເສດຖະກິດ​ 5 ປີ​ ທີ່ ຮຽກຮ້ອງ​ໃຫ້ບັນລຸການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທີ່​ໄວ​ ​ແຕ່ ໃຫ້​ມີ​ສະຖຽນ​ລະ​ພາບ​ນັ້ນ.

ທ່ານ Xi ​ແມ່ນ​ດໍາ​ເນີນຮອຍ​ຕາມ​ການ​ນໍາພາ​ຂອງ​ປະທານ​ປະ​ເທດ​ຄົນປັດຈຸບັນ​ ນັ້ນ​ກໍ​ຄືການ​ເຂົ້າ​ຮ່ວມ​ໃນ​ຄະນະ​ກໍາມາ​ທິການ​ກອງທັບ ຊຶ່ງ​ພວກ​ທ່ານ​ແມ່ນເປັນພົນລະ​ເຮືອນ​ສອງ​ຄົນ​ເທົ່າ​ນັ້ນ​ ໃນ​ຄະນະ​ກໍາມາ​ທິການ​ດັ່ງກ່າວ. ທ່ານ Xi ​ໄດ້​ເປັນ​ສະມາຊິກ​ຂອງ​ຄະນະ​ກົມ​ການ​ເມືອງ​ສູນ​ກາງພັກ​ ມາ​ຕັ້ງ​ແຕ່​ປີ 2007.ຄາດ​ວ່າ​ທ່ານ​ຫູ​ຈິນ​ເຖົາ​ ຈະລາ​ອອກ​ຈາກ​ຕໍາ​ແໜ່​ງຜູ້​ນໍາ​ພັກ​ໃນ​ປີ 2012.

ແຜນການ​ເສດຖະກິດ​ດັ່ງກ່າວ​ຮຽກຮ້ອງ​ ໃຫ້​ປະ​ເທດ​ດໍາ​ເນີນການ​ປະຕິ​ຮູບ​ໂຄງ​ລ່າງ​ພື້ນຖານ​ດ້ານເສດຖະກິດ​ໄປ​ພ້ອມໆ​ກັບ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ຂັນ​ແຕ່​ໝັ້ນຄົງ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ​ກ່າວ​ວ່າ ​ແຜນການ​ເສດຖະກິດ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ທໍາ​ຄວາມ​ພະຍາຍາມ​ຕ່າງ​ໆ​ເພື່ອ​ສົ່ງ​ເສີມ​ລາຍໄດ້​ ແລະ​ກະ​ຕຸ້ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາຍ​ໃນ​ປະ​ເທດ​ເຊ່ນ​ກັນ.

XS
SM
MD
LG