ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຈີນປະກາດ ໃຫ້ເງິນກູ້ຢືມເງິນ 20 ພັນລ້ານໂດລາ ແກ່ອາຟຣິກາ


ປະທານປະເທດຈີນ ທ່ານ Hu Jintao ປະກາດສະເໜີໃຫ້ເງິນກູ້ຢືມ 20 ພັນລ້ານໂດລາ ທີກອງປະຊຸມສຸດຍອດ ກັບ ບັນດາຜູ້ນໍາອາຟຣິກາ ທີ່ກຸງ ປັກກິ່ງ ໃນວັນພະຫັດ ມຶ້ນີ້.

ຈີນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະໃຫ້ເງິນ​ກູ້​ຢືມ​ໃໝ່​ 20 ພັນລ້ານ​ໂດ​ລາ ແກ່ອາ​ຟຣິກາ ​ໃນ​ລະ
ຍະ​ອີກ 3 ປີຂ້າງ​ໜ້າເພື່ອ​ຊ່ວຍໃນໂຄງການ​ພັດ​ທະນາ​ຕ່າງໆຢູ່ໃນທະວິບທີ່​ອຸດົມສົມບູນ​
ໄປ​ດ້ວຍຊັບພະ​ຍາກ​ອນທຳ​ມະ​ຊາດ​ນັ້ນ.

ປະທານ​ປະ​ເທດຈີນ ທ່ານ Hu Jintao ​ໄດ້​ປະກາດ​ການສະ​ເໜີໃຫ້ເງິນ​ກູ້​ຢືມດັ່ງກ່າວໃນ
​ວັນ​ພະຫັດມື້ນີ້ ທີ່​ກອງ​ປະ​ຊຸມສຸດ​ຍອດ​ກັບບັນດາ​ຜູ້​ນໍາ​ອາ​ຟຣິກາທີ່​ກຸງ​ປັກ​ກິ່ງ.

ທ່ານ Hu ກ່າວ​ວ່າ ທຶນ​ດັ່ງກ່າວ​ຈະ​ໃຫ້ການຊຸກ​ຍູ້​ດ້ານ​ກະ​ເສດ ການ​ຜະລິ​ດ ແລະ​ການ​ພັດ
ທະນາ​ແກ່​ທຸລະ​ກິດ​ຂະໜາດ​ນ້ອຍ ​ໃນ​ອາຟຣິກາ.

​ເງິນ 20 ພັນ​ລ້ານ​ໂດ​ລານີ້ ແມ່ນສອງ​ເທົ່າທີ່​ຈີນ​ໄດ້​ສະ​ເໜີໃນລະຫວ່າງກອງ​ປະ​ຊຸມ​ການ​
ຮ່ວມ​ມື ຈີນ-ອາ​ຟຣິກາ​ເທື່ອ​ລ່າ​ສຸດ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ປີ 2009.

ການ​ຄ້າຂາຍ ລະ​ຫວ່າງປະ​ເທດຈີນ ​ແລະບັນດາ​ປະ​ເທດ​ໃນອາ​ຟຣິກາ ​ໄດ້​ເພີ່ມ​ທະວີ​ຂຶ້ນ ​
ຂະນະ​ທີ່ຈີນຊອກສະ​ແຫວ​ງ​ຫາ​ຊັບພະ​ຍາກ​ອນ ​ເພື່ອ​ມາ​ຂັບ​ດັນ​ການ ​ເຕີບ​ໃຫຍ່​ຂະຫຍາຍ
​ໂຕ​ຂອງເສດຖະກິດ ຊຶ່ງ​ໃນປີ​ກາຍນີ້​ມີ​ຍອດ​ສູງ​ເປັນ​ປະຫວັດ ການ 166 ພັນ​ລ້ານ​ໂດ​ລາ​.

ພວກ​ຕຳ​ໜິຕິຕຽນ​ຕໍ່​ການ​ພົວພັນ​ຂອງຈີນ​ໃນ​ອາ​ຟຣິກາ ​ໄດ້​ສະ​ແດງ​ຄວາມ​ເປັນ ຫ່ວງ​ກ່ຽວ
​ກັບການ​ລ່ວງລະ​ເມີດ​ດ້ານແຮງ​ງານ ​ແລະ​ໃນ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ການເປັນ​ຄູ່​ຮ່ວມ​ງານ​ທີ່​
ບໍ່​ສະ​ເໝີ​ພາບ ​ລະຫວ່າງຈີນ ຊຶ່ງ​ເປັນປະ​ເທດ​ທີ່​ມີ​ເສດ ຖະກິດ​ພຸ່ງ​ພົ້ນ​ໃໝ່ ​ແລະ​ບັນດາປະ​ເທດ​
ທີ່ທຸກ​ຍາກ.

XS
SM
MD
LG