ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃຫ້ຄໍາໝັ້ນສັນຍາ ຈະຊ່ວຍເຫລືອ ອັຟການິສຖານ


ປະທານປະເທດຈີນ ທ່ານ Hu Jintao (ຂວາ) ແລະ ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ຖ່າຍພາບຮ່ວມກັນ ກ່ອນການປະຊຸມທີ່ສາລາປະຊາຊົນ ໃນກຸງປັກກິ່ງ ວັນພະຫັດ ທີ 7 ພຶດສະພາ 2012.
ປະທານປະເທດຈີນ ທ່ານ Hu Jintao (ຂວາ) ແລະ ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ຖ່າຍພາບຮ່ວມກັນ ກ່ອນການປະຊຸມທີ່ສາລາປະຊາຊົນ ໃນກຸງປັກກິ່ງ ວັນພະຫັດ ທີ 7 ພຶດສະພາ 2012.

ປະ​ທານ​ປະ​ເທດ​ຈີນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ແບບ​ບໍ່​ເຫັນ​ແກ່​ຕົວ ​ແກ່​ອັ​ຟກາ​ນິສຖານ ​ໃນ​ວັນ​ສຸກມື້ນີ້ ​ໃນ​ຂະນະ​ທີ່​ຜູ້​ນໍາຂອງ​ປະ​ເທດ​ທັງ​ສອງ​ ໄດ້​ຕົກລົງ​ທີ່ຈະ​ຍົກ​ລະດັບ​ການ​ຄ້າ ການ​ຊ່ວຍເຫລືອ ການ​ລົງ​ທືນ ​ແລະຄວາມ​ສໍາພັນດ້ານ​ຄວາມ​ໝັ້ນຄົງ.

ຢູ່​ໃນການພົບ​ປະທີ່​ສາລາປະຊາຊົນໃນ​ກຸງ​ປັກ​ກິ່ງ ປະທານ​ປະ​ເທດ Hu Jintao ​ໄດ້ ​ແຈ້ງ​ໃຫ້ປະທານາທິບໍດີອັຟກາ​ນິສຖານ ທ່າ​ນ Hamid Karzai ວ່າ ຈີນ​ຈະສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່ອັ​ຟກາ​ນິສຖານ ​ໃນ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ​ກໍາລັງ​ກ້າວ ​ເຂົ້າສູ່​ໄລຍະ​ການ​ປ່ຽນ​ແປງ​ທີ່​ຫຼໍ່​ແຫຼມສຳຄັນ.

ຈີນ ກໍາລັງ​ວາງ​ທ່າທີເພື່ອ​ເອົາ​ບົດບາດ​ທີ່​ໃຫ່ຍຂຶ້ນຢູ່​ໃນອັ​ຟກາ​ນິສຖານ ລຸນ​ຫຼັງ ການຖອນ​ທະຫານສ່ວ​ນ​ໃຫຍ່​ຂອງສະຫະ​ລັດ​ ແລະ​ກໍາລັງ​ທະຫານ​ນາໆ​ຊາດ​ອຶ່ນໆ​ ພາຍໃນ​ທ້າຍ​ປີ 2014​.

ຜູ້​ນໍາ​ທັງ​ສອງ​ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງການ​ເປັນ​ພາຄີຍຸດ​ທະ​ສາດ ຊຶ່ງພາຍ​ໃຕ້​ຂໍ້ ຕົກລົງ​ນີ້​ຈີນກ່າວ​ວ່າ ຈະ​ຊຸກຍູ້​ໃຫ້ມີ​ການ​ລົງທຶນ​ຂອງຈີນເພີ່ມ​ຂຶ້ນ ຊ່ວຍ​ສ້າງ​ໂຄງ ລ່າງ​ພື້ນຖານ ​ໃຫ້​ທຶນ​ການ​ສຶກສາ​ແກ່ບັນດາ​ນັກຮຽນ​ອັ​ຟກາ​ນິສຖານ ​ແລະ​ໃຫ້ ການ​ຊ່ວຍ​ເຫ​ລື​ອ 24 ລ້ານ​ໂດ​ລາ ​ໃນ​ປີ​ນີ້. ​ແລະ​ປະທານາທິບໍດີ Karzai ​ໄດ້ ກ່າວ​ຂອບ​ອົກ​ຂອບ​ໃຈ​ປະທານ​ຫູ ກ່ຽວ​ກັບ​ການ​ໃຫ້ການ​ຕ້ອນຮັບ​ແບບ​ອົບ​ອຸ່ນ ຂອງ​ທ່ານ.

​ໃນຖະ​ແຫລ​ງການຮ່ວມ​ທີ່​ນຳ​ອອກ​ເຜີຍ​ແຜ່ຫລັງ​ຈາກ​ພົບ​ປະກັນ​ແລ້ວນັ້ນ ທັງ​ສອງ​ຝ່າຍ​ພາ​ກັນປະນາມ​ ພວກ​ກໍ່​ການ​ຮ້າຍ ພວກ​ຫົວ​ຮຸນ​ແຮງ​ຈັດ ພວກ​ແບ່ງ​ແຍກດິນ​ແດນ ​ແລະ​ກຸ່ມຈັດຕັ້ງອາ​ຊະ​ຍາ​ກຳ.

XS
SM
MD
LG