ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ມີແຜນທີ່ຈະຂະຫຍາຍເສດຖະກິດ ດ້ວຍການສະໜັບສະໜູນ ການບໍລິໂພກ


ຜູ້ຊາຍຄົນນຶ່ງຊື່ເຄື່ອງນຸ່ງຈາກຮ້າຍຂາຍເສືອຜ້າ ອາເມຣິກັນ, ຢູ່ຫ້າງຊັບພະສິດຄ້າ ໃນນະຄອນຫຼວງ ປັກກິ່ງ, ຈີນ. 15 ກໍລະກົດ, 2019.
ຜູ້ຊາຍຄົນນຶ່ງຊື່ເຄື່ອງນຸ່ງຈາກຮ້າຍຂາຍເສືອຜ້າ ອາເມຣິກັນ, ຢູ່ຫ້າງຊັບພະສິດຄ້າ ໃນນະຄອນຫຼວງ ປັກກິ່ງ, ຈີນ. 15 ກໍລະກົດ, 2019.

ຈີນ ໄດ້ກ່າວໃນວັນຈັນວານນີ້ວ່າເຂົາເຈົ້າມີ 182 ພັນຕື້ໂດລາໃນເງິນຄຳລວມທັງໝົດຂອງປະເທດ, ເຊິ່ງເຂົາເຈົ້າຫວັງວ່າ ຈະສະໜອງການສະໜັບສະໜູນ ທີ່ພຽງພໍ ເພື່ອຍົກເສດຖະກິດຂອງເຂົາເຈົ້າອອກຈາກການຫົດຕົວລົງ ດ້ວຍການ ຂະຫຍາຍການບໍລິໂພກພາຍໃນປະເທດ ຫຼັງຈາກການລະ ບາດຂອງໄວຣັສໂຄ ໂຣນາຖືກຄວບຄຸມໄດ້.

ແຕ່ບັນດານັກວິເຄາະເວົ້າວ່າ ຜູ້ບໍລິໂພກໃນທ້ອງຖິ່ນ, ຜູ້ທີ່ໄດ້ຢູ່ລອດຈາກສະຖາ ນະການທີ່ຫຍຸ້ງ ຍາກຍ້ອນນະໂຍບາຍການກັກບໍລິເວນ ແລະ ຄວາມເປັນຫ່ວງ ກ່ຽວກັບ ການເງິນນັ້ນ, ແມ່ນເບິ່ງຄືວ່າຈະບໍ່ໄປຊື້ເຄື່ອງຂອງຢ່າງເຕັມທີ່ ເພື່ອຊົດ ເຊີຍເວລາທີ່ເສຍໄປນັ້ນ.

ທ່ານ ຫຼຽງ ໂຄວ ຢວນ, ປະທານຂອງສະຖາບັນການຄົ້ນຄວ້າໂພລຣິສ ໃນ ນະຄອນຫຼວງ ໄທເປ,
ເກາະ ໄຕ້ຫວັນ ໄດ້ກ່າວຕໍ່ວີໂອເອວ່າ “ໃນຂອບເຂດໃດ ນຶ່ງ, ລາຍໄດ້ຂອງທຸກຄົນຈະໄດ້ຮັບຜົນກະ ທົບຈາກໂຣກລະບາດ COVID-19. ສະນັ້ນ, ໂດຍລວມແລ້ວ, ມັນເກືອບເປັນໄປບໍ່ໄດ້ທີ່ຈະໃຫ້ລາຍໄດ້ທີ່ປ່ຽນແປງ ໄປເສີມຂະຫຍາຍການບໍລິໂພກພາຍໃນປະເທດ.”

ຈີນ ແມ່ນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກ.

ທ່ານ ໜິງ ຈີເສ ແມ່ນຮອງປະທານຂອງຄະນະກຳມາທິການການພັດທະນາ ແລະ ປະຕິຮູບແຫ່ງ ຊາດຂອງ ຈີນ. ທ່ານໄດ້ກ່າວໃນກອງປະຊຸມຖະແຫຼງ ຂ່າວເມື່ອວັນຈັນວານນີ້ວ່າ ການບໍລິໂພກພາຍໃນປະເທດໄດ້ຟື້ນຕົວ ແລະ ໄດ້ເຫັນການຂະຫຍາຍຕົວ 8.3 ເປີເຊັນໃນເດືອນເມສາ ຈາກເດືອນ ມີນາ, ເຖິງແມ່ນວ່າມັນຍັງສະແດງໃຫ້ເຫັນການຫຼຸດລົງ 7.5 ເປີເຊັນຖ້າທຽບໃສ່ກັບ ໄລຍະເວລາດຽວກັນຂອງປີກາຍນີ້ກໍຕາມ.

ທ່ານ ໜິງ ໄດ້ກ່າວວ່າ ທ່ານຄາດວ່າການປັບປຸງແມ່ນຈະແຂງແກ່ນກວ່າໃນ ເດືອນພຶດສະພາ
ເຖິງແມ່ນວ່າຈະບໍ່ມີການໃຊ້ຈ່າຍເຖິງມາດຕະຖານ ໃນພາກ ສ່ວນສິນຄ້າ ແລະ ການບໍລິການກໍຕາມ.

ຈີນ ຍັງໄດ້ສັນຍາວ່າຈະສ້າງເຄືອຂ່າຍອິນເຕີແນັດ 5G ແລະ ການເຊື່ອມຕໍ່ອິນ ເຕີແນັດ ດັ່ງກັບວິທີນຶ່ງເພື່ອສະໜັບສະໜູນການຄ້າທາງອິນເຕີແນັດ ແລະ ການ ໃຊ້ສອຍ ໃນຜະລິດຕະພັນກະສິກຳປອດສານພິດ, ອີງຕາມການກ່າວຂອງເຈົ້າ ໜ້າທີ່ຄົນດັ່ງກ່າວ.

ອີງຕາມການກ່າວຂອງທ່ານ ໜິງ ນັ້ນ, ຈີນ ມີແຜນທີ່ຈະຂະຫຍາຍເງິນ 140 ຕື້ ໂດລາ ຜ່ານການອອກພັນທະບັດແຫ່ງຊາດ ແລະ ອີກ 526 ຕື້ໂດລາ ໃນ ພັນທະບັດລັດຖະບານທ້ອງຖິ່ນ ເພື່ອກະ ຕຸ້ນເສດຖະກິດ.

ດ້ວຍການເອີ້ນຕົວເລກສະຖິຕິຂອງ ຈີນ ວ່າຄຸມເຄືອນັ້ນ, ທ່ານ ຫຼຽງ ໄດ້ກ່າວ ວ່າ ການໃຊ້ຈ່າຍຂອງຄົວເຄືອເຮືອນໃນສິ່ງຂອງຈຳເປັນປະຈຳວັນນັ້ນ ຈະສະໜອງການຂະຫຍາຍຕົວໜ້ອຍນຶ່ງຕໍ່ການບໍລິໂພກພາຍໃນປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG