ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ COMAC ຂອງ ຈີນ ແນ​ເປົ້າ​ໝາຍ​ໃສ່ ຊາ​ອຸ​ດີ ອາ​ຣາ​ເບຍ ສຳ​ລັບ​ການ​ຂະ​ຫຍາຍ​ອອກ​ສູ່​ໂລກ


ເຮືອ​ບິນ C919 ທີ່​ຜະ​ລິດ​ໃນ ຈີນ ບິນ​ຢູ່​ເໜືອ​ທ່າ​ເຮືອ ວິກ​ຕໍ​ເຣຍ ຂອງ ຮົງ​ກົງ, 16 ທັນ​ວາ 2023.
ເຮືອ​ບິນ C919 ທີ່​ຜະ​ລິດ​ໃນ ຈີນ ບິນ​ຢູ່​ເໜືອ​ທ່າ​ເຮືອ ວິກ​ຕໍ​ເຣຍ ຂອງ ຮົງ​ກົງ, 16 ທັນ​ວາ 2023.

ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ COMAC ຂອງ ຈີນ ແມ່ນ​ກຳ​ລັງ​ແນ​ເປົ້າໝາຍ​ໃນປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ດັ່ງ​ກັບ​ຈຸດ​ເລີ່ມ​ຕົ້ນ​ສຳ​ລັບ​ຄວາມ​ທະ​ເຍີ​ທະ​ຍານດ້ານວຽກງານສາກົນ​ຂອງພວກ​ເຂົາ​ເຈົ້າ, ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ທີ່​ລັດ​ຖະ​ບານ​ເປັນ​ເຈົ້າ​ຂອງ​ດັ່ງ​ກ່າວ​ ໄດ້​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຂາຍ​ເຮືອ​ບິນ​ໃນ​ຕ່າງ​ປະ​ເທດ ແລະ ເຈາະ​ເຂົ້າ​ໄປ​ໃນ​ຕະຫຼາດ​ເຮືອ​ບິນ​ຜູ້​ໂດຍ​ສາຍ​ທີ່​ຖືກ​ຄອບ​ງຳ​ໂດຍ​ບັນ​ດາ​ຜູ້​ຜະ​ລິດ​ຕາ​ເວັນ​ຕົກ.

ປະ​ທານ ດອງເຟັງ ຮີ ໄດ້​ໄປ​ຢ້ຽມ​ຢາ ຊາ​ອຸ​ດີ ອາ​ຣາ​ເບຍ ເປັນ​ຄັ້ງ​ທຳ​ອິດ​ໃນ​ອາ​ທິດນີ້, ເຊິ່ງ​ທ່ານ​ເຄີຍ​ຕ້ອນ​ຮັບ​ບັນ​ດາ​ຜູ້​ແທນ​ຊາ​ອຸ​ດີ ຢູ່​ໂຮງ​ງານ​ຂອງ​ບໍ​ລິ​ສັດ​ໃນ​ນະ​ຄອນ ຊຽງ​ໄຮ້, ທ່າ​ມ​ກາງ​ສາຍ​ພົວ​ພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ນັ້ນ.

ທ່ານ​ໄດ້​ກ່າວ​ຢູ່ກອງ​ປ​ະ​ຊຸມ​ການ​ບິນ​ໃນ​ນະ​ຄອນຫຼວງ ຣີ​ຢາດ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “COMAC ມອງ​ເຫັນ​ການ​ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂລກ ແລະ ຄວາມຫຼາກຫຼາຍ ​ໂດຍ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ບິນ​ຂົນ​ສົ່ງ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ.”

ແນວ​ໃດ​ກໍ​ຕາມ, ແຫຼ່ງ​ຂ່າວ​ອຸດ​ສາ​ຫະ​ກຳ​ການ​ບິນ, ໄດ້​ເຕືອນ​ວ່າ COMAC ຍັງ​ຢູ່​ຫ່າງ​ໄກ​ຈາກ​ການ​ທີ່​ຈະ​ສາ​ມາດ​ເຂົ້າ​ຮ່ວມ​ກັບ​ສາ​ກົນ​ໄດ້, ໂດຍ​ສະ​ເພາະ​ການ​ບໍ່​ມີ​ການ​ຢັ້ງ​ຢືນ​ທີ່​ເປັນ​ເກນ​ມາດ​ຕະ​ຖານ​ຈາກ ສະ​ຫະ​ລັດ ຫຼື ສະ​ຫະ​ພາບ ຢູ​ໂຣບ ຫຼື ເຮືອ​ບິນ​ທີ່​ມີ​ປະ​ສິດ​ທິ​ພາບກວ່າ.

ເຮືອ​ບິນ​ຂອງ COMAC ບິນ​ເກືອບ​ຢູ່​ລະຫວ່າງແຕ່​ພາຍ​ໃນ ຈີນ ພ້ອມກັບ​ສາຍ​ການ​ບິນ ອິນ​ໂດ​ເນ​ເຊຍ ອີກບໍ​ລິ​ສັດ​ນຶ່ງ, ແລະ ບໍ​ລິ​ສັດ​ດັ່ງ​ກ່າວ ທີ່​ຖືກ​ກໍ່​ຕັ້ງ​ຂຶ້ນ​ໃນ​ປີ 2008, ແມ່ນ​ກຳ​ລັງ​ຊອກ​ຫາ​ລູກ​ຄ່າ​ຕ່າງ​ປະ​ເທດ.

ເມື່ອບໍ່​ດົນ​ມານີ້​ເຂົາ​ເຈົ້າ​ໄດ້​ວາງ​ສະ​ແດງ​ເຮືອ​ບິນ​ຂອງ​ເຂົາ​ເຈົ້າ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ແລະ ກຳ​ລັງ​ຊອ​ກ​ຫາ​ການ​ຢັ້ງ​ຢືນ​ກັບ​ຜູ້​ອອກ​ກົດ​ລະ​ບຽບການ​ບິນ ຢູ​ໂຣບ​ສຳ​ລັບ​ເຮືອ​ບິນ​ C919 ຂອງ​ເຂົາ​ເຈົ້າ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ຮີ, ກຸ່ມ Saudia, ເຊິ່ງ​ແມ່ນ​ເຈົ້າ​ຂອງ​ສາຍ​ການ​ບິນ Saudia ແລະ ສາຍ​ການ​ບິນ​ລາ​ຄາ​ປະ​ຢັດ Flyadeal, ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ເຊື້ອ​ເຊີ​ນ COMAC ມາ​ຕິດ​ຕັ້ງ​ໂຮງ​ງານ​ປະ​ກອບ​ໃນ​ເມືອງ ເຈັດ​ດາ, ໂດຍ​ໃຫ້​ການ​ຢືນ​ຢັນ​ຕໍ່​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ ຣອຍ​ເຕີ ໃນ​ໜັງສື​ພິມ The National ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມິ​ເຣັ​ສ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

Chinese planemaker COMAC is eyeing Saudi Arabia as a launch pad for its international ambitions, as the state-owned company steps up efforts to sell overseas and break into a passenger jet market dominated by Western manufacturers.

Chairman Dongfeng He visited Saudi Arabia for the first time this week, having welcomed a Saudi delegation to the company's Shanghai facilities in February, amid warming ties between the two major economies.

"COMAC envisions enhancing global connectivity and diversity by contributing to Saudi Arabia's aviation transportation development," He told an aviation conference in Riyadh on Tuesday.

Aviation industry sources, however, caution that COMAC is a long way from making inroads internationally, especially without benchmark certifications from the United States or European Union, or more efficient planes.

COMAC's planes fly almost exclusively within China and with one Indonesian airline, and the company, founded in 2008, is looking for international customers.

It recently showcased its planes around Southeast Asia, and is pursuing certification with Europe's aviation regulator for its C919 narrow-body jet.

During He's visit, Saudia Group, owner of Saudia airline and budget carrier flyadeal, said it invited COMAC to set up an assembly line in Jeddah, confirming to Reuters a report in The National newspaper based in the United Arab Emirates.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG