ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

42 ຄົນເສຍຊີວິດ ຍ້ອນ ເຮືອບິນຕົກຢູ່ຈີນ.


Bozorga dehqonlar molini tashuvchi yuk mashinasi
Bozorga dehqonlar molini tashuvchi yuk mashinasi

ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ເຈົ້າໜ້າທີ່ໄດ້ພົບ ເຫັນເຄື່ອງບັນທຶກຂໍ້ມູນຂອງ ເຮືອບິນໂດຍສານ ທີ່ປະສົບ ອຸບັດຕິເຫດຕົກ ແລະລຸກໄໝ້ ເປັນແປວໄຟ ໃນລະຫວ່າງ ພະຍາຍາມລົງຈອດ ທີ່ສະໜາມບິນແຫ່ງນຶ່ງ ໃນພາກຕາເວັນອອກ ສຽງເໜືອຂອງຈີນ ໃນມື້ວານນີ້.

ມີຜູ້ເສຍຊີວິດ 42 ຄົນ ແລະອີກ 54 ຄົນ ໄດ້ຮັບບາດເຈັບ ເວລາເຮືອບິນ ຂອງສາຍການ ບິນ Henan ປະສົບອຸບັດຕິເຫດຕົກ ຢູ່ທີ່ເມືອງ Yichun ແຂວງ Heilongjiang ປະມານ ນຶ່ງຊົ່ວໂມງ ລຸນຫຼັງທີ່ໄດ້ບິນຂຶ້ນ ຈາກສະໜາມບິນເມືອງ Harbin.

ມີເດັກນ້ອຍ 5 ຄົນ ຮວມຢູ່ໃນຈຳນວນ ຜູ້ໂດຍສານ ແລະພະນັກງານທັງໝົດ 96 ຄົນ ທີ່ເດີນທາງ ໄປນຳເຮືອບິນລຳນີ້. ນອກນັ້ນ ກໍມີເຈົ້າໜ້າທີ່ຫຼາຍໆຄົນ ຈາກກະຊວງຊັບພະ ຍາກອນມະນຸດຂອງຈີນ ເດີນທາງໄປນຳເຮືອບິນ. ອົງການຂ່າວຊິນຫົວ ລາຍງານວ່າ ນັກບິນ ລອດຊີວິດມາໄດ້ ແຕ່ໄດ້ຮັບບາດເຈັບ ສາຫັດ ທີ່ໜ້າ.
ລາຍງານເວົ້າວ່າ ເຮືອບິນລຳນີ້ ໄດ້ພະຍາຍາມລົງຈອດ ທ່າມກາງ ສະພາບໝອກໜາ. ມີສາຍການບິນ ພາຍໃນປະເທດຂອງຈີນ ຢ່າງນ້ອຍນຶ່ງສາຍ ຄືສາຍການບິນ China Southern ໄດ້ສັ່ງໃຫ້ໂຈະ ຖ້ຽວບິນກາງຄືນ​ ຂອງຕົນທັງໝົດ ທັງຂຶ້ນແລະລົງ ທີ່ສະ ໜາມບິນ ເມືອງ Yichun ນັ້ນ ຍ້ອນມີຄວາມວິຕົກກັງວົນ ກ່ຽວກັບຄວາມປອດໄພ.

ອຸບັດຕິເຫດມື້ວານນີ້ ເປັນອຸບັດຕິເຫດ ທາງເຮືອບິນໂດຍສານ ຄັ້ງ​ໃຫຍ່ເທື່ອທຳອິດໃນຈີນ ນັບແຕ່ປີ 2004 ເປັນຕົ້ນມາ ເວລາ 53 ຄົນເສຍຊີວິດ ໃນອຸບັດຕິເຫດ ເຮືອບິນໂດຍສາຍ ຂອງສາຍການບິນ China Eastern ຕົກ ທີ່ເຂດມົງໂກເລຍໃນ ຂອງຈີນ.

XS
SM
MD
LG