ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈັດການຄວບຄຸມໃໝ່ ໃນສູງກາງ ຂອງການສຶກສາພຸດທະສາສະໜາ ຕິເບດ


ພາບທີ່ຕັ້ງຂອງໂຮງຮຽນພຸດ ລາຣຸງ ກາ ໃນເມືອງ ເຊີຕາ ຂອງ
ແຂວງ ການຊີ ທີ່ປົກຄອງຕົນເອງຂອງ ຕິເບດ, ແຂວງ ສີສວນ, ຈີນ. 23 ກໍລະກົດ, 2015.
ພາບທີ່ຕັ້ງຂອງໂຮງຮຽນພຸດ ລາຣຸງ ກາ ໃນເມືອງ ເຊີຕາ ຂອງ ແຂວງ ການຊີ ທີ່ປົກຄອງຕົນເອງຂອງ ຕິເບດ, ແຂວງ ສີສວນ, ຈີນ. 23 ກໍລະກົດ, 2015.

ເຈົ້າໜ້າທີ່ຈີນໄດ້ທຳການຄວບຄຸມເຄັ່ງຄັດຂຶ້ນຕື່ມ ສູນກາງ ລາຣຸງ ກາ ອັນເປັນສູນກາງ
ສຶກສາພຸດທະສາສະໜາແຫ່ງນຶ່ງ ອີງຕາມລາຍງານທີ່ນຳອອກເຜີຍແພ່ ຂອງອົງການ
ສິ້ງຊອມສິດທິມະນຸດນັ້ນ.

ອ້າງຕາມລາຍງານຂອງອົງການສິ້ງຊອມສິດທິມະນຸດດັ່ງກ່າວ ທີ່ບົ່ງບອກເຖິງ “ການ
ບໍລິຫານຂັ້ນຕໍ່າ” ຂອງພວກພະສົງ ຂອງພວກແມ່ຊີ ແລະພວກຜູ້ໄປສັກກາລະບູຊາສະ
ຖາບັນດັ່ງກ່າວທີ່ຖືກຄົ້ນພົບໃນປີ 1980 ນັ້ນແມ່ນວ່າ ພວກກອງຫຼອນຂອງພັກຄອມມູ
ນິສ ແລະ ເຈົ້າໜ້າທີ່ຄົນອື່ນໆ ປະມານ 200 ຄົນ “ພາກັນເຂົ້າຄວບຄຸມການບໍລິຫານ
ການເງິນ ຄວາມປອດໄພ ການຮັບເອົາສະມາຊິກເຂົ້າມາ ແມ່ນແຕ່ການເລືອກເອົາຕຳ
ລາຮຽນມາໃຊ້ໃນສູນກາງ ລຸນຫຼັງການທຳລາຍລ້າງຜານ ແລະ ການຂັບໄລ່ໃນປີ 2017.”

ທ່ານນາງ ໂຊຟີ ຣິຈາດສັນ "Sophie Richardson" ຜູ້ອຳນວຍການຂອງອົງການສິ້ງ
ຊອມສິດທິມະນຸດໄດ້ບອກ ພະແນກ ທິເບດ ຂອງວີໂອເອ ວ່າ “ພວກເຮົາຄິດວ່າ ເຫດ
ການໃນໄລຍະຫຼ້າສຸດ ທີ່ ລາຣຸງ ກາ ນີ້ ແມ່ນເປັນແບບທີ່ບໍ່ເຄີຍມີມາກ່ອນ”ໂດຍເວົ້າຕື່ມ
ວ່າ ການເຂົ້າຄວບຄຸມທີ່ວ່ານີ້ ແມ່ນເປັນການ “ເຂົ້າຫຍຸ້ງກ່ຽວ ໃນວຽກການບໍລິຫານ
ດ້ານຄວາມປອດໄພ ແລະ ແມ່ນແຕ່ປຶ້ມແບບຮຽນຂອງປະຊາຄົມດັ່ງກ່າວ” ນຳ.

ວີໂອເອ ໄດ້ອີເມລໄປຂໍຄວາມເຫັນຈາກສະຖານທູດ ຈີນ ໃນນະຄອນຫຼວງ ວໍຊິງຕັນ
ກ່ຽວກັບ ລາຍງານຂອງອົງການສິ້ງຊອມສິດທິມະນຸດດັ່ງກ່າວ ແຕ່ບໍ່ໄດ້ຮັບຄຳຕອບ
ໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG