ຈໍານວນໝູຕາຍທີ່ໄດ້ຖືກຊ້ວນຂຶ້ນ ມາຈາກແມ່ນໍ້າສາຍສໍາ
ຄັນຂອງນະຄອນ Shanghai ໄດ້ເພີ້ມຂຶ້ນເກືອບຮອດ 6 ພັນ
ໂຕແລ້ວ ຊຶ່ງບັນດາເຈົ້າໜ້າທີ່ ທ້ອງຖິ່ນຍັງງົງຢູ່ວ່າ ພວກໝູ
ເຫລົ່ານີ້ ໄປຢູ່ໃນແຫລ່ງນໍ້າກິນໃຫຍ່ໆຂອງນະຄອນດັ່ງກ່າວ
ໄດ້ແນວໃດ.
ຂ່າວສານຂອງລັດ ລາຍງານໃນວັນພຸດມື້ນີ້ວ່າ ໝູຕາຍທີ່ພົບ
ເຫັນຢູ່ໃນແມ່ນໍ້າ Huangpu ໄດ້ເພີ້ມຂຶ້ນເປັນສອງເທົ່າພາຍ
ໃນສອງມື້ ໃນຂະນະທີ່ພວກຄົນງານພາກັນສືບຕໍ່ກວດຕາມ
ແລວນໍ້າ ເພື່ອຊອກຫາຊາກໝູຕາຍ.
ບັນດາເຈົ້າໜ້າທີ່ໃນນະຄອນຊຽງໄຮ້ ຊຶ່ງເປັນສູນກາງການເງິນ
ຂອງຈີນເວົ້າວ່າ ປ້າຍຢູ່ຫູຂອງໝູບາງໂຕ ສະແດງໃຫ້ເຫັນວ່າ
ໝູທີ່ຕາຍຈຳນວນນຶ່ງ ແມ່ນໄຫລ ລົງມາຈາກແຂວງ Zhejiang
ທີ່ຢູ່ໃກ້ຄຽງ ແລະມີຟາມລ້ຽງໝູຫລາຍໆແຫ່ງນັ້ນ.
ແຕ່ທ່ານ Jiang Hao ເຈົ້າໜ້າທີ່ປະສຸສັດ ແລະສັດຕະວະ
ແພດຂອງແຂວງ Zhejiang ເວົ້າວ່າ ສິ່ງນີ້ອາດຈະບໍ່ເປັນຄວາມຈິງກໍໄດ້ ເພາະວ່າປ້າຍຕິດ
ຢູ່ຫູໝູ ພຽງແຕ່ຊີ້ບອກບ່ອນທີ່ໝູເກີດເທົ່ານັ້ນ.
ຍັງບໍ່ມີໃຜຮູ້ວ່າໝູເຫລົ່ານີ້ຕາຍຍ້ອນຫຍັງ ເຖິງແມ່ນວ່າບາງໂຕກໍຖືກກວດພົບວ່າ ມີເຊື້ອ ໄວຣັສ PCV ຊຶ່ງເປັນພະຍາດໝູ ທີ່ບໍ່ມີຜົນກະທົບຕໍ່ຜູ້ຄົນ.
ບັນດາເຈົ້າໜ້າທີ່ໃນນະຄອນຊຽງໄຮ້ ຢືນຢັດວ່າ ໝູຕາຍບໍ່ໄດ້ເຮັດໃຫ້ນໍ້າປະປາຂອງນະ ຄອນດັ່ງກ່າວ ມີເຊື້ອພະຍາດເຈືອປົນຢູ່ນໍາແຕ່ຢ່າງໃດ ໂດຍເວົ້າວ່າ ແມ່ນໍ້າສາຍນີ້ບໍ່ໄດ້ ມີຄວາມເປື້ອນເປິຫລາຍກວ່າລະດັບປົກກະຕິເລີຍ. ແມ່ນໍ້າ Huangpu ແມ່ນສະໜອງ ນໍ້າເກືອບຮອດ 1 ສ່ວນ 4 ຂອງຈໍານວນນໍ້າທັງໝົດ ທີ່ໃຊ້ຫຼໍ່ລ້ຽງນະຄອນທີ່ມີປະຊາຊົນອາ
ໄສຢູ່ 20 ລ້ານຄົນນັ້ນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: