ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ​ຟີ​ລິບ​ປິນ ແຂ່ງ​ຂັນ​ກັນ ກ່ຽວກັບ ການ​ຕິດ​ຕັ້ງເຄື່ອງ​ໝາຍນຳ​ທາງ ໃນທະເລຈີນໃຕ້


ສະມາຊິກໜ່ວຍ​ຍາມຝັ່ງຟິລິບປິນ ຕິດຕັ້ງເຄື່ອງ​ໝາຍນຳ​ທາງ ໃນພື້ນທີ່ສ່ວນນຶ່ງຂອງທະເລຈີນໃຕ້ ເຊິ່ງມະນິລາອ້າງສິດອະທິປະໄຕ, ໃນຮູບພາບຈາກເອກະສານ ທີ່ໄດ້ຮັບໃນວັນທີ 15 ພຶດສະພາ 2023 (ໝ່ວຍຍາມຝັ່ງທະເລຟິລິບປິນ ຜ່ານທາງອົງການຂ່າວຣອຍເຕີສ໌). ຈີນ, ຫຼັງຈາກນັ້ນ, ໄດ້ຕອບໂຕ້ ໂດຍການອ້າງສິດຂອງຕົນເຊັ່ນກັນ
ສະມາຊິກໜ່ວຍ​ຍາມຝັ່ງຟິລິບປິນ ຕິດຕັ້ງເຄື່ອງ​ໝາຍນຳ​ທາງ ໃນພື້ນທີ່ສ່ວນນຶ່ງຂອງທະເລຈີນໃຕ້ ເຊິ່ງມະນິລາອ້າງສິດອະທິປະໄຕ, ໃນຮູບພາບຈາກເອກະສານ ທີ່ໄດ້ຮັບໃນວັນທີ 15 ພຶດສະພາ 2023 (ໝ່ວຍຍາມຝັ່ງທະເລຟິລິບປິນ ຜ່ານທາງອົງການຂ່າວຣອຍເຕີສ໌). ຈີນ, ຫຼັງຈາກນັ້ນ, ໄດ້ຕອບໂຕ້ ໂດຍການອ້າງສິດຂອງຕົນເຊັ່ນກັນ

ໃນ​ການ​ເຄື່ອນ​ໄຫວແບບບໍ່ມີໃຜຍອມໃຜ (tit-for-tat) ໃນ​ຂໍ້​ພິ​ພາດ​ທີ່ກຳລັງເກີດຂຶ້ນ ກ່ຽວກັບ​ອະ​ທິ​ປະ​ໄຕ ຢູ່ທະ​ເລ​ຈີນ​ໃຕ້​, ຈີນ​ໄດ້​ຕິດຕັ້ງ "ສັນຍານບອກທາງ​" ສາມໜ່ວຍຢູ່​ໃນ​ທະ​ເລ​ດັ່ງ​ກ່າວ ​ແຂ່ງ​ກັບ​ການ​ຕິດ​ຕັ້ງ​ສັນ​ຍານບອກ​ທາງ 5 ໜ່ວຍ ​ທີ່​ໄດ້​ມີ​ຂຶ້ນໂດຍ​ຟີ​ລິບ​ປິນ​.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນ ໃນຂະນະທີ່ປະທານາທິບໍດີ ຟີລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ (Ferdinand Marcos Jr.) ໄດ້ສືບຕໍ່ສາຍສຳພັນທີ່ອົບອຸ່ນຂຶ້ນກັບສະຫະລັດ, ລວມທັງການໃຫ້ສະຫະລັດ​ໃຊ້ຖານທັບຫຼາຍຂຶ້ນ ເພື່ອ ປະເຊີນໜ້າກັບການກະທຳທີ່ບໍ່ເປັນມິດຂອງຈີນ ໃນເຂດດັ່ງກ່າວ.

ກະຊວງ​ຄົມມະນາຄົມຂົນສົ່ງ​ຈີນ​ໄດ້​ປະກາດໃນວັນທີ 24 ພຶດສະພານີ້​ວ່າ: ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນການນຳທາງ ​ແລະ​ການ​ປະຕິບັດການ​ຂອງ​ກຳ​ປັ່ນ, ສູນ​ຮັກສາ​ຄວາມ​ປອດ​ໄພ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້​ ຂອງ​ກະຊວງ​ຄົມມະນາ ຄົມ​ຂົນ​ສົ່ງ​ໄດ້​ນຳ​ໃຊ້​ເຄື່ອງ​ໝາຍ​ການ​ນຳ​ທາງ 3 ​ໜ່ວຍ ​ຢູ່​ນ່ານນໍ້າ ​ໃກ້​ກັບເກາະ​ຫີນປະກາລັງ ເອີວິງ (Irving Reef), ວິຕຊັນ (Whitsun Reef) ​ແລະ ເກເວນ (Gaven Reef) ຢູ່​ໃນຫມູ່ເກາະ​ໜານຊາ ຫຼື Spratly."

ການ​ປະກາດ​ດັ່ງກ່າວ​ ມີ​ຂຶ້ນ​ພາຍຫຼັງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນກ່າວ​ວ່າ ຕົນ​ໄດ້​ຕັ້ງ​ເຄື່ອງ​ໝາຍນຳ​ທາງທີ່ມີທຸງຊາດ 5 ໝ່ວຍ ​ຕັ້ງ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ພຶດ ສະພາ​ນີ້ ​ຢູ່ເຂດ​ຕ່າງໆພາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ຫຼື EEZ 322 ກິ​ໂລ​ແມັດ.

ແນວຫີນປະກາລັງທັງ 3 ແຫ່ງແມ່ນຢູ່ໃນເຂດນ່ານນໍ້າ ທີ່ມະນີລາກ່າວວ່າ ຢູ່ໃນເຂດ​ເສດ​ຖະ​ກິດ​ຈຳ​ເພາະຂອງຕົນ, ເຊິ່ງພາຍໃຕ້ກົດໝາຍສາກົນ​ແລ້ວ ຕົນມີສິດອະທິປະໄຕ ໃນການສະແຫວງຫາຜົນປະໂຫຍດ ແລະຂຸດຄົ້ນທາງດ້ານເສດຖະ ກິດ. ກຳ​ປັ່ນ​ທະຫານ​ບ້ານທາງທະ​ເລ​ຂອງຈີນ​ຫຼາຍ​ຮ້ອຍ​ລຳ​ ໄດ້​ເຂົ້າ​ຈອດ​ຢູ່​ເກາະຫິນປະກາລັງ ວິຕຊັນ (Whitsun Reef) ​ໃນ​ປີ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG