ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເຕືອນຟີລິບປິນ ກ່ຽວກັບໝູ່ເກາະ Spratlys


ແຜນທີ່ໝູ່ເກາະ Spratly ແລະ Paracel
ແຜນທີ່ໝູ່ເກາະ Spratly ແລະ Paracel

ຈີນໄດ້ເຕືອນກ່ຽວກັບການສຳຫຼວດຫາບໍ່ນໍ້າມັນໃນເຂດໝູ່ເກາະ Spratlys ຫຼັງຈາກບໍລິສັດ
ອັງກິດບໍລິສັດນຶ່ງໄດ້ປະກາດແຜນການ ຈະເລີ້ມການຂຸດເຈາະໃນເຂດທີ່ເປັນບັນຫາຂັດແຍ້ງ ລະຫວ່າງຈີນແລະຟີລິບປິນ.

ໃນການຖະແຫຼງຂ່າວທີ່ກຸງປັກກິ່ງໃນວັນພະຫັດມື້ນີ້ ທ່ານນາງ Jiang Yu ໂຄສົກກະຊວງ
ການຕ່າງປະເທດຈີນກ່າວຢືນຢັດວ່າ ຈີນມີອະທິປະໄຕແບບບໍ່ມີໃຜສາມາດໂຕ້ແຍ້ງໄດ້ເໜືອ
ໝູ່ເກາະດັ່ງກ່າວແລະບໍລິເວນທະເລທີ່ຢູ່ໃກ້ຄຽງ ຊຶ່ງ ຕັ້ງຢູ່ໃນທະເລຈີນໃຕ້ນັ້ນ.

ທ່ານນາງເວົ້າວ່າການສໍາຫຼວດໃດໆກໍຕາມຫາບໍ່ນໍ້າມັນຫຼືແກັສທໍາມະຊາດຢູ່ໃນເຂດດັ່ງກ່າວ
ໂດຍປາດສະຈາກການອະນຸຍາດຂອງຈີນນັ້ນແມ່ນເປັນການລະເມີດຕໍ່ອະໄທປະໄຕຂອງຈີນ ແລະເປັນການກະທໍາທີ່ຜິດກົດໝາຍແລະໃຊ້ການບໍ່ໄດ້.

ບໍລິສັດ Forum Energy ຊຶ່ງເປັນບໍລິສັດຂຸດນໍ້າມັນແລະບໍ່ແຮ່ທີ່ມີສໍານັກງານຢູ່ປະເທດອັງ
ກິດປະກາດທີ່ນະຄອນຫຼວງມະນີລາໃນສັບປະດານີ້ວ່າຕົນໄດ້ສຳເລັດເສັດສິ້ນການສໍາຫຼວດ
ໂດຍໃຊ້ຄື້ນສຽງໃນບໍລິເວນບໍ່ແກັສທໍາມະຊາດ Sampaguita ຫ່າງຈາກໝູ່ເກາະ Sprat-
lys ໄປທາງທິດຕາເວັນອອກ ປະມານ 150 ຫຼັກກິໂລແມັດນັ້ນ ແລະເວລານີ້ ຈະເລີ້ມດໍາ
ເນີນງານເພື່ອຊອກຫາຈຸດທີ່ເໝາະສົມທີ່ສຸດທີ່ສາມາດ​ໄປຂຸດເຈາະ​ໄດ້ ເພື່ອຊັ່ງຊາຕີລາຄາ ​ເບິ່ງນັ້ນ.

ໃນຕົ້ນເດືອນນີ້ຟີລິບປິນໄດ້ຍື່ນປະທ້ວງ ໂດຍເວົ້າວ່າ ເຮືອລາດຕະເວນທະຫານຂອງຈີນໄດ້ ແລ່ນເຂົ້າໄປໃນເຂດດັ່ງກ່າວ ຊຶ່ງ​ເອີ້ນກັນວ່າເຂດບໍ່ນໍ້າມັນ Reed Bank ແລະໄດ້ບັງຄັບໃຫ້
ເຮືອສຳຫຼວດນໍ້າມັນລຳນຶ່ງ ອອກໄປຈາກ ບໍລິເວນດັ່ງກ່າວ.

XS
SM
MD
LG