ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະຟີລິບປິນ ຍັງສືບຕໍ່ຂັດແຍ້ງກັນ ໃນທະ​ເລ​ຈີນໃຕ້.


ຈີນສົ່ງເຮືອລາດຕະເວນ "Yuzheng 310" ​​ໄປ​ຄຸ້ມ​ຄອງຊາວ​ປະມົງ​ ໃນທະເລຈີນໃຕ້
ຈີນສົ່ງເຮືອລາດຕະເວນ "Yuzheng 310" ​​ໄປ​ຄຸ້ມ​ຄອງຊາວ​ປະມົງ​ ໃນທະເລຈີນໃຕ້

ບໍ່​ມີ​ທ່າ​ທາງ​ວ່າ ການ​ປະ​ເຊີນ​ໜ້າ​ທາງ​ທະ​ເລ​ລະຫວ່າງ​ຈີນ​ແລະ​ຟີ​ລິບ​ປິນ​ເປັນ​ທີ່ດຳ​ເນີນ​ມາ
ໄດ້ 9 ມື້​ແລ້ວນັ້ນ ​ໄດ້​ເຢັນ​ລົງ​ໃນ​ວັນ​ພະຫັດ​ມື້ນີ້​ໂດຍ​ທີ່​ປັກ​ກິ່ງ​ໄດ້​ສົ່ງ ກຳ​ປັ່ນ​ຂະ​ໜາດ​ແຮງ
ລຳ​ນຶ່ງ ​ໄປ​ຍັງ​ເຂດ​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງ ​ໃນ​ທະ​ເລ​ຈີນ ​ໃຕ້.

ສື່​ມວນ​ຊົນ​ຂອງຈີນ​ລາຍ​ງານ​ໃນ​ວັນ​ພະຫັດ​ມື້​ນີ້​ ທີ່​ໄດ້ອ້າງຄໍາ​ເວົ້າ​ຂອງ​ພວກ​ເຈົ້າໜ້າ​ທີ່ໆ
ເວົ້າວ່າ ​ເຮືອ Yuzheng 310 ຊຶ່ງ​ເປັນເຮືອລາດຕະ​ເວນທີ່​ທັນ​ສະ​ໄໝທີ່​ສຸດ​ຂອງ​ຈີນ ​
ໄດ້​ຖືກ​ສົ່ງໄປ​ຄຸ້ມ​ຄອງຊາວ​ປະມົງ​ຈີນ​ແລ້ວ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ການ​ປະ​ເຊີນ​ໜ້າ​ກັນ​ ທີ່​ໄດ້​ເລີ່​ມຂຶ້ນ​ໃນຕົ້ນ​ອາທິດ​ທີ່​ແລ້ວ​ນີ້​ ເວລາເຮືອລາດຕະ​ເວນ
ຂອງ​ຈີນ​ ​ໄດ້ຂັດຂວາງ​ບໍ່​ໃຫ້​ເຮືອລົບ​ຂອງ​ຟິລິບ​ປີນ​ ຈັບ​ກຸມ​ຊາວ​ປະມົງ​ຈີນຫຼາຍ​ຄົນ​
ໃກ້​ໆກັບ​ເກາະ Scarborough ຊຶ່ງ​ເປັນ​ເຂດ​ທີ່​ປະ​ເທດ​ທັງ​ສອງ​ໄດ້​ອ້າງ​ເອົາກໍາມະສິດ​ນັ້ນ.

ກຸງມະນີ​ລາ ​ໄດ້​ຮຽກຮ້ອງ​ໃຫ້ສົ່ງ​ບັນຫາ​ດັ່ງກ່າວ ​ໄປ​ຍັງ​ສານ​ນາໆ​ຊາດ ​ໂດຍໂຕ້​ແຍ້​ງວ່າ
ເກາະ​ດັ່ງກ່າວແມ່ນຢູ່​ໃນ​ເຂດ​ນ່ານນໍ້າເສດຖະກິດ​ພິ​ເສດທີ່​ນາໆ​ຊາດ​ຮັບ​ຮູ້​ຂອງ​ຕົນ.

ໃນ​ວັນ​ພຸດ​ວານ​ນີ້ ກຸງ​ປັກ​ກິ​ງ ​ໄດ້​ປະຕິ​ເສດ​ຕໍ່​ການ​ຮຽກຮ້ອງ​ຂອງ​ຟີ​ລິບ​ປິນ​ດັ່ງກ່າວ
ແລະ​ໄດ້​ຮຽກ​ທ່ານ Alex Chua ອຸບ​ປະທູດຟິລິບ​ປີນ ເຂົ້າພົບກ່ຽວ​ກັບບັນຫາ​ນີ້.

XS
SM
MD
LG