ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ຟີ​ລິບ​ປິນ ກ່າວ​ຢ້ຳ​ເຖິງ​ການ​ສົນ​ທະ​ນາ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ​ໃນ​ທະ​ເລ​ຈີນ​ໃຕ້


ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຈີນ ລອຍ​ຢູ່​ໃກ້​ກຳ​ປັ່ນ​ຂອງ ຟີ​ລິບ​ປິນ, ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ເຮືອ​ພົນ​ລະ​ເຮືອນ​ໃນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້ງ​ກັນ, 10 ທັນ​ວາ 2023.
ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຈີນ ລອຍ​ຢູ່​ໃກ້​ກຳ​ປັ່ນ​ຂອງ ຟີ​ລິບ​ປິນ, ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ເຮືອ​ພົນ​ລະ​ເຮືອນ​ໃນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້ງ​ກັນ, 10 ທັນ​ວາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ ທ່ານ ເອັນ​ຣິກ​ເກ ມາ​ນາ​ໂລ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ທ່ານ​ໄດ້ “ລົມ​ກັນ​ຢ່າງ​ເປີດ​ເຜີຍ” ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ ແລະ ວ່າ​ທັງ​ສອງ​ຝ່າຍ “ໄດ້​ເຂົ້າ​ໃຈ​ກັນ​ຢ່າງ​ຈະ​ແຈ້ງ​ຂຶ້ນກວ່າ​ເກົ່າ ກ່ຽວ​ກັບ ຖາ​ນະ​ຂອງ​ພວກ​ເຮົາ​ໃນຫຼາກຫຼາຍ​ບັນ​ຫາ.”

ທ່ານ ມາ​ນາ​ໂລ ໄດ້​ກ່າວ​ຕື່ມ​ວ່າ ຈີນ ແລະ ຟີ​ລິບ​ປິນ ຕ່າງ​ກໍ​ໄດ້​ກ່າວ​ຢ້ຳ​ ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ໃຊ້​ການ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ສອງ​ປະ​ເທດ​ທ່າ​ມ​ກາງ​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ ຫວັງ ໄດ້​ກ່າວ​ໃນ​ການ​ລົມ​ໂທ​ລະ​ສັບ​ກັບ​ທ່ານ ມາ​ນາ​ໂລ ວ່າ ຈີນ ແລະ ຟີ​ລິບ​ປິນ ແມ່ນ “ກຳ​ລັງ​ປະ​ເຊີ​ນ​ກັບ​ບັນ​ຫາ​ທີ່​ຮ້າຍ​ແຮງ,” ແລະ ໄດ້​ເຕືອນ​ວ່າ “ຟີ​ລິບ​ປິນ ຕ້ອງ​ດຳ​ເນີນ​ການ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ,” ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາ​ກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ.

ທ່ານ ຫວັງ​ ໄດ້​ກ່າວ​ວ່າ ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ “ແມ່ນ​ຢູ່​ໃນ​ເວ​ລາ​ທີ່​ຕ້ອງ​ໄດ້​ທຳ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ” ແລະ ໄດ້​ອ້າງ​ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ກ່າວ​ວ່າ​ເປັນ​ການ​ຍຸ​ແຍ່​ຢູ່​ທະ​ເລ​ໂດຍ ຟີ​ລິບ​ປິນ ທີ່​ໄດ້​ທຳ​ລາຍ​ສິດ​ທິ​ທາງ​ກົດ​ໝາຍ​ຂອງ ຈີນ.

ຈີນ ແລະ ຟີ​ລິບ​ປິນ ໄດ້​ທຳ​ການ​ອ້າງ​ເອົາ​ກຳ​ມະ​ສິດ​ ທັບ​ກັນ ​ໃນ​ທະ​ເລ​ຈີນ​ໃຕ້, ແລະ ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ​ມັນ​ໄດ້​ມີ​ການ​ຜິດ​ຖຽງ​ກັນຫຼາຍ​ຄັ້ງ​ທີ່​ປະ​ກອບ​ມີ​ເຮືອ​ຫາ​ປາ, ກຳ​ປັ່ນ​ທະ​ຫານ ແລະ ກຳ​ປັ່ນ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG