ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຟີລິບປິນຂໍໃຫ້ຈີນຜ່ອນໂທດ ແກ່ນັກໂທດປະຫານ ຟິລິບປິນ


ຮອງປະທານທິບໍດີຟີລິບປິນ ທ່ານ Jejormar Binay
ຮອງປະທານທິບໍດີຟີລິບປິນ ທ່ານ Jejormar Binay

ຮອງປະທານາທິບໍດີຟີລິບປິນທ່ານ Jejomar Binay ກຳລັງຢູ່ທີ່ປະເທດຈີນເພື່ອຊອກຫາ
ຊ່ອງທາງໃຫ້ມີການຜ່ອນຜັນໂທດແກ່ຊາວຟີລິບປິນ 3 ຄົນທີ່ພວມປະເຊີນກັບໂທດປະຫານ
ຊີວິດໃນຂໍ້ຫາຄ້າຢາເສບຕິດ.

ທ່ານ Binay ຈະຮ້ອງຂໍໃຫ້ຈີນຜ່ອນຜັນໂທດແກ່ຜູ້ຊາຍອາຍຸ 42 ປີແລະແມ່ຍິງອາຍຸ 32
ປີທີ່ມີກຳນົດຈະຖືກປະຫານຊີວິດທີ່ເມືອງ Xiamen ທາງພາກໃຕ້ຂອງຈີນໃນມື້ວັນຈັນຈະ
ມານີ້. ສ່ວນແມ່ຍິງຟີລິບປິນອີກຄົນນຶ່ງ ອາຍຸ 38 ປີ ກໍມີກຳນົດທີ່ຈະຖືກປະຫານຊີວິດທີ່
ເມືອງ Shenzhen ໃນວັນອັງຄານຈະມານີ້.

ໃນບັນດາພວກເຈົ້າໜ້າທີ່ໆທ່ານ Binay ມີກຳນົດຈະພົບປະໃນວັນສຸກມື້ນີ້ ກໍມີປະທານ
ສານປະຊາຊົນສູງສຸດຂອງຈີນ. ຟີລິບປິນກ່າວວ່າຊາວຟີລິບປິນທີ່ຖືກພົບເຫັນວ່າມີຄວາມ
ຜິດທັງ 3 ໄດ້ຖືກພວກຄ້າຢາເສບຕິດຫຼອກໃຫ້ນຳເອົາຢາເສບຕິດ ທີ່ຜິດກົດໝາຍເຂົ້າໄປ
ໃນປະເທດຈີນ

XS
SM
MD
LG