ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນວ່າ ຈີນເຮັດໃຫ້ ການປະເຊີນໜ້າ ຢູ່ທະເລຈີນໃຕ້ ຮ້າຍແຮງຂຶ້ນ


ແຜນທີ່ທະເລຈີນໃຕ້. ວັນທີ 23 ພຶດສະພາ 2012
ແຜນທີ່ທະເລຈີນໃຕ້. ວັນທີ 23 ພຶດສະພາ 2012

ຟີ​ລິບ​ປິນກ່າວ​ຫາ​ຈີນ​ວ່າ ກໍາລັງ​ສົ່ງ​ພວກ​ກໍາ​ປັ່ນ​ລັດຖະບານ​ແລະ​ເຮືອປະມົງ​ໃນ​ຈໍານວນ
​ຫຼາຍ​ຂຶ້ນ​ໄປ​ຍັງ​ໝູ່​ເກາະ​ທີ່​ເປັນ​ບັນຫາໂຕ້​ແຍ່ງກັນ​ໃນ​ທະ​ເລ​ຈີນ​ໃຕ້ໃນ​ການ​ເຄື່ອນ​ໄຫວ​ທີ່
​ກຸງ​ມາ​ນີລາກ່າວວ່າ ກໍາລັງເຮັດ​ໃຫ້ການ​ປະ​ເຊີນ​ໜ້າ​ກັນ​ມາ​ເປັນ​ເວລາ 2 ​ເດືອນ​ແລ້ວນັ້ນ
ເພີ່ມ​ທະວີຄວາມ​ຮ້າຍ​ແຮງ​ຂຶ້ນ.

ທ່ານ Raul Hernandez ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດຟີ​ລິບ​ປິນກ່າວ​ໃນ​
ວັນ​ພຸດ​ມື້​ນີ້​ວ່າ ມີ​ເຮືອ​ຈີນ​ເກືອບ 100 ລໍາ​ຢູ່​ໃນ​ເຂດ​ໝູ່​ເກາະ Scarborough. ໂຄສົກ
ກ່າວ​ຕໍ່​ໄປ​ວ່າ ​ມີການສັງ​ເກດ​ເຫັນ​ວ່າ ພວກ​ເຮືອບາງ​ລໍາ​ກໍາລັງ​ທໍາ​ການ​ຫາ​ປາ​ເຖິງ​ແມ່ນ​
ທັງ​ສອງ​ປະເທດ​ໄດ້​ປະກາດຫວ່າງ​ໄວໆ​ມາ​ນີ້ ຫ້າມ​ທໍາ​ການ​ຫາ​ປາ​ໃນ​ຂົງ​ເຂດດັ່ງກ່າວ
​ນັ້ນ​ກໍ​ຕາມ.

ທ່ານ Hernandez ຮຽກຮ້ອງ​ໃຫ້​ຈີນ​ຖອນ​ເຮືອ​ເຫຼົ່າ​ນີ້​ ອອກໄປຈາກຂົງ​ເຂດ​ດັ່ງກ່າວ​
ໃນ​ທັນທີ ​ໂດຍ​ກ່າວ​ວ່າ ກຸງ​ມາ​ນີລາໄດ້​ທໍາ​ການ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ກັບ​ສະຖານ
ທູດ​ຈີນ​ແລ້ວ​ ກ່ຽວ​ກັບ​ການ​ເພີ່ມທະວີ​ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ແລະ​ກ່າວ​ຕື່ມ​ວ່າ​ເວລາ​ນີ້
ກໍາລັງ​ມີ​ການ​ໂອ້​ລົມ​ສົນທະນາ​ກັນ ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ກັນ​ນີ້.

ທັງ​ຈີນ​ແລະ​ຟີ​ລິບ​ປິນຕ່າງ​ຝ່າຍ​ຕ່າງກໍ​ໄດ້ ອອກ​ຂໍ້​ຫ້າມ​ທໍາ​ການ​ຫາ​ປາ​ຢູ່​ໃນເຂດ​ດັ່ງກ່າວ
​ເມື່ອ​ນຶ່ງ​ສັບປະດາ​ຜ່ານ​ມາ ​ໃນ​ຄວາມ​ພະຍາຍາມ​ເພື່ອຜ່ອນຄາຍ​ຄວາມ​ເຄ່ງ​ຕຶງ​ລົງ​ກ່ຽວ
​ກັບ​ໝູ່​ເກາະ​ດັ່ງກ່າວ ຊຶ່ງ​ທັງ​ສອງ​ປະ​ເທດ​ຕ່າງກໍ​ອ້າງ​ວ່າເປັນ​ດິນ​ແດນ​ໃນອະທິປະໄຕ​
ຂອງ​ຕົນ​ນັ້ນ.

XS
SM
MD
LG