ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ​ນໍາ​ທ່ຽວ​ຈີນ ໂຈະ​ການຈອງ ເພື່ອໄປທ່ຽວ​ ຟິລິບປິນ


ຊາວຟິລິບປິນຖືປ້າຍປະທ້ວງຈີນ ຢູ່ຕໍ່ໜ້າສະຖານກົງສຸນຈີນ ໄກ້ນະຄອນ ຫລວງມະນິລາ
ຊາວຟິລິບປິນຖືປ້າຍປະທ້ວງຈີນ ຢູ່ຕໍ່ໜ້າສະຖານກົງສຸນຈີນ ໄກ້ນະຄອນ ຫລວງມະນິລາ

ບໍລິສັດ​ນໍາ​ທ່ຽວ​ຈີນຫລາຍໆ​ບໍລິສັດ​ໄດ້​ໂຈະ​ການທ່ອງທ່ຽວ​ໄປ​ຍັງ​ປະ​ເທດ​ຟິລິບປິນ ທ່າມກາງ​ການ​ປະ​ເຊີນ​ໜ້າ​ມາເປັນ​ເວລາ​ນຶ່ງ​ເດືອນທີ່​ເພີ່ມ​ທະວີ​ຂຶ້ນນັບ​ມື້ ​ໃນ​ເຂດໝູ່​ເກາະ Scarborough ທີ່​ບໍ່​ມີ​ຄົນ​ຢູ່​ອາໄສ​ໃນທະ​ເລ
​ຈີນ​ໃຕ້​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ ກ່າວເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ບໍລິ​ສັດ Ctrip.com ຊຶ່ງ ​ເປັນ​ບໍລິສັດ​ນໍາ​ທ່ຽວແລະ​ຈໍາໜ່າຍ​ປີ້​ຍົນ​ທາງ​ອິນ​ເທີ​ເນັດໃຫຍ່​ທີ່​ສຸດ​ຂອງ​ຈີນ ​ແລະບໍລິສັດ​ອື່ນໆ​ອີກ​ຫລາຍ​ບໍລິສັດ ໄດ້​ໂຈະ​ການ​ເດີນທາງ​ໄປ​ທ່ອງທ່ຽວໃນ ຟິລິບ​ປິນ ແລະ​ຈະ​ບໍ່​ຮັບ​ການ​ຈອງ​ລ່ວງ​ໜ້າໃດໆ​ໄປ​ຈົນ​ກວ່າ​ສະຖານະການ ຈະ​ດີຂື້ນ.

ການ​ປະ​ເຊີນ​ໜ້າ​ກັນ​ດັ່ງກ່າວ ​ແມ່ນ​ໄດ້​ເລີ່ມຕົ້ນ​ເມື່ອ​ວັນ​ທີ່ 10 ​ເດືອນ​ເມສາ ​ເວລາ​ກໍ່າ​ປັ່ນ​ລາດຕະ​ເວນ​ຈີນ ​ກີດ​ກັນ​ກໍ່າ​ປັ່ນ​ລົບ​ຂອງ​ຟິລິບປິນລໍາ​ນຶ່ງ ​ບໍ່​ໃຫ້ ຈັບ​ກຸມ​ຊາວ​ປະມົງ​ຈີນ​ຢູ່ ​ໃນ​ເຂດ​ນ່ານນໍ້າທີ່ຍັງ​ມີ​ການ​ຖົກ​ຖຽງ​ໂຕ້​ແຍ້​ງໃກ້​ໆ ໝູ່​ Scarborough ຊຶ່ງ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ອ້າງວ່າ ເປັນ​ເຂດ​ນໍ້າ​ແດນ​ດິນ​ທີ່ຢູ່​ໃຕ້​ອຳນາດອະທິປະ​ໄຕ​ຂອງ​ຕົນ​ນັ້ນ.

ກະຊວງ​ຕ່າງປະ​ເທດ​ຈີນ ​ກ່າວ​ເມື່ອ​ຕົ້ນ​ອາທິດ​ນີ້​ວ່າ ຕົນ​ບໍ່​ໄດ້​ຄິດ​ໃນ​ແງ່ດີ​ປານ​ໃດ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ ດັ່ງກ່າວ ​ແລະ​ວ່າຕົນ​ພ້ອມ​ແລ້ວທີ່​ຈະ​ຕອບ​ໂຕ້​ ຕໍ່​ການ​ເຮັດ​ໃຫ້​ສະຖານະ​ການເພີ່ມ​ທະວີຄວາມ​ຮ້າຍ​ແຮງ​ຂຶ້ນ ໃດໆກໍ​ຕາມ ໂດຍ​ຝ່າຍ​ຟິລິ​ບປິນ.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ສື່​ມວນ​ຊົນ​ຂອງ​ທາງ​ການຈີນ ​ໄດ້ໃຫ້​ຮ່ອງຮອຍວ່າ​ອາດ​ເກີດ​ມີສົງຄາມ​ກັນ​ໄດ້ ​ຖ້າ​ຫາກວ່າ​ການຂັດ​ແຍ້​ງ ກັນ​ບໍ່ໄດ້​ຮັບແກ້​ໄຂໃນ​ບໍ່ຊ້ານີ້. ບົດ​ບັນນາທິການ​ບົດ​ນຶ່ງ​ ທີ່​ລົງ​ພິມ​ໃນ​ໜັງສືພິມ China Daily ​ນັ້ນ ເວົ້າວ່າ ປັກ​ກິ່ງຢາກ​ໃຫ້​ມີ​ການ​ຕົກລົງ​ກັນ​ຢ່າງ​ສັນຕິ​ວິທີ ​ແຕ່​ກໍ​ຢືນ​ຢັດວ່າ ລັດຖະບານ​ມະນິລາ​ກໍາລັງ​ກົດ​ດັນຈີນ ໃຫ້ຈົນ​ມຸມ​ທີ່​ສຸດແລ້ວ ​ເຖິງ​ຂັ້ນ​ທີ່​ວ່າ​ອາດ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ​ອີກ ນອກ​ຈາກ​ຈະ​ໃຊ້​ອາວຸດ​ເທົ່າ​ນັ້ນ.

XS
SM
MD
LG