ນັກວິໄຈທ່ານນຶ່ງເວົ້າວ່າ ຈີນຈະເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ມີສາຍພົວພັນມິດຕະ
ພາບກັບຟີລິບປິນ ຢ່າງແຂງແກ່ນຂຶ້ນ ເພາະຈີນເຫັນວ່າ ປະເທດດັ່ງກ່າວເປັນພັນທະ
ມິດໃໝ່ ທີ່ມີຄຸນຄ່າຫລາຍ ຢູ່ໃນເຂດຕາເວັນອອກສຽງໃຕ້ ເຖິງແມ່ນວ່າ ຈະມີຄັ້ງນຶ່ງທີ່
ປະທານາທິບໍດີຂອງຟີລິບປິນມີຄໍາເຫັນ ທີ່ເຮັດໃຫ້ຜູ້ນໍາສູງສຸດຂອງຈີນນາບຂູ່ວ່າ ຈະເຮັດ
ສົງຄາມ ຍ້ອນພື້ນທີ່ໃນທະເລທີ່ມີຄວາມຂັດແຍ່ງກັນນັ້ນ.
ອີງຕາມການລາຍງານຂອງສື່ມວນຊົນ ທີ່ເວົ້າກັນຢ່າງກ້ວາງຂວາງໃນຟີລິບປິນແລ້ວ
ແມ່ນວ່າ ທ່ານ Duterte ໄດ້ບອກໜ່ວຍທະຫານຍາມຝັ່ງທະເລໃນວັນທີ 19 ພຶດສະພາ
ນີ້ວ່າ ໃນເດືອນນີ້ປະທານປະເທດ Xi Jinping ໄດ້ຂູ່ວ່າຈະເຮັດ “ເສິກ” ຖ້າຫາກວ່າ
ຟີລິປິນ "ຍັງຢືນຢັດ" ກ່ຽວກັບເຂດອະທິປະໄຕເທິງເກາະ Spratly, ເຊິ່ງເປັນເກາະທີ່
ລວມມີໝູ່ເກາະນ້ອຍໆ ຢູ່ທະເລຈີນໃຕ້ ນັ້ນ.
ທ່ານ Jay Batongbacal, ຜູ້ອໍານວຍການສະຖາບັນດ້ານການທະເລ ແລະກົດໝາຍ
ທາງທະເລຢູ່ນະຄອນມະນີລາກ່າວວ່າ "ພວກເຂົາເຈົ້າຈະບໍ່ສາມາດເວົ້າແບບໃດ ກໍບໍ່
ໄດ້ຫລາຍ ເພາະວ່າມັນຈະເຮັດໃຫ້ເຂົາເຈົ້າຖືກມອງໄປໃນທາງບໍ່ດີ." "ສະນັ້ນ ຂ້າພະ
ເຈົ້າຈຶ່ງຄິດວ່າ ມັນເປັນການຍາກສໍາລັບເຂົາເຈົ້າ ແລະເຂົາເຈົ້າກໍອາດຈະບໍ່ເວົ້າຫຍັງ
ແລະທາງຫລີກລ່ຽງທີ່ຈະເວົ້າ ຫຍັງທັງໝົດ."
ນະຄອນປັກກິ່ງອ້າງເອົາກໍາມະສິດປະມານ 90 ເປີເຊັນຂອງທະເລຈີນໃຕ້ ທີ່ມີເນື້ອທີ່
3 ລ້ານຫ້າແສນກິໂລແມັດມົນທົນ ຊຶ່ງລວມທັງໝູ່ເກາະ Spratlys ນຳ. ການອ້າງເອົາ
ກໍາມະສິດດັ່ງກ່າວແມ່ນໄປກວາມກັນ ກັບເຂດເສດຖະກິດ ທີ່ຢູ່ໃນຄວາມຜູກຂາດຂອງ
ຟີລິບປິນ, ບຣູໄນ, ມະເລເຊຍ ແລະຫວຽດນາມ. ສື່ມວນຊົນ ຟີລິບປິນ ເວົ້າວ່າ ທ່ານ Xi
ແລະທ່ານ Duterte ໄດ້ສົນທະນາກັນວ່າຈະເຈາະບໍ່ນໍ້າມັນ ຢູ່ໝູ່ເກາະ Spratlys ຢູ່ໃນ
ກອງປະຊຸມທີ່ນະຄອນປັກກິ່ງ ຕອນທີ່ທ່ານ Xi ໄດ້ອອກຄໍາເຫັນເຊັ່ນນັ້ນ.
ຈີນອາດຈະບໍ່ຢາກໃຫ້ຄໍາເຫັນກ່ຽວກັບສົງຄາມຖືກເປີດເຜີຍ ແລະນັກຊ່ຽວຊານດ້ານ
ການເມືອງເວົ້າກັນວ່າ ປັກກິ່ງອາດຈະເວົ້າກັບຄະນະລັດຖະບານຂອງທ່ານ Duterte
ຢ່າງລະມັດລະວັງຂຶ້ນໃນອານາຄົດ.