ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຫລຸດຜ່ອນ ການຂະຫຍາຍ ອິດທິພົນ ຢູ່ໃນເຂດຂັດແຍ້ງ ເພື່ອສ້າງ ສາຍສຳພັນ ໃຫ້ດີຂຶ້ນ ກັບຟີລິບປິນ


ທ່ານ ໂຣດຣີໂກ ດູເຕິກເຕ ປະທານາທິບໍດີ ຟີລິບປິນ ເດີນທາງ
ໄປເຖິງ ງານລ້ຽງ ພົບປະກັບປະຊາຄົມ ຟີລິບປິນ ຢູ່ໃນຮົງກົງ, ວັນທີ 12 ພຶດສະພາ 2018.
ທ່ານ ໂຣດຣີໂກ ດູເຕິກເຕ ປະທານາທິບໍດີ ຟີລິບປິນ ເດີນທາງ ໄປເຖິງ ງານລ້ຽງ ພົບປະກັບປະຊາຄົມ ຟີລິບປິນ ຢູ່ໃນຮົງກົງ, ວັນທີ 12 ພຶດສະພາ 2018.

ທ່າທີທີ່ອ່ອນໂຍນຂອງປະທານາທິບໍດີຟີລິບປິນ ທີ່ມີຕໍ່ການຂະຫຽາຍອຳນາດຂອງຈີນ
ຢູ່ໃນທະເລ ບ່ອນທີ່ມີການຜິດຖຽງກັນ ໃນຂະນະທີ່ສ້າງຄວາມກັງວົນ ໃຫ້ແກ່ປະຊາຊົນ
ຂອງຕົນເອງຢູ່ນັ້ນ ໄດ້ຢຸດຢັ້ງຈີນໄວ້ ບໍ່ໃຫ້ຄືບໜ້າກ້າວກ່າຍໄປ ເຖິງການກ່າວອ້າງ ຂອງ
ນະຄອນຫຼວງ ມານີລາ ອີງຕາມຄຳເວົ້າຂອງນັກວິເຄາະຫຼາຍທ່ານ.

ເວລາທ່ານ ໂຣດຣີໂກ ດູເຕິກເຕ ປະທານາທິບໍດີ ຟີລິບປິນໄດ້ເລີ່ມປົວແປງສາຍພົວພັນ
ກັບຈີນ ໃນໃນທ້າຍປີ 2016 ນັ້ນ ບັນດານັກປາດອາຈານທາງທະເລ ຕະຫຼອດທັງຊາວ
ຟິລິບປິນທຳມະດາສາມັນ ພາກັນຢ້ານວ່າ ກຸງປັກກິ່ງຈະຂະຫຽາຍອຳນາດ ຢ່າງເສລີ
ເຂົ້າໄປໃນນ່ານນໍ້າ ທີ່ຟິລິບປິນ ໄດ້ອ້າງເອົາກຳມະສິດ ເພື່ອຕອບແທນ ກັບການຊ່ອຍ
ເຫຼືອທາງດ້ານເສດຖະກິດ ທີ່ປະເທດພວມໄດ້ຮັບຢູ່.

ພວກປະທ້ວງສອງຄົນ ຕໍ່ຕ້ານປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕິກເຕ ຢູ່ໃກ້ກັບໂຮງແຮມ ບ່ອນທີ່ທ່ານພັກຢູ່ ໃນລະຫວ່າງ ການເດີນທາງຢ້ຽມຢາມຮົງກົງ, ວັນທີ 12 ພຶດສະພາ 2018.
ພວກປະທ້ວງສອງຄົນ ຕໍ່ຕ້ານປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕິກເຕ ຢູ່ໃກ້ກັບໂຮງແຮມ ບ່ອນທີ່ທ່ານພັກຢູ່ ໃນລະຫວ່າງ ການເດີນທາງຢ້ຽມຢາມຮົງກົງ, ວັນທີ 12 ພຶດສະພາ 2018.


ຈີນເປັນປະເທດທີ່ມີເສດຖະກິດທີ່ໃຫຽ່ທີ່ສຸດອັນດັບສອງຂອງໂລກ ແລະມີແສນຍາ
ນຸພາບ ທາງທະຫານ ທີ່ເຂັ້ມແຂງທີ່ສຸດເປັນອັນດັບສາມ ໄດ້ອ້າງເອົາ 90 ເປີເຊັນ ຂອງ
ທະເລດັ່ງກ່າວ ຫຼາຍກວ່າປະເທດໃດໆທີ່ເອີ້ນວ່າສ່ວນໃດສ່ວນນຶ່ງເປັນຂອງຕົນ.

ທ່ານ ອາລັນ ພີເຕີ້ ເຄເຢຕາໂນ ຣັດຖະມົນຕີຕ່າງປະເທດ ຟີລິບປິນ ໄດ້ກ່າວໃນວັນສຸກ
ແລ້ວນີ້ວ່າ ລັດຖະບານຂອງຕົນ ພະຍາຍາມທີ່ຈະທຳຄວາມເຂົ້າໃຈວ່າ ການທີ່ຈີນ ໄດ້
ໄປຕິດຕັ້ງ ລູກສອນໄຟ ຄຣູສ ຕໍ່ຕ້ານກຳປັ່ນພິຄາດ ແລະລູກສອນໄຟທີ່ຍິງຈາກໜ້າດິນ
ສູ່ອາກາດ ຢູ່ໃນສາມ ເກາະສແປຮດລີ ນັ້ນ ສະແດງອອກພາຍໃຕ້ການຄວບຄຸມຂອງຈີນ
ຫຼືບໍ່ ອີງຕາມລາຍງານຂອງສື່ມວນຊົນພາຍໃນປະເທດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG