ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ປາປົວນິວກີ​ນີ ຫາລືການຮ່ວມມື ກ່ຽວກັບຄວາມໝັ້ນຄົງ ແລະຕໍາຫຼວດ


ປະຊາຊົນ ພາກັນແລ່ນພ້ອມດ້ວຍເຄື່ອງຂອງ ທີ່ຝູງຊົນພາກັນລັກເອົາເຄື່ອງຂອງຢູ່ຮ້ານຄ້າ ທ່າມກາງຄວາມບໍ່ສະຫງົບຂອງປະເທດໃນນະຄອນຫຼວງປອດມໍເຣສບີ, ປາປົວນິວກີເນຍ, ວັນທີ 10 ມັງກອນ 2024. ປະເທດເກາະດັ່ງກ່າວນີ້ ກໍາລັງຫາລືກ່ຽວກັບການຊ່ວຍເຫຼືອດ້ານຄວາມໝັ້ນຄົງກັບຈີນ, ລັດຖະມົນຕີການຕ່າງປະເທດຂອງເກາະແຫ່ງນີ້ກ່າວ.
ປະຊາຊົນ ພາກັນແລ່ນພ້ອມດ້ວຍເຄື່ອງຂອງ ທີ່ຝູງຊົນພາກັນລັກເອົາເຄື່ອງຂອງຢູ່ຮ້ານຄ້າ ທ່າມກາງຄວາມບໍ່ສະຫງົບຂອງປະເທດໃນນະຄອນຫຼວງປອດມໍເຣສບີ, ປາປົວນິວກີເນຍ, ວັນທີ 10 ມັງກອນ 2024. ປະເທດເກາະດັ່ງກ່າວນີ້ ກໍາລັງຫາລືກ່ຽວກັບການຊ່ວຍເຫຼືອດ້ານຄວາມໝັ້ນຄົງກັບຈີນ, ລັດຖະມົນຕີການຕ່າງປະເທດຂອງເກາະແຫ່ງນີ້ກ່າວ.

ປາປົວນິວກີເນຍ ກໍາລັງເຈລະຈາຂັ້ນຕົ້ນກັບຈີນໃນຂໍ້ຕົກລົງກ່ຽວກັບຄວາມເປັນໄປໄດ້ທາງດ້ານຄວາມປອດໄພ ແລະການຕໍາຫຼວດ, ອີງຕາມລັດຖະມົນຕີການຕ່າງປະເທດ ທ່ານຈັສຕິນ ຄະເຊັງໂກ (Justin Tkachenko) ກ່າວຕໍ່ ອົງການຂ່າວ Reuters ໃນບໍ່ເທົ່າໃດອາທິດ ລຸນຫລັງການກໍ່ຈະ​ລາ​ຈົນ​ທີ່ຮຸນແຮງຂຶ້ນໃນນະຄອນຫຼວງຂອງປະເທດປາຊີຟິກໃຕ້ແຫ່ງນີ້.

ທ່າມກາງ​ການ​ຍາດ​ແຍ່ງ​ອິດ​ທິ​ພົນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ຢູ່ໃນຂົງ ເຂດປາຊີຟິກ, ປາປົວນິວກີເນຍ ຫຼື PNG ເຊິ່ງເປັນປະເທດໝູ່ເກາະປາຊີຟິກທີ່ໃຫຍ່ທີ່ສຸດ, ກ່ອນໜ້ານີ້ກ່າວວ່າ ອອສເຕຣເລຍ ແລະ ສະຫະລັດ ແມ່ນຄູ່ຮ່ວມມືດ້ານຄວາມໝັ້ນຄົງ, ໃນຂະນະທີ່ ຈີນເປັນພາຄີທີ່ສຳຄັນທາງດ້ານເສດຖະກິດ.

ຈີນ ເຂົ້າໄປສະເໜີໃຫ້ການຊ່ວຍເຫຼືອດ້ານ​ກຳ​ລັງຕໍາຫຼວດແລະການຝຶກແອບໃຫ້ແກ່ປາ​ປົວ​ນິວ​ກີນີ ໃນເດືອນກັນຍາຜ່ານມາ ພ້ອມດ້ວຍອຸປະກອນ ແລະເທັກໂນໂລຈີ​ໃນ​ການຕິດຕາມສອດແນມ, ເຊິ່ງການເຈລະຈາຍັງຄົງດໍາເນີນຕໍ່ໄປ ໃນອາທິດແລ້ວນີ້, ອີງຕາມການກ່າວຂອງ ທ່ານ ຄາເຊັງໂກ ໃນລະຫວ່າງການໃຫ້ສໍາພາດກັບອົງການຂ່າວ Reuters ໃນວັນຈັນວານນີ້.

ທ່ານ ຄາເຊັງໂກ ກ່າວວ່າ “ພວກເຮົາພຽງແຕ່ຕົກລົງໃນຂັ້ນຕອນດັ່ງກ່າວນີ້ ກັບຈີນ ກ່ຽວກັບລະດັບຂອງເສດຖະກິດ ແລະການຄ້າເທົ່ານັ້ນ. ພວກ​ເຂົາ​ເຈົ້າ​ແມ່ນ​ນຶ່ງ​ໃນ​ຄູ່​ການ​ຄ້າ​ທີ່ໃຫຍ່​ທີ່​ສຸດ​ຂອງ​ພວກ​ເຮົາ, ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ສະ​ເຫນີການ​ຊ່ວຍ​ເຫຼືອດ້ານ​ຕໍາ​ຫຼວດ ​ແລະດ້ານ​ຄວາມໝັ້ນຄົງ ກ່ຽວກັບຄວາມປອດໄພພາຍໃນໃຫ້ແກ່ພວກເຮົາ​.”

ທ່ານ ຄາເຊັງໂກ ກ່າວວ່າ, ປາ​ປົວ​ນິວ​ກີ​ເນຍ ຈະປະເມີນວ່າ ການຈີນສະເໜີໃຫ້ ​ຄວາມຊ່ວຍເຫລືອດ້ານຄວາມປອດໄພ ແລະດ້ານການຕຳຫຼວດ​ຂອງ​ຈີນ ຊ້ຳ​ກັນ​ຫຼືບໍ່ ກັບທີ່ຕົນໄດ້ຮັບ​ ຈາກການສະເໜີໂດຍອອສ​ເຕ​ຣ​ເລຍ ແລະສະຫະລັດ ມາກ່ອນແລ້ວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG