ໃນວັນອັງຄານມື້ນີ້ ບັນດາສື່ຂອງລັດຖະບານຈີນ ໄດ້ພາກັນກ່າວເຕືອນວ່າ
ແຜນການຂອງວໍຊິງຕັນ ທີ່ຈະທໍາການຫັນປ່ຽນກໍາລັງທະຫານຂອງຕົນໄປຍັງ
ເຂດເອເຊຍປາຊິຟິກນັ້ນ ເປັນການຂົ່ມຂູ່ທີ່ຈະກໍ່ໃຫ້ເກີດການແຕກແຍກລະຫວ່າງ
ສອງປະເທດ ແລະອາດຈະແຕະຕ້ອງໄປເຖິງສະຖຽນລະພາບຢູ່ໃນຂົງເຂດ.
ຄໍາເຕືອນດັ່ງກ່າວໄດ້ມີຂື້ນ ບໍ່ເທົ່າໄດມື້ ຫລັງຈາກ ທີ່ ລັດຖະມົນຕີປ້ອງກັນ
ປະເທດສະຫະລັດ ທ່ານ Leon Panetta ໄດ້ຊີ້ແຈງໂດຍສັງເຂບກ່ຽວກັບແຜນ
ການທີ່ຈະເຄື່ອນຍ້າຍ ສ່ວນໃຫຍ່ຂອງກໍາລັງທະຫານເຮືອຂອງ ສະຫະລັດ
ອາເມຣິກາ ໄປຍັງຂົງເຂດເອເຊຍປາຊີຟິກ ພາຍໃນທ້າຍທົດສະຫວັດນີ້ ຊຶ່ງເປັນ
ພາກສ່ວນນຶ່ງຂອງນະໂຍບາຍ ຂອງລັດຖະບານ ໂອບາມາ ເພື່ອ ສ້າງຄວາມສົມ
ດູນດ້ານຍຸດທະສາດ ຄືນໃໝ່ ໃນເຂດເອເຊຍ.
ບົດວິຈານ ຢູ່ໃນໜັງສືພິມ People’s Daily ຂອງພັກຄອມມິວນິສ ບໍ່ຮັບຮູ້ຄໍາຢືນ
ຢັດຂອງ ວໍຊິງຕັນ ທີ່ວ່າການເຄື່ອນຍ້າຍດັ່ງກ່າວບໍ່ໄດ້ແນໃສ່ ເພື່ອຍັບຍັ້ງຈີນ ທີ່
ທະວີການຢືນຢັນກ່ຽວກັບສິດທິໃນການອ້າງເອົາກໍາມະສິດໃນເຂດນ່ານນໍ້າ
ຫລາຍຂຶ້ນເລື້ອຍໆ ແລະໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ ບັນດາປະເທດເພື່ອນບ້ານ
ທັງຫລາຍ ຢູ່ໃນຂົງເຂດ.
ໜັງສືພິມກ່າວວ່າ “ມັນເປັນທີ່ແຈ້ງຂາວສໍາລັບໃຫ້ທຸກໆຄົນເຫັນວ່າ" ສະຫະລັດ
ອາເມຣິກາ ໄດ້ເຮັດໃຫ້ຈີນເປັນເປົ້າໜາຍຂອງຕົນ ແລະວ່າ ເລື້ອງນີ້ອາດສາມາດ
“ສ້າງຄວາມແຕກແຍກ” ຢູ່ໃນຂົງເຂດໄດ້.
ໃນມື້ວັນຈັນວານນີ້ ໂຄສົກກະຊວງຕ່າງປະເທດຈີນ ທ່ານ Liu Weimin ໄດ້ຮຽກ
ຮ້ອງໃຫ້ ສະຫະລັດອາເມຣິກາ ຈົ່ງເຄົາລົບນັບຖືໃນຜົນປະໂຫຍດຂອງຈີນໃນຂົງ
ເຂດນັ້ນ ແລະກ່າວຕື່ມວ່າ ການຍົກຍ້າຍກໍາລັງໄປປະຈໍາການ ຫລາຍຕື່ມຂຶ້ນ
ແລະເສີມສ້າງສາຍພົວພັນທາງທະຫານໃຫ້ແໜ້ນແຟ້ນຂຶ້ນ ຢູ່ໃນຂົງເຂດນັ້ນ ແມ່ນ
ເປັນການກະທໍາທີ່ “ບໍ່ເໝາະສົມ.”
ດາເຈົ້າໜ້າທີ່ປ້ອງກັນປະເທດ
ທີ່ກອງປະຊຸມຢູ່ສິງກະໂປ ໃນ
ວັນເສົາຜ່ານມານີ້ວ່າ ກອງທັບ
ເຮືອສະຫະລັດ ຈະປັບປ່ຽນ
ແນວທາງປະຈໍາການຂອງຕົນ
ໃໝ່ ເພື່ອຈະໃຫ້ 60 ເປີເຊັນ
ຂອງກໍາລັງເຮືອລົບຂອງຕົນ
ໄປປະຈໍາການຢູ່ໃນພາກພື້ນ
ປາຊິຟິກ ພາຍໃນປີ 2020
ເພີ້ມຂື້ນຈາກ 50 ເປີເຊັນໃນ
ປັດຈຸບັນນີ້.
ລັດຖະມົນຕີປ້ອງກັນປະເທດ
ສະຫະລັດ ກໍາລັງມ້ວນທ້າຍ
ການຢ້ຽມຢາມຂົງເຂດເອເຊຍ
ປາຊິຟິກເປັນເວລານຶ່ງອາທິດ
ດ້ວຍການຢ້ຽມຢາມອີນເດຍ
ເປັນເວລາສອງວັນ ຊຶ່ງຄາດກັນວ່າ ຢູ່ທີ່ນັ້ນ ທ່ານຈະທໍາການສົນທະນາຫາລືເລື້ອງການ
ຂະຫຍາຍສາຍພົວພັນດ້ານປ້ອງກັນປະເທດ ກັບເຈົ້າໜ້າທີ່ອິນເດຍ ແລະເລື້ອງອໍານາດ
ທາງເສດຖະກິດ ແລະທະຫານ ຂອງຈີນ ຢູ່ໃນຂົງເຂດ.