ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງສືພິມຈີນ ທີ່ມີຊື່ສຽງ ປະນາມ ທ່ານ ໂອບາມາ ກ່ອນໜ້າ ການຢ້ຽມຢາມ


ປະທານາທິບໍດີ ​ບາຣັກ ໂອ​ບາ​ມາ ໂບກມືລາ ຢູ່ເທິງເຮືອບິນ ປະຈຳປະທານາທິບໍດີ ທີມີຊື່ວ່າ Air Force One ກ່ອນຈະອອກເດີນທາງ ຈາກສະໜາມບິນ ຖານກອງທັບອາກາດ ຫຼື Andrews Air Force Base ໃນລັດ Maryland, ວັນທີ 2 ພະຈິກ 2014.
ປະທານາທິບໍດີ ​ບາຣັກ ໂອ​ບາ​ມາ ໂບກມືລາ ຢູ່ເທິງເຮືອບິນ ປະຈຳປະທານາທິບໍດີ ທີມີຊື່ວ່າ Air Force One ກ່ອນຈະອອກເດີນທາງ ຈາກສະໜາມບິນ ຖານກອງທັບອາກາດ ຫຼື Andrews Air Force Base ໃນລັດ Maryland, ວັນທີ 2 ພະຈິກ 2014.

ພຽງ​ບໍ່​ເທົ່າ​ໃດ​ມື້ ​ກ່ອນໜ້າ ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ ບາຣັກ
​ໂອ​ບາ​ມາ ເດີນທາງ​ໄປ​ຍັງ​ປະ​ເທດ​ຈີນ ເພື່ອເຂົ້າຮ່ວມກອງ​ປະຊຸມ​
ສຸດ​ຍອດ​ໃນ​ຂົງ​ເຂດ​ນັ້ນ ໜັງສືພິມ​ຂອງ​ທາງ​ການ​ຈີນ ທີ່​ມີ​ສື່​ສຽງ
​ສະບັບ​ນຶ່ງ ​ໄດ້​ກ່າວ​ຫາ​ທ່ານ ​ໂອ​ບາ​ມາ ວ່າ​ເປັນ​ຜູ້ນຳທີ່ບໍ່​ມີ​ປະສິດ
ທິພາບ ​ທີ່​ໄດ້​ປະຕິບັດ​ໜ້າ​ທີ່ “ປາສະຈາກ​ຊີວິດ​ຊີ​ວາ.”

ບົດ​ບັນນາທິການ ຂອງ​ໜັງສືພິມ Global Times ​ໄດ້​ພິມເຜີຍ​ແຜ່
ພຽງ​ບໍ່ເທົ່າໃດຊົ່ວ​ໂມງກ່ອນ​ທີ່​ພັກ​ເດ​ໂມ​ແຄຣັດຂອງປະທານາທິບໍດີ
​ໂອ​ບາ​ມາ ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ​ສະພາ​ສູງ ອັນ​ໝາຍ​ຄວາມ​ວ່າ
ພັກຣີພັບບຣິກັນ ທີ່​ເປັນ​ຝ່າຍຄ້ານ ​ໄດ້​ຄອບ​ຄອງ​ທັງ​ສອງ​ສະພາ​ ຂອງ​ສະຫະລັດ.

ບົດ​ບັນນາທິການ​ຂອງໜັງ​ສື​ພິມ​ດັ່ງກ່າວ ສ່ວນ​ໃຫຍ່​ແລ້ວ ​ໄດ້​ສະທ້ອນ​ເຖິງ​ທັດສະນະ​ຂອງ​
ພັກ​ຄອມ​ມິ​ວນິສຈີນ ທີ່​ກ່າວ​ເຖິງ​ທ່ານ​ໂອ​ບາ​ມາ​ວ່າ ທ່ານ ບໍ່​ໄດ້​ບັນລຸ​ຄວາມ​ຄາດ​ຫວັງ​ຂອງ
ຜູ້​ສະໜັບສະໜຸນ​ທ່ານ ​ແລະວ່າ “ສັງຄົມ​ສະຫະລັດ​ ໄດ້​ເກີດ​ຄວາມ​ເບື່ອ​ໜ່າຍ ກັບ​
ຄວາມຊ້ຳຊາກຂອງທ່ານ.”

ປະທານາທິບໍດີ ​ໂອ​ບາ​ມາ ​ຈະ​ໄປ​ເຖິງປັກ​ກິ່ງ ​ໃນອາທິດໜ້າ ເພື່ອເຂົ້າ ຮ່ວມກອງ​ປະ​ຊຸມ
ສຸດ​ຍອດ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດເອ​ເຊຍ​ປາຊີຟິກ ຫຼືອາເພັກ ບ່ອນ​ທີ່​ຄາດກັນວ່າ​
ທ່ານຈະ​ພົບ​ປະກັບ ປະທານປະເທດ​ຈີນ ທ່ານ ຊີ ຈິ້ນຜິງ ແບບນຶ່ງ​ຕໍ່​ນຶ່ງ.

ສາຍ​ພົວພັນ​ລະຫວ່າງສະຫະລັດກັບຈີນ​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງຂຶ້ນຍ້ອນ ​ບັນຫາຫຼາຍດ້ານ
ລວມທັງ ການລະ​ເມີ​ດສິດທິ​ມະນຸດ​ຂອງ​ຈີນ ບັນຫາ​ຂັດ​ແຍ້​ງທາງ​ທະ​ເລ​ໃນ​ເອ​ເຊຍ ບັນຫາ​
ດ້ານ​ເສດຖະກິດ ​ແລະການ​ກ່າວ​ຫາຊຶ່ງກັນແລະກັນ ​ກ່ຽ​ວກັບ​ການ​ສອດ​ແນມ​ທາງ​ອິນ​ເຕີ​ແນັດ.

​ບັນດາເຈົ້າໜ້າ​ທີ່ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານໂອບາ​ມາ ຈະ​ໃຊ້​ການ​
ເຈລະຈາ ​ກັບ​ທ່ານ ຊີ ​ເພື່ອ​ສະແດງ​ຄວາມ​ກັງ​ວົນ​ ກ່ຽວ​ກັບ​ອັນ​ທີ່​ວໍ​ຊິງ​ຕັນກ່າວ​ວ່າ ​ການ​
ສອດ​ແນມທາງ​ອິນ​ເຕີ​ແນັດ ​ຕໍ່ລັດຖະບານ ​ແລະ ທຸລະກິດ ຕ່າງໆຂອງສະຫະລັດ ໂດຍ
ປັກກິ່ງນັ້ນ.

XS
SM
MD
LG