ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະປາກິສຖານ ຮຽກຮ້ອງຄືນໃໝ່ ໃຫ້ປ່ອຍເງິນສຳຮອງຂອງອັຟການິສຖານ


ໃນພາບນີ້ທີ່ເປີດເຜີຍໂດຍອົງການຂ່າວຊິນຫົວ ສະແດງໃຫ້ເຫັນ ປະທານປະເທດຈີນ ສີ ຈິ້ນຜິງ, ຂວາ, ແລະນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ໃຫ້ນັກຂ່າວຖ່າຍຮູບກ່ອນເຂົ້າກອງປະຊຸມສອງຝ່າຍ ຢູ່ທີ່ຫໍປະຊຸມຍິ່ງໃຫຍ່ຂອງປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 6 ກຸມພາ 2022.
ໃນພາບນີ້ທີ່ເປີດເຜີຍໂດຍອົງການຂ່າວຊິນຫົວ ສະແດງໃຫ້ເຫັນ ປະທານປະເທດຈີນ ສີ ຈິ້ນຜິງ, ຂວາ, ແລະນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ໃຫ້ນັກຂ່າວຖ່າຍຮູບກ່ອນເຂົ້າກອງປະຊຸມສອງຝ່າຍ ຢູ່ທີ່ຫໍປະຊຸມຍິ່ງໃຫຍ່ຂອງປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 6 ກຸມພາ 2022.

ປະທານປະເທດຈີນ ສີ ຈິ້ນຜິງ ໃນວັນອາທິດວານນີ້ ໄດ້ຈັດກອງປະຊຸມສອງຝ່າຍໃນຫຼາກຫຼາຍເລື້ອງກັບນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ຜູ້ທີ່ກຳລັງຢ້ຽມຢາມປະເທດ ເຊິ່ງພວກເພິ່ນໄດ້ເນັ້ນໜັກເຖິງຄວາມຮີບດ່ວນໃນການສະໜອງຄວາມຊ່ອຍເຫຼືອຂອງນາໆຊາດແກ່ອັຟການິສຖານ ເພື່ອຊ່ອຍປະເທດນີ້ໃຫ້ຫລີກເວັ້ນວິກິດການດ້ານມະນຸດສະທຳ ທີ່ກຳລັງເກີດຂຶ້ນຢູ່ນັ້ນ.

ກອງປະຊຸມດັ່ງກ່າວ ໄດ້ເປັນຂີດໝາຍຈຸດສູງສຸດຂອງການຢ້ຽມຢາມປັກກິ່ງ ໄລຍະສີ່ວັນ ບ່ອນທີ່ທ່ານຄານເປັນນຶ່ງໃນບັນດາຜູ້ນຳຈາກຕ່າງປະເທດ ທີ່ໄດ້ຖືກເຊື້ອເຊີນໃຫ້ມາເປັນສັກຂີພະຍານໃນພິທີເປີດເກມກິລາໂອລິມປິກລະດູໜາວ ໃນວັນສຸກຜ່ານມານີ້.

ຖະແຫລງການຮ່ວມກັນ ພາຍຫຼັງຈາກກອງປະຊຸມສອງຝ່າຍ ໄດ້ກ່າວວ່າ ຈີນ ແລະປາກິສຖານ “ຮຽກຮ້ອງຕໍ່ປະຊາຄົມນາໆຊາດໃຫ້ສືບຕໍ່ສະໜອງ ແລະເສີມຂະຫຍາຍການຊ່ອຍເຫຼືອ ແລະສະໜັບສະໜຸນອັຟການິສຖານ ຮວມເຖິງການປ່ອຍຊັບສິນທາງການເງິນຂອງອັຟການິສຖານ.”

ຖະແຫລງການນີ້ ໄດ້ກ່າວອີກ ໂດຍອ້າງເຖິງໂຄງການລົງທຶນຫຼາຍພັນລ້ານໂດລາ ທີ່ຮູ້ຈັກກັນຄື ແລວເສດຖະກິດ ຈີນ-ປາກິສຖານ ຫຼື CPEC ນັ້ນ ວ່າ “ທັງສອງຝ່າຍພ້ອມແລ້ວທີ່ຈະປຶກສາຫາລືກັບອັຟການິສຖານເພື່ອແຜ່ຂະຫຍາຍໂຄງການ CPEC ໃຫ້ແກ່ອັຟການິສຖານ.”


ໂຄງການ CPEC ໄດ້ຮັບການຍົກຍ້ອງວ່າ ເປັນໂຄງການລິເລີ້ມນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI ລະດັບໂລກຂອງປັກກິ່ງ ຊຶ່ງໄດ້ກໍ່ສ້າງເສັ້ນທາງ ໂຮງງານໄຟຟ້າ ແລະໂຄງການພື້ນຖານໂຄງລ່າງອື່ນໆ ໃນປາກິສຖານດ້ວຍການລົງທຶນຂອງຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG