ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນເວົ້າວ່າ ບໍ່ມີແຜນ ທາງທະຫານ “ເຊື່ອງຊ້ອນ​ແອບ​ແຝງ” ຢູ່ນໍາ ໂຄງການ​ລະບຽງ ​ເສດຖະກິດ ທີ່ຮ່ວມມື ​ກັບ​ປາ​ກິ​ສຖານ ແຕ່ຢ່າງໃດ


ທ່ານຄາວະຈາ ມູຮໍາມັດ ອາຊີບ (Khawaja Muhammad Asif) ລັດຖະມົນຕີກະຊວງການຕ່າງປະເທດປາກິສຖານ (ຊ້າຍ) ແລະທ່ານວາງ ຢີ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດຈີນຈັບມືກັນຢູ່ກອງປະຊຸມຖະແຫລງຂ່າວ ຢູ່ເຮືອນພັກຂອງລັດຖະບານຈີນ ດຽວຢູໄຕ ( Diaoyutai) ໃນນະຄອນປັກກິງ ໃນເດືອນກັນຍາ 2017
ທ່ານຄາວະຈາ ມູຮໍາມັດ ອາຊີບ (Khawaja Muhammad Asif) ລັດຖະມົນຕີກະຊວງການຕ່າງປະເທດປາກິສຖານ (ຊ້າຍ) ແລະທ່ານວາງ ຢີ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດຈີນຈັບມືກັນຢູ່ກອງປະຊຸມຖະແຫລງຂ່າວ ຢູ່ເຮືອນພັກຂອງລັດຖະບານຈີນ ດຽວຢູໄຕ ( Diaoyutai) ໃນນະຄອນປັກກິງ ໃນເດືອນກັນຍາ 2017

ຈີນ​ປະຕິເສດຢ່າງ​ແຮງ​ຕໍ່​ບັນດາ​ຄໍາສະເໜີທີ່ເວົ້າວ່າ ​ລະບຽງ​ເສດຖະກິດທີ່ ມີມູນຄ່າຫຼາຍ​
ພັນ​ລ້ານ​ໂດ​ລາ​ທີ່​ປັດຈຸບັນແມ່ນ​ຢູ່​ພາຍ​ໃຕ້​ການ​ກໍ່ສ້າງຮ່ວມ​ກັບ​ປາ​ກິ​ສຖານ​ໄດ້ມີການ
ອອກແບບທາງທະຫານ “ເຊື່ອງຊ້ອນ​ແອບ​ແຝງ” ຢູ່ນໍາ.

​ປັກ​ກິ່ງ​ໄດ້ສັນຍາ​ວ່າ​ຈະ​ລົງທຶນ 63 ພັນ​ລ້ານ​ໂດ​ລາ​ ຢູ່ໃນ​ປາ​ກິ​ສຖານ​ໃນ​ປີ 2030 ​ເພື່ອ​ພັດ
ທະນາ​ບັນດາທ່າເຮືອ​ຕ່າງໆ, ທາງ​ດ່ວນ, ຖະໜົນຫົນທາງ, ທາງ​ລົດ​ໄຟ, ສະໜາມ​ບິນ, ​ໂຮງ​ຜະລິດໄຟຟ້າ ​ແລະ​ພື້ນຖານໂຄງ​ຮ່າງອື່ນໆ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ ທີ່​ເປັນ​ພັນທະ​ມິດ​ທີ່ເຂັ້ມ​ແຂງຕໍ່ກັນແຕ່ໃດມານັ້ນ.

ຈີນ​ຍັງ​ໄດ້​ຂະຫຍາຍ ​ແລະເຮັດ​ໃຫ້​ທ່າ​ເຮືອ​ນໍ້າ​ເລິກກະວາດາ​ຂອງປາ​ກິ​ສຖານ​ຢູ່​ທະ​ເລ​ອາ
ຣາ​ເບຍນັ້ນສາມາດປະຕິບັດ​ງານ​ໄດ້ ຊຶ່ງ​ເປັນໝາກ​ຫົວ​ໃຈ​ຂອງ​ການຮ່ວມ​ມື​ແບບສອງ
ຝ່າຍ ຢ່າງ​ໃຫຍ່​ຫຼວງ​ຂອງສອງ​ປະ​ເທດ​ ທີ່​ເປັນ​ທີ່​ຮູ້​ກັນ​ດີ​ວ່າ ​ເຂດລະບຽງ​ເສດຖະກິດ​ຈີນ​ ​ແລະປາ​ກິ​ສຖານ ຫຼື CPEC. ທ່າ​ເຮືອທີ່​ມີ​ທີ່​ຕັ້ງທາງຍຸດ​ທະ​ສາດດັ່ງກ່າວປັດຈຸບັນ​ນີ້​ກຳ
ລັງຖືກ​ບໍລິຫານ​ໂດຍ​ບໍ​ລິ​ສັດ​ລັດວິ​ສາ​ຫະກິດ​ຂອງ​ຈີນ.

ຈີນ​ໄດ້ເອົາໂຄງການ CPEC ໃຫ້​ເປັນ​ໂຄງການທີ່​ເດັ່ນ​ຂອງ​ຕົນຢູ່​ໃນ​ໂຄງການ​ລິ​ເລີ້ມນຶ່ງ​
ແລວທາງ​-ນຶ່ງ​ເສັ້ນທາງທີ່​ຕໍ່​ໃສ່​ທົ່ວ​ໂລກ ຫຼື BRI ທີ່​ມີ​ມູນ​ຄ່າ 1 ພັນ​ຕື້​ໂດ​ລາ ​ແລະເປັນ
ການ​ອອກ​ຫົວຄິດ​ຂອງ​ປະທານ​ປະ​ເທດ ​ສີ ຈິນ-ຜິ​ງຂອງ​ຈີນ​ນັ້ນ.

ທ່ານ​ຢາ​ວ ຈິງ ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ນະຄອນ​ອິສລາມາ​ບັດ​ໄດ້​ກ່າວ​ຢູ່ໃນການ​ສຳພາດ​ພິ​ເສດ​ກັບ​ວີ​ໂອ​ເອວ່າ ຂ້າພະ​ເຈົ້າ​ຢາກ​ເວົ້າ​ໃຫ້​ຄົນຮູ້​ຢ່າງ​ຈະແຈ້ງ​ທີ່ສຸດວ່າ ​ໂຄງ
ການ​ລິ​ເລີ້ມນຶ່ງ​ແລວທາງ​-ນຶ່ງ​ເສັ້ນທາງທີ່​ຕໍ່​ໃສ່​ທົ່ວ​ໂລກ ຫລື BRI ​ທີ່​ມີ​ໂຄງການ CPEC
ຢູ່​ໃນ​ນັ້ນ ​ເປັນໂຄງ​ການ​ພັດທະນາ​ການ​ຄ້າຢ່າງ​ແທ້​ຈິງ. ພວກ​ເຮົາ​ບໍ່ໄດ້​ມີ​ການ​ອອກ​ແບບ​ແຜນການ​ທາງ​ທະຫານ ຫຼືຍຸດ​ທະ​ສາດ​ໃດໆ ຢູ່​ໃນ​ນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG