ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຖືກປົດອອກຈາກຕໍາແໜ່ງ ລຸນຫຼັງຂາດການປະຕິບັດໜ້າທີ່ມາສອງເດືອນ

ແຟ້ມຮູບ-ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານລີ ຊາງຝູ (Li Shangfu) ສະແດງການຄໍານັບ ໃນລະຫວ່າງທີ່ທ່ານເດີນທາງມາຮອດ ເພື່ອກ່າວຄໍາປາໄສໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 15 ສິງຫາ 2023.
ແຟ້ມຮູບ-ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານລີ ຊາງຝູ (Li Shangfu) ສະແດງການຄໍານັບ ໃນລະຫວ່າງທີ່ທ່ານເດີນທາງມາຮອດ ເພື່ອກ່າວຄໍາປາໄສໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 15 ສິງຫາ 2023.

ຈີນ ໄດ້​ຂັບ​ໄລ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ຕຳ​ແໜ່ງ, ເຊິ່ງ​ແມ່ນ​ການ​ຂັບ​ໄລ່ລະ​ດັບ​ສູງ​ອັນ​ດັບ​ສອງ​ ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໃນ​ບໍ່​ເທົ່າ​ໃດ​ເດືອນ. ເຂົາ​ເຈົ້າບໍ່​ໄດ້​ໃຫ້​ຄຳ​ອະ​ທິ​ບາຍສຳ​ລັບ​ການ​ປົດ​ຕຳ​ແໜ່ງ​ຂອງ​ທ່ານ ຫຼີ ຊາງ​ຟູ, ແລະ ປັກ​ກິ່ງ ຍັງ​ບໍ່​ໄດ້​ແຕ່ງ​ຕັ້ງ​ຄົນ​ທີ່​ຈະ​ມາ​ແທນ​ທີ່​ຕຳ​ແໜ່ງ​ຂອງ​ທ່ານ​ເທື່ອ.

ການ​ປົດ​ທ່ານ ຫຼີ ອາ​ຍຸ 65 ປີ​, ຜູ້​ທີ່​ເປັນ​ເປົ້າ​ໝາຍ​ຂອງ​ມາດ​ຕະ​ການ​ລົງ​ໂທດ​ໂດຍ ສະ​ຫະ​ລັດ, ໄດ້​ມີ​ຂຶ້ນ 7 ເດືອນຫຼັງ​ຈາກ​ທ່ານ​ຖືກ​ແຕ່ງ​ຕັ້ງ ແລະ ອາດ​ຊ່ວຍ ວໍ​ຊິງ​ຕັນ ແລະ ປັກ​ກິ່ງ ສືບ​ຕໍ່​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ລະ​ຫວ່າງ​ ກອງ​ທັບຕໍ່​ກອງ​ທັບ.

ແຟ້ມຮູບ-ຫຼັງຈາກນັ້ນ ລັດຖະມົນຕີການຕ່າງປະເທດຂອງຈີນ ທີ່ຖືກເລືອກໃໝ່ ທ່ານຊິນ ກາງ ໄດ້ເຂົ້າສາບານຕົນຢູ່ທີ່ຫໍປະຊຸມແຫ່ງຊາດໃນນະຄອນຫຼວງປັກກິ່ງ, ວັນທີ 12 ມີນາ 2023. ໃນວັນທີ 25 ກໍລະກົດ, ຈີນ ໄດ້ຖອດ ທ່ານ ຊິນ ອອກຈາກຕໍາແໜ່ງ.

ອີງ​ຕາມ​ສື່ມວ​ນ​ຊົນ​ລັດ​ຖະ​ບານ​ຂອງ​ຈີນ, ທ່ານ ຫຼີ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ຢູ່ກອງ​ປະ​ຊຸມ​ຂອງ​ບັນ​ດາ​ສະ​ມາ​ຊິກສະ​ພາ​ນິ​ຕິ​ບັນ​ຍັດ​ລະ​ດັບ​ສູງ​ຂອງ​ຈີນ, ເຊິ່ງ​ແມ່ນ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ. ນອກ​ຈາກ​ທ່ານ ຫຼີ ແລ້ວ, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ຈິນ ກາງ ກໍ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງທີ່​ປຶກ​ສາ​ລັດ​ຖະ​ບານ​ທີ່​ຍັງ​ເຫຼືອ​ຢູ່​ຕຳ​ແໜ່ງ​ດຽວຂອງ​ທ່ານ​ເຊັ່ນ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG