ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຍິນດີນໍາການຕາຍ ຂອງນາຍບິນລາເດັນ.


جنوبی افریقہ میں سفید فام آبادی کی مشکلات
جنوبی افریقہ میں سفید فام آبادی کی مشکلات


















ຈີນ​ໄດ້​ຮ່ວມ​ກັບປະ​ເທດ​ອື່ນໆຫລາຍໆ​ປະ​ເທດສະ​ແດງ​ຄວາມ​ຍິນ​ດີນໍາ​ການ​ເສຍ​ຊີວິດຂອງ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ວ່າ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ບວກ​ອັນ​ນຶ່ງ.

ຜ່ານ​ມາ ກຸງ​ປັກ​ກິ​ງໄດ້​ກ່າວຕໍາ​ໜິຕິຕຽນ​ເລື້ອຍໆ​ຕໍ່​ການລິ​ເລີ້ມ​ຕ່າງໆ​ໃນ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ໂດຍ​ສະ​ເພາະ​ໃນ​ເອ​ເຊຍ​ນັ້ນ. ​ແຕ່​ທ່ານ​ນາງ Jiang Yu ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະເທດ​ຈີນ​ ​ໄດ້ກ່າວ​ເນ້ນ​ຢູ່ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ຈີນ​ກໍ​ເປັນ​ປະ​ເທດ​ນຶ່ງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ກໍ່​ການ​ຮ້າຍ​ນັ້ນເຊ່ນ​ກັນ​.

ທ່ານ​ນາງ Jiang ກ່າວ​ວ່າ ຈີນ​ເຊື່ອ​ວ່າ​ຄໍາ​ປະກາດ​ການ​ເສຍ​ຊີວິດຂອງ​ ນາຍ​ບິນ​ລາ​ເດັນ​ນີ້ ​ເປັນ​ເຫດການ​ສໍາຄັນ​ແລະ​ເປັນ​ການ​ເຄື່ອນໄຫວໃນ​ທາງ​ບວກ​ອັນ​ນຶ່ງ​ໃນ​ການ​ຕໍ່ສູ້​ຂອງ​ສາກົນ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍນັ້ນ.

ທ່ານ​ນາງ Jiang ກ່າວ​ຕື່ມ​ວ່າ ພວກ​ປະ​ເທດ​ຕ່າງໆ​ຄວນ​ຈະ​ດໍາ​ເນີນ​ງານ​ຮ່ວມ​ກັນ​ເພື່ອ​ຕໍ່ສູ້​ກັບ
ພວກ​ກໍ່​ການ​ຮ້າຍ​ໃນ​ຂະນະ​ດຽວ​ກັນ​ກໍ​ພະຍາຍາມ​ຫາ​ທາງ​ຖອນ​ຮາກ​ພວກ​ສາ​ເຫດຕົ້ນຕໍ​ຕ່າງໆ
ທີ່​ຫລໍ່ລ້ຽງ​ລັດທິ​ກໍ່​ການ​ຮ້າຍ​ນັ້ນ.

XS
SM
MD
LG