ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຄ້າອະໄວຍະວະມະນຸດ ຢູ່ຈີນ ອາດໄດ້ຮັບໂທດ ເຖິງປະຫານຊີວິດ


ແຜນທີ່ຈີນ
ແຜນທີ່ຈີນ

ຮ່າງກົດໝາຍສະບັບນຶ່ງ ທີ່ພວມໄດ້ຮັບການພິຈາລະນາໂດຍພວກກຳນົດນະໂຍບາຍຂອງ
ຈີນເວົ້າວ່າ ຜູ້ໃດກໍຕາມທີ່ຖືກຈັບໄດ້ວ່າຄ້າອະໄວຍະໄວມະນຸດອາດສາມາດໄດ້ຮັບໂທດໜັກ
ເຖິງຂັ້ນປະຫານຊີວິດ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຮ່າງກົດໝາຍທີ່ໄດ້ມີການນຳສະເໜີ
ສະບັບນີ້ ຈະເຮັດໃຫ້ການບີບບັງຄັບເອົາຫຼືການໃຫ້ບໍລິຈາກ ຫຼືຜ່າຕັດເອົາອະໄວຍະວະ
ຈາກພວກໜຸ່ມນ້ອຍ ມີໂທດສະຖານໜັກທໍ່ກັນກັບການຂ້າຄົນຕາຍ ໂດຍຈະໄດ້ຮັບໂທດ
ຈຳຄຸກ 10 ປີ ຈຳຄຸກຕະຫຼອດຊີວິດ ຫຼືປະຫານຊີວິດກໍເປັນໄດ້.

ອົງການຂ່າວຊິນຫົວເວົ້າວ່າ ພາຍໃຕ້ກົດໝາຍໃນປັດຈຸບັນນີ້ ຜູ້ໃດກໍຕາມທີ່ຖືກພົບເຫັນວ່າ
ມີຄວາມຜິດ​ໃນ​ຖານຜ່າຕັດເອົາ ອະໄວຍະວະມະນຸດ ມີແຕ່ຖືກຟ້ອງ ໃນຂໍ້​ຫາເຮັດທຸລະກິດ
ແບບຜິດກົດໝາຍທໍ່ນັ້ນ.

ນັກຄົ້ນຄວ້າຄົນນຶ່ງຂອງຈີນກ່າວວ່າ ກົດໝາຍໃໝ່ ແມ່ນມີຄວາມຈຳເປັນເພື່ອສະກັດກັ້ນ
ຕະຫຼາດມືດທີ່ເຕີບໃຫຍ່ຂະຫຍາຍໂຕຂຶ້ນ​ນັບ​ມື້ ສໍາລັບການຄ້າອະໄວຍະວະມະນຸດທັງຢູ່
ໃນຈີນ ແລະຕ່າງປະເທດ.

ຮ່າງກົດໝາຍທີ່ວ່ານີ້ ໄດ້ຖືກນຳສະເໜີໃນມື້ວັນພຸດວານນີ້ ໃນລະຫວ່າງກອງປະຊຸມຂອງ
ຄະນະກຳມະການຖາວອນປະຈຳສະພາປະຊາຊົນແຫ່ງຊາດຂອງຈີນ. ຮ່າງກົດໝາຍສະ
ບັບນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ພຶດສະພາຈະມາ ຖ້າຫາກໄດ້ຮັບການອະນຸມັດຈາກ
ຄະນະກຳມະການດັ່ງກ່າວ.

XS
SM
MD
LG