ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຈີນ ຈະລຶບລ້າງ ການນຳໃຊ້ ອະໄວຍະວະ ພວກນັກໂທດປະຫານ


ແຜນທີ່ຈີນ
ແຜນທີ່ຈີນ

ຈີນ​ກ່າວ​ວ່າ ຕົນ​ຈະ​ລຶບລ້າງ​ການ​ກະທຳ ​ທີ່​ເປັນບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງກ່ຽວ​ກັບການ​ນຳ​ເອົາ
ອະ​ໄວ​ຍະ​ວະ​ຂອງ​ພວກ​ນັກ​ໂທດ​ທີ່​ຖືກປະຫານ​ໄປ​ໃຊ້ພາຍ​ໃນ​ກຳນົດ 3 ຫາ 5 ປີ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ​ໄດ້​ອ້າງ​ຄຳ​ເວົ້າຂອງ​ຮອງ​ລັດຖະມົນຕີກະຊວງ​ສາທາ
ລະນະ​ສຸກ​ຈີນທ່ານ Huang Jiefu ທີ່​ກ່າວ​ວ່າ ການ​ກະທຳ​ທີ່ດຳ​ເນີນ​ມາ​ໄດ້​ຫຼາຍທົດ​ສະ​ວັດ
ດັ່ງກ່າວ ​ຖືກ​ທົດ​ແທນ​ໂດຍ​ລະບົບ​ບໍລິຈາກ​ອະ​ໄວ​ຍະ​ວະ​ແຫ່ງ​ຊາດ​ເພື່ອ​ຫຼຸດຜ່ອນ​ການ​ກາງ​ຕໍ່​
ນຳ​ອະ​ໄວ​ຍະ​ວະ​ຂອງ​ພວກ​ນັກ​ໂທດ. ທ່ານ Huang ​ເວົ້າວ່າ ນະ​ໂຍບາຍ​ໃໝ່​ນີ້ ແມ່ນ​ເປັນ​
ການສະ​ແດງ​ໃຫ້ເຫັນ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ລັດຖະບານຈີນ.

ໃນ​ໄລ​ຍະ​ສອງ​ສາມ​ປີຜ່ານມາ​ນີ້ ຈີນ​ໄດ້​ຖືກ​ຕຳ​ໜິຕິຕຽນຈາກ​ຕ່າງປະ​ເທດ​ຍ້ອນການປະຕິບັດ​
ກ່ຽວ​ກັບ​ເກັບ​ກຳ​ເອົາອະ​ໄວ​ຍະ​ວະ​ຂອງ​ພວກ​ນັກ​ໂທດ ຮວມທັງ ມີການ​ກ່າວ​ຫາ​ທີ່​ສຳຄັນວ່າ
ຄວາມ​ຮຽກຮ້ອງ​ຕ້ອງການ​ອະ​ໄວ​ຍະ​ວະ​ທັງ​ຢູ່​ພາຍໃນ​ແລະ​ຕ່າງປະ​ເທດ ມີ​ສ່ວນ​ໃນ​ການ​ເຮັດ​
ໃຫ້​ມີ​ອອກ​ຄຳ​ພິພາກສາ​ຕັດສິນ​ໂທດປະຫານ​ຊີວິດ​ໃນ​ອັດຕາ​ສູງຂຶ້ນໂດຍສານ​ຂອງ​ຈີນ.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ ໃຫ້ການໃນ​ປີ 2006 ຕໍ່​ອະນຸ​ກຳມະການຂອງ​ສະພາ​
ຕໍ່າ​ສະຫະລັດ​ວ່າຈີນ​ໄດ້​ເກັບ​ກຳ​ເອົາ​ອະໄວ​ຍະ​ວະຂອງ​ພວກ​ນັກ​ໂທດສາສະໜາ​ທີ່​ຖືກ​ປະຫານ
ຊີວິດ​ໄປ​ຂາຍ​ໃຫ້​ແກ່​ພວກ​ຄົນ​ເຈັບ​ທີ່​ຮັ່ງມີຊາວ​ຕ່າງປະເທດ. ຫ້າ​ປີ​ກ່ອນ​ໜ້ານັ້ນທ່ານ Wang
Guoqi ນາຍໝໍ​ຂອງ​ຈີນ​ກ່າວ​ຕໍ່​ສະມາຊິກ​ລັດຖະສະພາ​ສະຫະລັດ​ວ່າ ທ່ານ​ໄດ້​ນຳ​ເອົາ​ຜິວໜັງ​
ຂອງ​ພວກ​ນັກ​ໂທດ​ທີ່​ຖືກປະຫານ​ຫຼາຍກວ່າ 100 ຄົນຊຶ່ງ​ບາງ​ຄົນ​ຍັງ​ບໍ່​ທັນ​ເສຍ​ຊີວິດ​ເທື່ອ​ນັ້ນ
ໄປ​ໃຊ້​ສຳຫຼັບພວກ​ທີ່​ຕ້ອງການ.

ປັກ​ກິ່ງ ໄດ້​ປະຕິ​ເສດ​ມາ​ໂດຍ​ຕະຫຼອດ ກ່ຽວ​ກັບ​ການ​ກະທຳ​ໃນ​ທຳນອງ​ນີ້ ​ແລະ​ໄດ້ກ່າວ​ຫາ​
ທ່ານໝໍ​ທີ່​ໄປ​ໃຫ້ການ​ຕໍ່​ສະພາ​ສະຫະລັດ​ໃນ​ປີ 2001 ນັ້ນວ່າຂີ້​ຕົວະ​ກ່ຽວກັບ​ວຽກ​ງານ​ເກັບ​
ກຳ​ເອົາ​ອະ​ໄວ​ຍະ​ວະຂອງ​ທ່ານ​ເພື່ອ​ຈະ​ໄດ້​ຮັບ​ການລີ້​ໄພ​ການ​ເມືອງໃນ​ສະຫະລັດ.

XS
SM
MD
LG