ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ອອກຄຳສັ່ງ ໃຫ້ປິດເມືອງເບສີ ທາງພາກຕາເວັນຕົກສຽງໃຕ້ ຂອງ​ປະ​ເທດ ຢ່າງເຄັ່ງຄັດ


ຊາວບ້ານກຳລັງເບິ່ງຜູ້ຊາຍຄົນນຶ່ງກວດຫາໄວຣັສໂຄໂຣນາ ຢູ່ເຂດເມືອງ Xicheng ໃນນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 27, 2022.
ຊາວບ້ານກຳລັງເບິ່ງຜູ້ຊາຍຄົນນຶ່ງກວດຫາໄວຣັສໂຄໂຣນາ ຢູ່ເຂດເມືອງ Xicheng ໃນນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 27, 2022.

ຈີນ ໄດ້ອອກຄຳສັ່ງໃຫ້ປິດເມືອງເບສີ (Baise) ຢູ່ທາງພາກຕາເວັນຕົກສຽງໃຕ້ປະ​ເທດ ຫຼັງຈາກໄດ້ພົບເຫັນຫຼາຍກວ່າ 70 ກໍລະນີ ໃນໄລ​ຍະສາມມື້ທີ່ຜ່ານມາ

ພວກເຈົ້າໜ້າທີ່ ໄດ້ສັ່ງໃຫ້ປະ​ຊາ​ຊົນທີ່ຢູ່ໃນເມືອງໃກ້ກັບຊາຍແດນຫວຽດນາມດັ່ງ​ກ່າວ ໃຫ້ພາກັນຢູ່ບ້ານເຮືອນໃນວັນຈັນວານນີ້ ອະ​ນຸ​ຍາດ​ໃຫ້ອອກ​ຈາກບ້ານເຮືອນ​ແຕ່ໄປຊື້ສິ່ງຂອງທີ່ຈຳເປັນໄດ້ ຫຼື​ໄປໂຄວິດ-19. ພວກເຈົ້າໜ້າທີ່ທ້ອງຖິ່ນໄດ້ຊັກຊວນໃຫ້ປະ​ຊາ​ຊົນໃຊ້ການບໍລິການນຳສົ່ງ ແທນທີ່​ຈະເດີນທາງໄປຮ້ານຄ້າໃນເວລາ​ໃດທີ່ເປັນໄປໄດ້. ​ເມືອງເບສີ ມີປະຊາຊົນຢູ່ປະມານ 3 ລ້ານ 6 ແສນຄົນ.

ການປິດເມືອງມີຂຶ້ນໃນຂະນະທີ່ຈີນ ເປັນເຈົ້າພາບ​ ຈັດ​ການ​ແຂ່ງ​ຂັນກິລາໂອລິມປິກລະດູໜາວປີ 2022 ໃນນະ ຄອນຫຼວງປັກກິ່ງ ທີ່ຢູ່ພາຍໃຕ້​ການ​ຄວບ​ຄຸມ​ຢ່າງເຄັ່ງ​ຄັດ ເພື່ອປ້ອງກັນການແຜ່​ລະ​ບາດຂອງໄວຣັສໂຄໂຣນາ ທີ່ພາ​ໃຫ້​ເປັນໂຄວິດ-19 ນັ້ນ.

ນັກຫຼິ້ນກິລາແລ່ນ​ສະ​ເກັດນໍ້າກ້ອນອາເມຣິກັນທ້າວວິນສັນ ຊູ (Vincent Zhou) ໄດ້ກ່າວໃນວັນຈັນວານນີ້ວ່າ ລາວໄດ້ຖອນອອກຈາກການແຂ່ງຂັນຫຼັງຈາກກວດ ພົບຕິດເຊື້ອໂຄວິດ-19. ທ້າວຊູໄດ້​ແຈ້ງ​ຂ່າວ​ດັ່ງ​ກ່າວ ໂດຍວີດີໂອ ​ທີ່​ອອກ​ໃນ ອິນ​ສຕາແກຣມ ດ້ວຍນໍ້າຕາ.

ໃນຂະນະດຽວກັນ ອອສເຕຣເລຍໄດ້ກ່າວໃນວັນຈັນວານນີ້ວ່າ ຕົນໄດ້ເປີດຊາຍແດນ ແລະພ້ອມແລ້ວທີ່ຈະຕ້ອນຮັບບັນດາຜູ້ເດີນທາງທີ່ໄດ້ສັກຢາວັກຊີນມາຈາກທົ່ວໂລກ ເລີ້ມແຕ່ວັນທີ 21 ກຸມພານີ້​ເປັນ​ຕົ້ນ​ໄປ.

ນາຍົກລັດຖະມົນຕີສະກັອດ ມໍຣຣິສັນ (Scott Morrison) ກ່າວວ່າ “ຖ້າຫາກ ທ່ານໄດ້ສັກຢາວັກຊີນສອງເທື່ອ ພວກເຮົາ​ຍິນ​ດີທີ່ຈະຕ້ອນຮັບທ່ານກັບຄືນມາ ອອສເຕຣເລຍ.” ນະໂຍບາຍການປິດປະເທດໄດ້ເຮັດໃຫ້ອຸດສາຫະ ກຳທ່ອງທ່ຽວຂອງປະເທດຕົກ​ຢູ່​ໃນ​ຖາ​ນະລຳບາກ.

ຢູ່​ທີ່​ນະ​ຄອນອົດຕາວາ (Ottawa) ນະຄອນຫຼວງການາດາ ໃນວັນຈັນວານນີ້ ຕຳຫຼວດໄດ້ຍຶດນໍ້າມັນຫຼາຍພັນລິດ ອັນເປັນພາກສ່ວນ​ນຶ່ງ​ໃນການທັບມ້າງເພື່ອ​ໃຫ້​ຢຸດ​ເຊົາ​ການປະທ້ວງ ໂດຍພວກຂັບລົດບັນທຸກທີ່ຄັດຄ້ານຕໍ່ຂໍ້ຈຳກັດໂຄວິດ-19. ເຈົ້າຄອງນະຄອນ ທ່ານຈິມ ວັດສັນ (Jim Watson) ໄດ້ປະກາດພາວະສຸກເສີນຢູ່​ທີ່​ນະ​ຄອນ​ດັ່ງ​ກ່າວໃນວັນອາທິດທີ່ຜ່ານມາ ຫຼັງຈາກ​ການ​ເດີນ​ຂະ​ບວນປະທ້ວງກ້າວ​ເຂົ້າ​ສູ່ອາທິດທີ​ສອງ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG