ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ສັ່ງຫ້າມ ສະມາຊິກ ສະພາຮົງກົງ ຍ້ອນການປະຕິຍານ ທີ່ຂັດແຍ້ງ


ທ່ານ Baggio Leung (ກາງ) ສະມາຊິກສະພາ ນິຍົມເອກກະລາດ ທີ່ໄດ້ຮັບເລືອກ ແລະທ່ານ Yau Wai-ching (ຂວາ) ຮ່ວມກັນປະທ້ວງ ຕໍ່ຕ້ານໃນອັນທີ່ເຂົາເຈົ້າຮ້ອງວ່າ ການແຊກແຊງ ຈາກປັກກິ່ງ.
ທ່ານ Baggio Leung (ກາງ) ສະມາຊິກສະພາ ນິຍົມເອກກະລາດ ທີ່ໄດ້ຮັບເລືອກ ແລະທ່ານ Yau Wai-ching (ຂວາ) ຮ່ວມກັນປະທ້ວງ ຕໍ່ຕ້ານໃນອັນທີ່ເຂົາເຈົ້າຮ້ອງວ່າ ການແຊກແຊງ ຈາກປັກກິ່ງ.

ຈີນ​ໄດ້​ປະກາດ​ວ່າ ບັນດາ​ສະມາຊິກ​ສະພາ​ນິຕິ​ບັດ​ຢັດ ນິຍົມ​ເອກ​ກະລາດ ທີ່ໄດ້​ຖືກເລືອກ ແບບ​ປະຊາທິປະ​ໄຕໃນ Hong Kong ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ອະນຸ​ຍາດໃຫ້​ເຂົ້າ​ໄປ​ນັ່ງ ​ຢູ່​ໃນ​ສະພາ ​ໂດຍ​ຊັ່ງຊາ​ໃສ່​ການ​ໂຕ້​ແຍ້​ງ ກ່ຽວ​ກັບ​ວິທີ​ການ​ປະ​ຕິບັດ ​ໃນ​ການສາບານ​ ລະ ຫວ່າ​ງພິທີ​ສາບານ​ໂຕ​ເຂົ້າຮັບ​ໜ້າ​ທີ່​ໃນ​ເດືອນ​ແລ້ວ​ນີ້.

ທຸງຊາດຈີນ ແລະທຸງຮົງກົງ ປີວສະບັດຢູ່ນອກສະພາ ຮົງກົງ.
ທຸງຊາດຈີນ ແລະທຸງຮົງກົງ ປີວສະບັດຢູ່ນອກສະພາ ຮົງກົງ.

ນັກ​ການ​ເມືອງທັງ​ສອງ​ ​ທີ່​ນິຍົມ​ເອກ​ກະລາດ ທ່ານ Yau Wai-ching ​ແລະ​ທ່ານ Baggio Leung ປົກ​ຄຸມ​ເຂົາ​ເຈົ້າ ​ດ້ວຍ​ປ້າຍ​ທີ່​ປະກາດ​ວ່າ “Hong Kong ບໍ່​ແມ່ນ​ຈີນ” ​ແລະ​ໄດ້ສາ ບານ​ໂຕ​ທີ່​ຈະ​ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ “Hong Kong”.

ທ່ານ Li Fei ຮອງລັດຖະມົນຕີ ສະພາປະຊາຊົນແຫ່ງຊາດ ຖືປື້ມກົດໝາຍ ໃນຂະນະທີ່ກ່າວຕໍ່ກອງປະຊຸມນັກຂ່າວ.
ທ່ານ Li Fei ຮອງລັດຖະມົນຕີ ສະພາປະຊາຊົນແຫ່ງຊາດ ຖືປື້ມກົດໝາຍ ໃນຂະນະທີ່ກ່າວຕໍ່ກອງປະຊຸມນັກຂ່າວ.

ບໍ່​ໄດ້​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ມີ​ບັນດາ​ສະ​ມາ​ຊິກ​ສະພາ​ຈັກ​ຄົນ ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄຳ​ສັ່ງດັ່ງກ່າວ ​ແຕ່ປັກ​ກິ່ງ​ໄດ້​ລົງຄວາ​ມ​ເຫັນ​ວ່າ ສະມາຊິກ​ບາງ​ຄົນ​ບໍ່​ເໝາະ​ສົມ​ທີ່​ຈະ​ເຂົ້າຮັບ​ໜ້າ​ທີ່ ​ເພາະວ່າ​ວິທີທີ່ເຂົາ​ເຈົ້າ​ໃຫ້​ຄຳ​ສາບານ​ໂຕ ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ຢູ່​ແລ້ວ.

ຜູ້ປະທ້ວງຄົນນຶ່ງຖືຄັນຮົມສີເຫລືອງ ຢູ່ຕໍ່ໜ້າພວກເຈົ້າໜ໊າທີ່ຕຳຫລວດ.
ຜູ້ປະທ້ວງຄົນນຶ່ງຖືຄັນຮົມສີເຫລືອງ ຢູ່ຕໍ່ໜ້າພວກເຈົ້າໜ໊າທີ່ຕຳຫລວດ.

ນອກ​ນັ້ນມັນ​ຍັງ​ຈະພາ​ໃຫ້​ມີ​ການ​ແບ່ງ​ແຍກ​ເລິກ​ເຂົ້າ​ໄປ​ອີກ​ລະຫວ່າງ​ຊາວ Hong Kong ​ແລະ​ປັກ​ກິ່ງ ໂດຍ​ທີ່​ມີ​ການ​ເຕືອນວ່າ ການຕັດສິນ​ນີ້​ໄດ້​ສັ່ນຄອນ​ທຸກໆ​ພື້ນ ຖານ​ຂອງ​ການ​ເປັນ​ປະ​ເທດ​ດຽວມີສອງ​ລະບົບ ​ຊຶ່ງ​ເປັນແບບຢ່າງທີ່​ໄດ້​ຕັ້ງ​ຂຶ້ນ​ມາສຳລັບເມືອງທ່າ​ເຮືອຮົງ​ກົງ​ເວລາ​ອັງກິດໄດ້​ມອບອະດີດ​ອານ​ານິຄົມ​ແຫ່ງ​ນີ້ ຄືນໃຫ້​ແກ່​ການ​ປົກຄອງຄ​ອມມິ​ວນິສ ຈີນໃນ​ປີ 1997.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG