ລິ້ງ ສຳຫລັບເຂົ້າຫາ

logo-print

ຟີລິບປິນ ຈະເລືອກ ຈີນ ຫຼື ສະຫະລັດ? ໃນຂະນະທີ່ເຂົາເຈົ້າ ພະຍາຍາມໃຊ້ ນະໂຍບາຍ ການຕ່າງປະເທດທີ່ເປັນກາງ


ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ກ່າວຄຳປາໄສໃນລະຫວ່າງກອງປະຊຸມ, ແຂວງ ດາວາວ, ພາກໃຕ້ຂອງ ຟີລິບປິນ. 17 ສິງຫາ, 2020.

ຟີລິບປິນ, ພັນທະມິດເກົ່າຂອງ ສະຫະລັດ ແລະ ໄດ້ເປັນໝູ່ກັບ ຈີນ ເມື່ອບໍ່ດົນມານີ້, ໄດ້ໂດດຫາປະເທດມະຫາອຳນາດນຶ່ງ ຫາອີກມະຫາອຳນາດນຶ່ງ ໃນຄວາມພະຍາຍາມເປັນກາງໃນນະໂຍບາຍຕ່າງປະເທດ ທີ່ຈະເຮັດໃຫ້ທຸກປະເທດເອເຊຍຕາເວັນອອກສຽງໃຕ້ດັ່ງກ່າວ ໄດ້ຮັບຜົນປະໂຫຍດຈາກທັງສອງຝ່າຍ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ, ເຊິ່ງ ພຸດທະສອນ ຈະນຳລະລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ລັດຖະມົນຕີການຕ່າງປະເທດ ຟີລິບປິນ ທ່ານ ທີໂອໂດໂຣ ລັອກຊິນ ໄດ້ກ່າວຕໍ່ໂທລະພາບຂ່າວ ANC ທີ່ມີຫ້ອງການຕັ້ງຢູ່ປະເທດ ຟີລິບປິນ ໃນອາທິດທີ່ຜ່ານມາວ່າ “ພວກເຮົາຢາກໃຫ້ ສະຫະລັດ ມີໜ້າ” ຢູ່ໃນເອເຊຍ. ການໃຫ້ຄຳເຫັນດັ່ງກ່າວນັ້ນໄດ້ມີຂຶ້ນລຸນຫຼັງການກ່າວຕໍ່ຕ້ານ ອາເມຣິກັນ ມາຫຼາຍປີ ໂດຍປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ, ຜູ້ທີ່ໄດ້ສະແຫວງຫາມິດຕະພາບກັບ ຈີນ ນັບຕັ້ງແຕ່ທ່ານໄດ້ເຂົ້າກຳອຳນາດໃນປີ 2016.

ຄືປະເທດເອເຊຍທີ່ຕັ້ງຢູ່ໃກ້ຄຽງເຊັ່ນ ອິນໂດເນເຊຍ ແລະ ຫວຽດນາມ, ຟີລິບປິນ ທີ່ຕັ້ງຢູ່ໃນພື້ນທີ່ສຳຄັນທາງຍຸດທະສາດນັ້ນ ມີຈຸດປະສົງທີ່ຈະຮັກສາສາຍພົວພັນກັບທັງສອງມະຫາອຳນາດໂລກນັ້ນໃຫ້ເທົ່າທຽມກັນໃນທີ່ສຸດ, ອີງຕາມຄວາມເຊື່ອ ຂອງບັນດານັກວິເຄາະ. ບັນດາປະເທດເອເຊຍ ທີ່ມີທ່າທີເປັນກາງມັກຈະໄດ້ຮັບ ການຊ່ວຍເຫຼືອພັດທະນາ ແລະ ການລົງທຶນຈາກ ຈີນ ພ້ອມກັບການສະໜັບສະໜູນທາງທະຫານເພື່ອຍັບຢັ້ງ ຈີນ ຈາກ ສະຫະລັດ.

ສຳລັບເຫດຜົນດັ່ງກ່າວນັ້ນ, ບັນດາຜູ້ຊ່ຽວຊານເວົ້າວ່າບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ມະນີລາ ມັກສະແດງທັດສະນະຄະຕິ ທີ່ຜູ້ຢູ່ພາຍນອກພົບວ່າຂັດແຍ້ງກັນ.

ທ່ານ ເອດູອາໂດ ອາຣາຣາລ, ຮອງສາສະດາຈານທີ່ໂຮງຮຽນ ນະໂຍບາຍສາທາລະນະຂອງມະ ຫາວິທະຍາໄລແຫ່ງຊາດ ສິງກະໂປ ກ່າວວ່າ “ມັນແມ່ນບາງສິ່ງຄື, ເວລາເຈົ້າເວົ້າອັນໃດອັນນຶ່ງບໍ່ດີຕໍ່ ຈີນ ເຈົ້າຕ້ອງໄດ້ຊົດເຊີຍມັນ.”

ທ່ານກ່າວວ່າ “ຂ້າພະເຈົ້າຈະເວົ້າວ່າ, ມັນເປັນການສະແດງທີ່ກຳລັງດຳເນີນຢູ່, ສະນັ້ນຂ້າພະເຈົ້າຕ້ອງໄດ້ເອົາເນື້ອຫາໃຫຍ່ກວ່າໃນຄຳຖະແຫຼງ ກ່ຽວກັບ ເກມການຮັກສາຄວາມດຸ່ນດ່ຽງຂອງທ່ານ ລັອກຊິນ ນີ້.”

ປະເທດ ຟີລິບປິນ ທີ່ທຸກຍາກເຫັນ ປັກກິ່ງ ດັ່ງກັບແຫຼ່ງຊັບພະຍາກອນຂອງ ການຊ່ວຍເຫຼືອການລົງທຶນ ແລະ ການພັດທະນາ ເຖິງແມ່ນຈະມີການຂັດແຍ້ງກັນມາຫຼາຍທົດສະວັດ ກ່ຽວກັບ ອຳນາດອະທິປະໄຕໃນທະເລຈີນໃຕ້ກໍຕາມ. ທ່ານ ດູເຕີເຕ ແມ່ນບໍ່ເຫັນດ້ວຍກັບການມີໜ້າຂອງ ສະຫະລັດ ໃນປະເທດ.

ແນວໃດກໍຕາມ, ກອງທັບຂອງທ່ານ ດູເຕີເຕ ແລະ ປະຊາຊົນສ່ວນຫຼາຍຂອງ ຟີລິບປິນ ຢາກໃຫ້ປະ ເທດຮັກສາສາຍພົວພັນທີ່ໃກ້ຊິດກັບ ສະຫະລັດ ໄວ້, ໂດຍສະເພາະໃນຂະນະທີ່ ຈີນ ກຳລັງແຂງແກ່ນຂຶ້ນຢູ່ນອກຝັ່ງທະເລບໍ່ໄກຈາກເຂດນໍ້າທີ່ລັດຖະບານ ມະນີລາ ອ້າງເອົາກຳມະສິດ.

“ທ່ານ ດູເຕີເຕ ອາດຍັງໄດ້ຮັບຄວາມນິຍົມເປັນຢ່າງຍິ່ງຈາກຊາວ ຟີລິບປິນ, ແຕ່ບໍ່ແມ່ນ ປັກກິ່ງ ຢ່າງແນ່ນອນ.” ອີງຕາມການກ່າວຂອງທ່ານ ຈໍຊວາ ເຄີແລນຊິກ (Joshua Kurlantzick), ນັກວິຊາ ການອາວຸໂສທີ່ຮັບຜິດຊອບ ກ່ຽວກັບ ເອເຊຍຕາເວັນອອກສຽງໃຕ້ ຢູ່ສະພາການພົວພັນຕ່າງປະ ເທດ. ທ່ານ ໄດ້ກ່າວຕື່ມວ່າປະຊາຄົມປ້ອງກັນປະເທດ ຟີລິບປິນ ແມ່ນຍັງຄົງ “ມີຄວາມເປັນ ຫ່ວງຢ່າງຍິ່ງ.”

ສຳລັບ ວໍຊິງຕັນ, ຟີລິບປິນ ເປັນຕົວແທນຂອງພັນທະມີການເມືອງໃນຕ່ອງໂສ້ ໝູ່ເກາະປາຊີຟິກຕາເວັນຕົກ ທີ່ເຮັດວຽກຮ່ວມກັນຕາມຄວາມຕ້ອງການ ເພື່ອຢຸດການຂະຫຍາຍພື້ນທີ່ໃນທະເລຂອງ ຈີນ. ສະຫະລັດ ແລະ ຟີລິບປິນ ໄດ້ຢູ່ຮ່ວມກັນມາດ້ວຍສົນທິສັນຍາປ້ອງກັນປະເທດສອງຝ່າຍ ນັບຕັ້ງແຕ່ປີ 1951 ເປັນຕົ້ນມາ.

ຈີນ ຫວັງວ່າ ສາຍພົວພັນທີ່ແຂງແກ່ນກັບ ຟີລິບ ປິນ ຈະຫຼຸດຜ່ອນອິດທິພົນຂອງ ສະຫະລັດ ໃນຄວາມຂັດແຍ້ງທະເລຈີນໃຕ້, ບ່ອນທີ່ກອງທັບປົດປ່ອຍປະຊາຊົນ ຈີນ ມີຄວາມໄດ້ປຽບກວ່າບັນດາປະເທດທີ່ຢູ່ໃກ້ຄຽງ. ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ເຕືອນ ປັກກິ່ງ ຢ່າງສະໝໍ່າສະເໝີໃຫ້ອອກຈາກທະເລຈີນໃຕ້ ທີ່ເປີດໃຫ້ສາກົນໃຊ້. ວໍຊິງຕັນ ບໍ່ໄດ້ອ້າງເອົາທະເລດັ່ງກ່າວ ແຕ່ຈະສົ່ງກຳປັ່ນ ໄປເປັນແຕ່ລະໄລຍະ ເພື່ອສະແດງໃຫ້ເຫັນວ່າ ເສັ້ນທາງທະເລນັ້ນຍັງເປີດຢູ່.

ໃນປີ 2016, ຈີນ ໄດ້ສັນຍາໃຫ້ເງິນຊ່ວຍເຫຼືອ ແລະ ລົງທຶນແກ່ ຟີລິບປິນ 24​ ຕື້ໂດລາ.

ນະໂຍບາຍການຕ່າງປະເທດເປັນກາງໃນ ຟີລິບປິນ ຈະມີອອກມາທັງຮ້ອນ ແລະ ເຢັນ ທີ່ແນເປົ້າໃສ່ສອງມະຫາອຳນາດນັ້ນ, ອີງຕາມການກ່າວຂອງບັນດານັກວິຊາ ການ.

ທ່ານ ດູເຕີເຕ ໄດ້ກ່າວໃນຕົ້ນເດືອນສິງຫາວ່າ, ຕົວຢ່າງ, ທ່ານຈະຫຼີກລ່ຽງການເຂົ້າຮ່ວມການຊ້ອມຮົບກັບ ສະຫະລັດ ໃນທະເລທທີ່ລັດຖະບານຂອງທ່ານຂັດ ແຍ້ງກັບ ຈີນ. ແຕ່ແນວໃດກໍຕາມ ໃນເດືອນກໍລະກົດ ແລະ ສິງຫາທີ່ຜ່ານມາ, ກອງທັບເຮືອ ຟີລິບປິນ ກໍໄດ້ເຂົ້າຮ່ວມໃນການຊ້ອມຮົບຮ່ວມຂອງຫຼາຍປະເທດ ຊື່ວ່າ Rim of The Pacifim ຊຶ່ງແປວ່າຂອບມະຫາສະໝຸດປາຊີຟິກ ທີ່ ລັດຖະບານ ສະຫະລັດ ຈັດທຸກໆສອງປີ.

ທ່ານ ດູເຕີເຕ ໄດ້ແຈ້ງໃຫ້ ວໍຊິງຕັນ ຊາບ ໃນເດືອນກຸມພາຕົ້ນປີນີ້ ກ່ຽວກັບ ຈຸດປະສົງຂອງທ່ານທີ່ຈະຍຸຕິຂໍ້ຕົກລົງກອງກຳລັງປະຈຳການຊົ່ວຄາວກັບ ສະຫະລັດ, ເຊິ່ງແມ່ນຂໍ້ຕົກລົງທີ່ອະນຸຍາດໃຫ້ກອງທະຫານ ສະຫະລັດ ເຄື່ອນຍ້າຍເຂົ້າ ແລະ ອອກ ຟີລິບປິນ ຢ່າງສະບາຍ. ມະນີລາ ໄດ້ຢຸດແຜນ ການດັ່ງກ່າວໃນເດືອນມິຖຸນາທີ່ຜ່ານມາ.

ທ່ານ ເອັນຣິໂກ ຄາວ, ຜູ້ຊ່ຽວຊານ ກ່ຽວກັບ ເອເຊຍຕາເວັນອອກສຽງໃຕ້ ຈາກສະມາຄົມຄົ້ນຄວ້າແຜນຍຸດທະສາດໃຕ້ຫວັນກ່າວວ່າ “ຟີລິບປິນ ຄວນຮ່າງນະໂຍບາຍຕ່າງປະເທດທີ່ໜ້າເຄົາລົບກວ່ານີ້ ສະນັ້ນ ຈີນ ກັບ ສະຫະລັດ ຈຶ່ງຮູ້ວ່າເຂົາເຈົ້າຄາດຫວັງຫຍັງ.

ທ່ານ ກ່າວວ່າ ມະນີລາ ບໍ່ຈຳເປັນຕ້ອງເປັນຫ່ວງ ກ່ຽວກັບ ການສູນເສຍການສະໜັບສະໜູນຈາກທັງສອງຝ່າຍ. ຈີນ ຢາກມີສາຍພົວພັນທີ່ແໜ້ນແຟ້ນກວ່າເກົ່າໃນເອເຊຍຕາເວັນອອກສຽງໃຕ້. ໃນຂະນະທີ່ ສະຫະລັດ ຫວັງທີ່ຈະຮັກສາຄວາມໄດ້ປຽບທາງການທະຫານຂອງເຂົາເຈົ້າໄວ້. ສອງມະ ຫາອຳນາດດັ່ງ ກ່າວບໍ່ມີໃຜໄດ້ຕັດສາຍພົວພັນກັບປະເທດທີ່ນ້ອຍກວ່າ ຍ້ອນສາຍພົວພັນທີ່ແຂງ ແກ່ນກວ່າກັບອີກປະເທດນຶ່ງ.

ທ່ານ ຄາວ ໄດ້ກ່າວວ່າ “ເຈົ້າມີແຕ່ຢືນໃນໄລຍະຫ່າງທີ່ເທົ່າກັນ, ເຊິ່ງມັນໄດ້ສະເໝີຕົ້ນສະເໝີປາຍມາຕະຫຼອດ, ແລະ ແທ້ຈິງແລ້ວມັນຈະພັດທະນາສາຍພົວພັນກັບທຸກຄົນ, ພ້ອມກັບເຮັດໃຫ້ ຈີນ ກັບ ສະຫະລັດ ຮູ້ໃນສິ່ງທີ່ເຈົ້າຄາດ ຫວັງ.”

ນະໂຍບາຍການຕ່າງປະເທດທີ່ໜັກແໜ້ນ ຈະຕ້ອງໄດ້ລໍຖ້າໄປຈົນຮອດຫຼັງຈາກການເລືອກຕັ້ງປະ ທານາທິບໍດີ ສະຫະລັດ ໃນເດືອນພະຈິກ, ອີງຕາມການກ່າວຂອງທ່ານ ຣາມັອນ ຄາຊີໂພ, ຜູ້ອຳ ນວຍການໃຫຍ່ຂອງສະຖາບັນເພື່ອການປະຕິຮູບການເມືອງ ແລະ ການເລືອກຕັ້ງ, ເຊິ່ງແມ່ນກຸ່ມສະໜັບສະໜູນທີ່ຕັ້ງຢູ່ເຂດຕົວເມືອງນະຄອນຫຼວງ ມະນີລາ. ທ່ານໄດ້ກ່າວວ່າ ຟີລິບປິນ “ແມ່ນບໍ່ ໄດ້ເຄື່ອນໄປຫາທິດທາງໃດ.”

ລັດຖະບານຂອງປະທານາທິບໍດີ ສະຫະລັດ ໄດ້ຂະຫຍາຍການສະໜັບສະໜູນ ທາງການທະຫານສຳລັບລັດຖະບານຂອງ 5 ປະເທດ ເອເຊຍ ທີ່ຄັດຄ້ານການ ຂະຫຍາຍພື້ນທີ່ຂອງ ຈີນ ໃນທະເລຈີນໃຕ້ ໃນທົດສະວັດທີ່ຜ່ານມາ. ມັນຍັງບໍ່ແນ່ນອນວ່າ ຜູ້ທ້າຊິງເອົາຕຳແໜ່ງທ່ານ ໂຈ ໄບເດັນ ຈະສືບຕໍ່ທິດທາງທີ່ວ່ານັ້ນ ຫຼືບໍ່.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG