ຈີນ ໄດ້ເປີດໂຮງໝໍ 1,000 ຕຽງໃນວັນຈັນມື້ນີ້ ທີ່ບັນດາເຈົ້າໜ້າທີ່ພາກັນຟ້າວເຂົ້າໄປໃນຕຶກດັ່ງກ່າວ ເພື່ອຊ່ວຍບັນເທົາການລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 17,200 ຄົນລົ້ມປ່ວຍ ແລະ ເສຍຊີວິດຢ່າງໜ້ອຍ 361 ຄົນໃນ ຈີນ ພຽງປະເທດດຽວ.
ອົງການອະນາໄມໂລກເວົ້າວ່າ ເຂົາເຈົ້າຄາດວ່າຕົວເລກຂອງກໍລະນີການຕິດເຊື້ອຈະເພີ່ມຂຶ້ນ ໃນຂະນະທີ່ຜົນການກວດກາຈາກຫຼາຍພັນກໍລະນີທີ່ກຳລັງລໍຖ້າຢູ່ຈະມີອອກມາ.
ໄວຣັສດັ່ງກ່າວສ່ວນໃຫຍ່ໄດ້ຖືກຈຳກັດຢູ່ໃນ ຈີນ, ດ້ວຍປະມານ 150 ກໍລະນີແມ່ນຢູ່ອີກ 23 ປະເທດ. ປະເທດ ຟີລິບປິນ ໄດ້ລາຍງານການເສຍຊີວິດກໍລະນີທຳອິດຍ້ອນໄວຣັສດັ່ງກ່າວຢູ່ນອກ ຈີນ ໃນວັນອາທິດວານນີ້.
ບັນດາເຈົ້າໜ້າທີ່ ຈີນ ໄດ້ພະຍາຍາມທີ່ຈະຢຸດການແຜ່ລາມ ດ້ວຍການກຳນົດຫ້າມເຄື່ອນໄຫວໃນບາງພາກພື້ນ ແລະ ຂະຫຍາຍວັນພັກອອກໄປເພື່ອເຮັດໃຫ້ປະຊາຊົນຢູ່ຫ່າງຈາກໂຮງຮຽນ ແລະ ບ່ອນທີ່ມີການເຕົ້າໂຮມກັນຂະໜາດໃຫຍ່ອື່ນໆ.
ປະເທດອື່ນໄດ້ກຳນົດການຫ້າມໃສ່ຜູ້ທີ່ກຳລັງຈະເດີນທາງຈາກປະເທດ ຈີນ.
ສະຫະລັດ ໄດ້ເລີ່ມການບັງຄັບໃຊ້ການກັກເພື່ອກວດໂຣກ 14 ວັນໃນວັນອາທິດວານນີ້ ສຳລັບປະຊາຊົນ ສະຫະລັດ ຜູ້ທີ່ໄດ້ເດີນທາງໄປແຂວງ ຮູເບ, ບ່ອນທີ່ການແຜ່ລະບາດນັ້ນໄດ້ເລີ່ມຂຶ້ນ, ການຫ້າມເຂົ້າປະເທດສຳລັບຄົນທີ່ບໍ່ມີສັນຊາດ ສະຫະລັດ ສ່ວນໃຫຍ່ ຜູ້ທີ່ໄດ້ເດີນທາງໄປ ຈີນ ພາຍໃນສອງອາທິດທີ່ຜ່ານມາ.
ຄົນ ອາເມຣິກັນ ແລະ ຄອບຄົວຂອງເຂົາເຈົ້າ, ພ້ອມກັບຜູ້ອາໄສຢູ່ຖາວອນ ແລະ ພະນັກງານເຮືອບິນທີ່ເດີນທາງມາຈາກ ຈີນ ແມ່ນໄດ້ບິນໄປສະໜາມບິນບາງບ່ອນສຳລັບການກວດກາພິເສດຕື່ມອີກ.
ທ່ານ ແຊດ ໂວຟ (Chad Wolf), ລັດຖະມົນຕີວ່າການກະຊວງຮັກສາຄວາມປອດໄພພາຍໃນ, ໄດ້ກ່າວວ່າຄວາມສ່ຽງໂດຍລວມສຳລັບຊາວ ອາເມຣິກັນ ຍັງຄົງຕ່ຳ. ທ່ານໄດ້ກ່າວວ່າ ກົດລະບຽບໃໝ່ອາດເພີ່ມຄວາມກົດດັນ ແລະ ເວລາການເດີນທາງໃຫ້ຜູ້ໂດຍສານບາງຄົນ, ແຕ່ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ຄວາມປອດໄພໄດ້ເຫັນພ້ອມກັນວ່າ ມາດຕະການທີ່ວ່ານີ້ແມ່ນຈຳເປັນ ເພື່ອຄວບຄຸມໄວຣັສ ແລະ ປົກປ້ອງປະຊາຊົນ ອາເມຣິກັນ.”
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຕໍ່ໂທລະພາບ Fox News ວ່າ ສະຫະລັດ “ໄດ້ປິດໄວຣັສໂຄໂຣນາ” ບໍ່ໃຫ້ເຂົ້າມາຈາກ ຈີນ, ເຖິງແມ່ນບັນດາເຈົ້າໜ້າທີ່ໃນເມືອງ ແຊນ ແຟຣນຊິສໂກ ໄດ້ລາຍງານການຢືນຢັນກໍລະນີທີ 9 ໃນ ສະຫະລັດ ກໍຕາມ. ທ່ານ ທຣຳ ໄດ້ກ່າວວ່າ “ພວກເຮົາໄດ້ສະເໜີການຊ່ວຍເຫຼືອໃຫ້ ຈີນ ແຕ່ພວກເຮົາບໍ່ສາມາດເອົາຄົນຫຼາຍພັນຄົນເຂົ້າມາ ຜູ້ທີ່ອາດມີບັນຫານີ້, ບັນຫາໄວຣັສໂຄໂຣນາ, ສະນັ້ນພວກເຮົາຈະເບິ່ງວ່າມັນຈະເກີດຫຍັງຂຶ້ນ, ແຕ່ພວກເຮົາໄດ້ປິດມັນແທ້.”
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນວັນຈັນມື້ນີ້ວ່າ “ຖຽວບິນອີກຫຼາຍຖ້ຽວ” ຈະບິນໄປ ຈີນ ເພື່ອອົບພະຍົບຊາວ ອາເມຣິກັນ ຈາກເມືອງ ຮູເບ. ໃນການກ່າວຄຳປາໄສໃນລະຫວ່າງການຢ້ຽມຢາມປະເທດ ກາຊັກສຖານ ນັ້ນ, ທ່ານ ພອມພຽວ ໄດ້ກ່າວວ່າ ສະຫະລັດ “ອາດນຳເອົາວັດຖຸການແພດໄປດ້ວຍ” ເຊັ່ນກັນ.
ອ່ານຂ່າວນີ້ເປັນພາສາອັງກິດ