ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປີດໃຊ້ ປະພາຄານ ຢູ່ເກາະທຽມ Subi ໃນທະເລຈີນໃຕ້


ເກາະທຽມ Subi ຂອງຈີນ ທີ່ແນມມາຈາກເກາະ Pag-asa ໃນເຂດໝູ່ເກາະ Spratly ໃນແຂວງ Palawan ຕາເວັນຕົກ ຂອງຟີລິບປິນ.
ເກາະທຽມ Subi ຂອງຈີນ ທີ່ແນມມາຈາກເກາະ Pag-asa ໃນເຂດໝູ່ເກາະ Spratly ໃນແຂວງ Palawan ຕາເວັນຕົກ ຂອງຟີລິບປິນ.

ຈີນ​ເລີ້ມນຳ​ໃຊ້​ຫໍ​ປະພາຄ​ານ ຢູ່​ໃນເກາະ​ທຽມ​ເກາະ​ນຶ່ງ​ຂອງທີ່​ສ້າງ​ຂຶ້ນຢູ່​ໃນ​ທະ​ເລ​ຈີນ​ໃຕ້ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ທ່າ​ທາງ​ວ່າ​ຈະ​ສ້າງ​ຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນລະຫວ່າງ​ຈີນ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ​ລາຍ​ງານ​ວ່າ ຫໍ​ປະພາຄານ​ ທີ່​ສູງ 55 ​ແມັດ ຢູ່​ທີ່​ເກາະ Subi ​ໄດ້​ເປີດ​ໃຊ້​ ໃນ​ວັນ​ອັງຄານແລ້ວນີ້ ​ໃນ​ພິທີ​ທີ່​ຈັດ​ຂຶ້ນ ​ໂດຍການ​ນຳພາ​ຂອງ​ເຈົ້າໜ້າ​ທີ່​ກະຊວງ​ຂົນ​ສົ່ງ​ຂອງ​ຈີນ. ​ເກາະ Subi ​ຊຶ່ງ​ເປັນສ່ວນ​ນຶ່ງຂອງ​ໝູ່​ເກາະ Spratly ນັ້ນ​ເປັນ​ນຶ່ງ​ໃນ​ຫຼາຍໆ​ເກາະ​ຫີນ​ທີ່​ເຄີຍ​ຈົມ​ຢູ່​ພື້ນນ້ຳ ​ແຕ່​ຈີນ​ໄດ້​ຫັນປ່ຽນ​ໃຫ້​ກາຍ​ເປັນ​ເກາະ​ທີ່​ມີ​ທາງ​ແລ່ນ​ຂອງ​ເຮືອບິນ​ ແລະ​ສະຖານ​ທີ່ອຳນວຍ​ຄວາມ​ສະ​ດວກອື່ນໆ. ຈີນ​ບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ການ​ອ້າງກຳມະສິດກວມ​ກັນ ​ເອົາ​ເກາະ​ດັ່ງກ່າວ​ຂອງ​ຟີ​ລິບ​ປິນ ຫວຽດນາມ ​ໄຕ້​ຫວັນ ​ແລະ ​ປະ​ເທດອື່ນໆອີກ. ​ເຮືອບິນ​ພົນລະ​ເຮືອນຂອງຈີນ​ໄດ້​ທົດ​ສອບ​ເບິ່ງ​ທາງ​ແລ່ນໂດຍ​ນຳ​ເອົາ​ເຮືອບິນ​ ລົງຈອດ​ຢູ່ທີ່​ເກາະ Fiery Cross ຊຶ່ງ​ເປັນ​ສ່ວນ​ນຶ່ງ​ ຂອງໝູ່​ເກາະ Spratly ​ໃນ​ເດືອນ​ມັງກອນ​ປີນີ້.

ເກາະ Subi ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly.
ເກາະ Subi ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly.

ຈີນ​ກ່າວ​ອ້າງ​ວ່າ ຫໍ​ປະພາຄານ​ທີ່​ເກາະ Subi ​ແມ່ນ​ອອກ​ແບບ ​ແນ​ໃສ່​ເພື່ອ​ໃຫ້ການຊ່ອຍ​ເຫລືອ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ ແລະ​ການ​ປະຕິບັດງານ​ຊອກ​ຄົ້ນຫາ​ຕ່າງໆ. ນອກ​ນັ້ນ ຈີນ​ຍັງ​ກຳລັງ​ສ້າງ​ຫໍ​ປະພາ​ຄານ ​ໃສ່​ອີກ​ສອງເກາະດອນ ຢູ່​ໃນ​ເຂດ​ໝູ່​ເກາະ Spratly.

XS
SM
MD
LG