ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຢາກເຈລະຈາ ກັບຍີ່ປຸ່ນ ກ່ຽວກັບ ເລື້ອງໝູ່ເກາະ ທີ່ ຂັດແຍ້ງ


ທ່ານ Wang Yi ​​ໃຫ້​ຄວາມ​ເຫັນ​ ທີ່​ກອງ​ປະຊຸມ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງສະ​ຖາ​ບັນ Bookingໃນນະຄອນ ຫລວງ​ວໍ​ຊິງ​ຕັນ.
ທ່ານ Wang Yi ​​ໃຫ້​ຄວາມ​ເຫັນ​ ທີ່​ກອງ​ປະຊຸມ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງສະ​ຖາ​ບັນ Bookingໃນນະຄອນ ຫລວງ​ວໍ​ຊິງ​ຕັນ.
ລັດຖະມົນຕີ​ກາ​ນຕ່າງປະ​ເທດ​ຈີນ ກ່າວ​ວ່າ ປັກ​ກິ່ງ​ແມ່ນ​ເປີດ​
ກວ້າງ ​ໃນ ການ​ເຈ​ລະ​ຈາ​ກັບຍີ່​ປຸ່ນກ່ຽວ​ກັບ​ໝູ່​ເກາະທີ່​ເປັນ​ບັນ
ຫາ​ຂັດ​ແຍ້​ງ ຖ້າຫາກ​ວ່າໂຕ​ກຽວ ​ເຕັມ​ໃຈທີ່​ກ່ອນ​ອື່ນຕອ້ງຮັບ​ຮູ້​
ວ່າ​ ມີ​ການຂັດ​ແຍ້​ງ​ໂຕ້​ຖຽງກັນໃນ​ທຳນອງ​ນີ້​ແທ້​.

ທ່ານ Wang Yi ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ສຸກ​ວານນີ້ ທີ່​
ກອງ​ປະຊຸມ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງສະ​ຖາ​ບັນ Booking
​ໃນນະຄອນ ຫລວງ​ວໍ​ຊິງ​ຕັນ.

ທ່ານ​ເວົ້າວ່າ “ຈີນ​ແລະ​ຍີ່​ປຸ່ນ ​ເປັນ​ເພື່ອນ​ບ້ານໂດຍ​ຕະຫຼອດ
ການ ​ແລະ ​ປະ​ເທດ​ທັງ​ສອງ​ ມີ​ການ​ແລກປ່ຽນ​ຢ່າງ​ໃກ້ຊິດ​
ລະຫວ່າງ​ປະຊາຊົນ​ກັບ ປະຊາຊົນ ​ແລະ​ຄວາມສໍາພັນ​ທາງທຸ
ລະ​ກິດການ​ຄ້າ. ພວກ​ເຮົາ​ຍັງ​ສືບ​ຕໍ່ ພ້ອມ​ແລ້ວ ​ຈະ​ນັ່ງ​ລົງແລະ​
ສົນທະນາ​ກັບຝ່າຍຍີ່ປຸ່ນ ​ແຕ່​ກ່ອນ​ອຶ່ນ ຝ່າຍ​ຍີ່ປຸ່ນ​ຕ້ອງ​ຮັບ​ຮູ້​ວ່າ
​ ມີການ​ໂຕ້​ຖຽງ​ກ່ຽວ​ກັບ​ເລື່ອງ​ນີ້​ແທ້.”

ຄວາມ​ສຳພັນ ​ລະຫວ່າງ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ເປັນອັນ
​ດັບ​ສອງ ​ແລະ​ອັນ​ດັບສາມຂອງ​ໂລກໄດ້​ຊຸດ​ໂຊມລົງ ນັບແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ ​ເວລາ
ຍີ່ປຸ່ນ ​ໄດ້​ຊື້ບາງ​ສ່ວນ​ຂອງ​ໝູ່​ເກາະ​ນີ້ ​ຈາກ​ເອກ​ກະ​ຊົນຊາວ​ຍີ່ປຸ່ນ ທີ່​ເປັນ​ເຈົ້າ​ຂອງ​.

ຈີນ ​ປະຕິ​ເສດບໍ່​ຍອມຮັບຮູ້​ກ່ຽວ​ກັບ​ການ​ຊື້ຂອງ​ຍີ່ປຸ່ນ. ທາງ​ການ​ຈີນ​ໄດ້ ຕອບ​ໂຕ້​ດ້ວຍ​ການ​ເພີ້​ມ ການ​ສົ່ງ​ເຮືອບິນ​ແລະ​ກຳ​ປັ່ນ​ໄປລາດຕະ​ເວນຢູ່ໃນ​ບໍລິ​ເວນ​ດັ່ງກ່າວ ​ໃນ​ອັນ​ທີ່​ມອງ​ກັນວ່າ​ເປັນດຳ​ເນີນ​ຄວາມ​ພະຍາຍາມ ເພື່ອທ້າ​ທາຍຕໍ່​ການ​ຄວບ​ຄຸມ​ຂອງຍີ່​ປຸ່ນ.

ນາຍົກລັດຖະມົນຕີຍີ່​ປຸ່ນ ທ່ານ Shinzo Abe ນັບ​ແຕ່​ນັ້ນ​ມາ​ ກໍໄດ້​ຮຽກຮ້ອງ​ໃຫ້ເປີດການ​ເຈລະ​ຈາ​ໃນ​ລະດັບ​ສູງ ​ເພື່ອ​ປັບປຸງ​ຄວາມສໍາພັນ​ ​ແຕ່​ລັດຖະບານ​ຂອງ​ທ່ານ ​ໄດ້​ປະຕິ​ເສດບໍ່​ຍອມ​ຮັບ​ຮູ້​ວ່າ ມີ​ການຂັດ​ແຍ້​ງ​ໂຕ້​ຖຽງ​ກັນ​ກ່ຽວ​ກັບອະທິປະ​ຂອງ​ໝູ່ເກາະນີ້. ຈີນ ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ຕໍ່ການສະ​ເໜີ​ເປີດການເຈລະຈາຂອງທ່ານ Abe ນັ້ນວ່າ ບໍ່​ມີ​ຄວາມ​ຈິງ​ໃຈ.
XS
SM
MD
LG